ຜົນການເລືອກຕັ້ງສະມາຊິກສະພາປະຊາຊົນ ແຂວງຫຼວງພະບາງ ຊຸດທີ V

ມ.ນ. 4, 2026

ໂດຍອີງຕາມ ມາດຕາ 29, ມາດຕາ 40 ແລະ ມາດຕາ 44 ຂອງກົດໝາຍ ວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ28 ມິຖຸນາ 2024; ອີງຕາມ ຜົນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 6 ແລະ ສະມາຊິກ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V, ໃນວັນທີ 22 ກຸມພາ 2026 ແລະ ການລາຍງານ ຜົນຂອງການເລືອກຕັ້ງ ສະມາຊິກ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V ແຕ່ລະເຂດເລືອກຕັ້ງ ໃນທົ່ວແຂວງ ຫຼວງພະບາງ
ທ່ານ ສິງຕັນ ໄຊລືຊົ່ງ ຮອງປະທານສະພາປະຊາຊົນແຂວງ, ຄະນະປະຈໍາການ ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ທັງເປັນຫົວໜ້າອະນຸກໍາມະການ ໂຄງປະກອບ ແລະ ບຸກຄະລາກອນ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ໂດຍໄດ້ຮັບການມອບໝາຍຈາກທ່ານປະທານ ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຂໍຖືເປັນກຽດ ປະກາດແຈ້ງການ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບ ຜົນຂອງການເລືອກຕັ້ງ ແລະ ລາຍຊື່ຜູ້ທີ່ໄດ້ຮັບເລືອກຕັ້ງ ເປັນສະມາຊິກ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V, ສະບັບເລກທີ 82/ຄລຂ, ລົງວັນທີ 27 ກຸມພາ 2026, ມີຈໍານວນ 60 ທ່ານ, ຍິງ 17 ທ່ານ, ລາຍລະອຽດ ແຕ່ລະເຂດເລືອກຕັ້ງ ມີດັ່ງນີ້: