ຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ວັນທໍາອິດ

ມ.ກ. 7, 2026

(ສພຊ) – ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ໄດ້ຖະແຫຼງຂ່າວຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ວັນທໍາອິດ ຕໍ່ສື່ມວນຊົນໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 6 ມັງກອນ 2026 ດ້ວຍບັນຍາກາດຄຶກຄື້ນ, ຕື່ນເຕັ້ນ ແລະ ພາກພູມໃຈ ໂດຍມີຜູ້ແທນສົມບູນເຂົ້າຮ່ວມ 834 ສະຫາຍ ຍິງ 123 ສະຫາຍ ແລະ ຜູ້ແທນຮັບເຊີນຈໍານວນ 384 ສະຫາຍ; ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແມ່ນເຫດປະຫວັດສາດການທາງດ້ານການເມືອງ-ສັງຄົມອັນສໍາຄັນຍິ່ງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດໍາເນີນຢ່າງຖືກຕ້ອງ ຕາມກົດລະບຽບຂອງພັກ ພາຍໃຕ້ບັນຍາກາດສ້າງສັນ, ເອົາການເອົາງານ, ມີຄວາມຮັບຜິດຊອບສູງ.
ການດໍາເນີນກອງປະຊຸມໃຫຍ່ໃນວັນມທໍາອິດ, ໄດ້ຮັບຟັງສູນທອນພົດເປີດກອງປະຊຸມໃຫຍ່ໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເຊິ່ງມີດ້ວຍເນື້ອໃນທີ່ເລິກເຊິ່ງ, ຄົບຖ້ວນ; ການສະເໜີຮ່າງໂຄງການການເມືອງ ສະບັບທີ III ຂອງພັກ; ຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຮ່າງກົດລະບຽບພັກສະບັບປຸງ ສະໄໝທີ XII ຂອງພັກ. ພ້ອມດຽວກັນນີ້, ໄດ້ຮັບຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າໃຫ້ກະຊວງ-ອົງການທັງສູນກາງ ແລະ ທ້ອງຖິ່ນ ຈໍານວນ 10 ພາກສ່ວນ.
ໃນວັນທໍາອິດ, ກອງປະຊຸມໄດ້ລົງມະຕິຮັບຮອງເອົາ 4 ເອກະສານສຳຄັນນັ້ນ ຢ່າງເປັນເອກກະສັນ ກໍຄືຮັບຮອງເອົາຮ່າງໂຄງການການເມືອງ ສະບັບທີ III, ຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ຮ່າງກົດລະບຽບພັກສະບັບປຸງ ສະໄໝທີ XII ຂອງພັກປະຊາຊົນປະຕິວັດລາວ.
ສັງລວມແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແມ່ນດໍາເນີນໄປດ້ວຍບັນຍາກາດທີ່ດີ ແລະ ມີຄວາມຮັບຜິດຊອບສູງ, ມີເນື້ອໃນອຸດົມສົມບູນ, ຮັບປະກັນໄດ້ຕາມກົດລະບຽບຂອງພັກທີ່ກຳນົດໄວ້.

(ຄັດຈາກເວັບໄຊ ໜສພ. ປະຊາຊົນ)