loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຜົນການພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບ

​ກ.ກ. 1, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ໃນວັນທີ 01 ກໍລະກົດ 2024 ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ທັງເປັນປະທານກຳມາທິການກົດໝາຍ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈຳນວນ 13 ສະບັບ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃຫ້ປະຊາຊົນລາວບັນດາເຜົ່າພາຍໃນປະເທດ ແລະ ພີ່ນ້ອງຊາວລາວຢູ່ຕ່າງປະເທດ ໄດ້ຮັບຊາບຢ່າງທົ່ວເຖິງກັນວ່າ: ເລີ່ມແຕ່ວັນທີ 18-27 ມິຖຸນາ 2024 ກອງປະຊຸມໄດ້ສຸມໃສ່ພິຈາລະນາປະກອບຄວາມເຫັນໃສ່ເນື້ອໃນແຕ່ລະຮ່າງກົດໝາຍຢ່າງລະອຽດຖີ່ຖ້ວນ, ຄະນະຮັບຜິດຊອບແຕ່ລະຮ່າງກົດໝາຍ ກໍໄດ້ປັບປຸງ ຕາມຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດແລ້ວ; ໃນວັນທີ 28 ມິຖຸນາ ແລະ ວັນທີ 1 ກໍລະກົດ 2024 ຄະນະຮັບຜິດຊອບ ໄດ້ລາຍງານຜົນການປັບປຸງ, ຫຼັງຈາກນັ້ນ ກໍລົງຄະແນນສຽງຮັບຮອງເອົາແຕ່ລະກົດໝາຍດ້ວຍການເຫັນດີເປັນສຽງສ່ວນຫຼາຍ ໃນນີ້, ມີກົດໝາຍສ້າງໃໝ່ 2 ສະບັບ ແລະ ປັບປຸງ 11 ສະບັບ ເຊິ່ງມີລາຍລະອຽດ ດັ່ງນີ້:
– ກົດໝາຍສ້າງໃໝ່ 2 ສະບັບ:
1) ກົດໝາຍວ່າດ້ວຍສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 90.2%;
2) ກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ, ກະຊວງສາທາລະນະສຸກ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 97.16%.
– ກົດໝາຍປັບປຸງ 11 ສະບັບ:
1) ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ອົງການກວດກາແຫ່ງລັດ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 93.18%;
2) ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 98.58%;
3) ກົດໝາຍວ່າດ້ວຍສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 92.36%;
4) ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 92,36%;
5) ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 97.9%;
6) ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມເຊື້ອເອັດຈ໌ໄອວີ/ພະຍາດເອດ, ຊວງສາທາລະນະສຸກ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 98.59%;
7) ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກະຊວງການເງິນ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 92.25 %;
8.) ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 95.8%;
9) ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ເປັນຜູ້ສະເໜີ, ໄດ້ຮັບຄະ ແນນສຽງເຫັນດີ 84.5%;
10) ກົດໝາຍວ່າດ້ວຍການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 95.23%;
11) ກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ທະນາຄານແຫ່ງ ສປປລາວ ເປັນຜູ້ສະເໜີ, ໄດ້ຮັບຄະແນນສຽງເຫັນດີ 96.71 %.
​ ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ 13 ສະບັບນີ້ ແມ່ນຜົນສໍາເລັດທີ່ສໍາຄັນໃນການຈັດຕັ້ງປະຕິ ບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ສະກັດກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ທີ່ເປັນພຶດຕິກໍາລະເມີດກົດໝາຍຢູ່ໃນສັງຄົມ, ປະກອບ ສ່ວນໃນການສ້າງລັດເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ. ບັນດາກົດໝາຍເຫຼົ່ານັ້ນ ເຖິງວ່າໄດ້ຮັບຮອງເອົາແລ້ວກໍຕາມ, ກໍາມາທິການກົດໝາຍ ຍັງຈະໄດ້ສືບຕໍ່ສົມທົບກັບບັນດາກໍາມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ຄະນະຮັບຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ, ຮຽບຮຽງໃຫ້ສໍາເລັດສົມບູນ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ ກ່ອນສະເໜີທ່ານປະທານປະເທດ ພິຈາລະນາອອກລັດຖະດໍາລັດປະກາດໃຊ້ຢ່າງເປັນທາງການ ຕາມລະບຽບການທີ່ກໍານົດໄວ້.
​ ເພື່ອຮັບປະກັນໃຫ້ບັນດາກົດໝາຍທີ່ໄດ້ຮັບຮອງໄປແລ້ວນັ້ນ ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ຊີວິດຕົວຈິງຂອງສັງຄົມ, ທ່ານຮອງປະທານສະພາແຫ່ງຊາດ ຮຽກຮ້ອງບັນດາກະຊວງ, ອົງການ, ເຈົ້າໜ້າທີ່, ພະນັກງານຂອງລັດ, ລັດວິສາຫະກິດ, ບໍລິສັດເອກະຊົນ ຕະຫຼອດຮອດທຸກຊັ້ນຄົນໃນສັງຄົມ ຈົ່ງເອົາໃຈໃສ່ຄົ້ນຄວ້າ, ເຜີຍແຜ່, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນຂອງກົດໝາຍ, ເຂົ້າຮ່ວມການຈັດຕັ້ງປະຕິບັດບັນດາກົດໝາຍເຫຼົ່ານັ້ນ ໃຫ້ເກີດມີໝາກຜົນເປັນຈິງ, ຫັນເປັນສະຕິ ແລະ ແບບແຜນດໍາລົງຊີວິດຂອງແຕ່ລະຄົນ, ຄອບຄົວ, ການຈັດຕັ້ງ, ຫົວໜ່ວຍວິສາຫະກິດ ທັງພາກລັດ ແລະ ເອກະຊົນ.