ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ

ກ.ພ. 26, 2026

‎(ສພຊ) – ຕອນແລງວັນທີ 25 ກຸມພານີ້ ທີ່ສໍານັກງານນາຍົກລັດຖະມົນຕີ (ສນຍ), ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026 ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ແລະ ອັດລົງໃນຕອນບ່າຍວັນທີ 25 ກຸມພາ ທີ່ ສນຍ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມຢ່າງພ້ອມພຽງ.
‎ ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນດັ່ງນີ້:
‎ ‎ວາລະທີ 1: ວຽກງານຈຸດສຸມຮີບດ່ວນ ຄື:
‎1) ຮ່າງເນື້ອໃນບົດເຜີຍແຜ່ຂອງນາຍົກລັດຖະມົນຕີ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030);
‎ 2) ຄວາມຄືບໜ້າໃນການແກ້ໄຂຜົນກະທົບດິນຍຸບຢູ່ເຂດບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ;
‎ 3) ສະພາບນັກທ່ອງທ່ຽວຢູ່ລາວ ໃນປີ 2025 ແລະ ສະເໜີທິດທາງສົ່ງເສີມການທ່ອງທ່ຽວໃນຕໍ່ໜ້າ.
ໃນນັ້ນ: ກອງປະຊຸມໄດ້ຊີ້ນຳຂະແໜງການກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສອດຄ່ອງກັບເງື່ອນໄຂທ່າແຮງຕົວຈິງຂອງປະເທດເຮົາ ບົນຈິດໃຈ ແລະ ຄາດໝາຍໃຫຍ່ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໂດຍສະເພາະແຜນພັດທະນາບໍ່ແຮ່ ແລະ ແຜນພັດທະນາການທ່ອງທ່ຽວລາວ ໃນຕໍ່ໜ້າ.
‎ ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 4 ສະບັບ ຄື:
‎ 1) ນະໂຍບາຍການນຳໃຊ້ລົດໄຟຟ້າຢູ່ ສປປລາວ;
‎ 2) ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດຮອດປີ 2055 ຂອງ ສປປລາວ;
‎ 3) ຮ່າງດໍາລັດວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍທາງບົກ ແລະ ທາງລົດໄຟ;
‎ 4) ຮ່າງດໍາລັດວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ.
‎ ໃນນັ້ນ, ກອງປະຊຸມໄດ້ຊີ້ນໍາຂະແໜງ ການກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ: ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນຳໃຊ້ຄຳສັບ, ໂຄງຮ່າງນິຕິກຳ, ການກຳນົດ ແລະ ຈັດລຽງ-ປະກອບເນື້ອໃນ ໃຫ້ຄົບຖ້ວນສົມບູນ, ຈະແຈ້ງ, ຮັດກຸມ,​ ສອດຄ່ອງກັບກົດໝາຍ, ນິຕິກາໍກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ, ທັງສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
‎ ນອກຈາກບັນດາຫົວຂໍ້ດັ່ງກ່າວແລ້ວ, ກອງປະຊຸມຍັງໄດ້ແຈກຢາຍ 5 ເອກະສານ ເພື່ອໃຫ້ສະມາຊິກລັດຖະບານ ນຳໄປຄົ້ນຄວ້າ ແລະ ປະກອບຄຳເຫັນເປັນລາຍລັກອັກສອນ ແລ້ວສົ່ງໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຊິ່ງປະກອບມີ: 1) ບົດສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນມັງກອນ-ກຸມພາ ແລະ ທິດທາງແຜນການປະຈໍາເດືອນມີນາ 2026 ຂອງລັດຖະບານ; ‎2) ຮ່າງມະຕິວ່າດ້ວຍການຮັບຮອງແຜນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃນປີ 2026; 3) ຮ່າງມະຕິວ່າດ້ວຍການຮັບຮອງແຜນປະຕິບັດຕົວຈິງ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນໄລຍະ 5 ປີ (2026-2030); 4) ຮ່າງຂໍ້ຕົກລົງວ່າດ້ວຍການຮັບຮອງເອົາແຜນຫົວຂໍ້ເອກະສານທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມລັດຖະບານ ປີ 2026; ‎5) ຮ່າງມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 (ສະບັບປັບປຸງ).
ສຳລັບວຽກຈຸດສຸມຂອງລັດຖະບານ ໃນເດືອນມີນາ 2026, ກອງປະຊຸມໄດ້ເນັ້ນໜັກບາງບັນຫາດັ່ງນີ້:
‎ ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ຕິດຕາມຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ; ສະກັດກັ້ນ ແລະ ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ບັນຫາຢາເສບຕິດ, ກຸ່ມແກ້ງສະແກມເມີ, ການໃສ່ຮ້າຍປ້າຍສີການຈັດຕັ້ງ ແລະ ການນໍາພັກ-ລັດ ຜ່ານສື່ສັງຄົມອອນລາຍ ແລະ ອື່ນໆ.
‎ ກະກຽມເນື້ອໃນລາຍງານຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ຄື: ບົດລາຍງານຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດຮອດປີ 2055 ຂອງ ສປປລາວ; ບົດລາຍງານວຽກພົ້ນເດັ່ນ ປີ 2025 ແລະ 5 ປີ (2021-2025), ທິດທາງແຜນການປີ 2026 ແລະ ແຜນການ 5 ປີ (2026-2030) ຂອງລັດຖະບານ; ນອກນັ້ນ, ກໍມີບົດສະເໜີໂຄງປະກອບຄະນະລັດຖະບານ, ບົດກ່າວຮັບໜ້າທີ່.
‎ ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການຈັດກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ ຊຸດທີ X ທີ່ຈະຈັດຂຶ້ນໃນທ້າຍເດືອນມີນາ ໂດຍສະເພາະເນື້ອໃນບັນດາຫົວຂໍ້ທີ່ຈະນໍາເຂົ້າປຶກສາຫາລືໃນກອງປະຊຸມດັ່ງກ່າວ.
‎ ສືບຕໍ່ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະການປະຕິບັດບັນດາມາດຕະການຂອງຄະນະສະເພາະກິດ 19/ກມສພ; ໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ປະເມີນການຈັດຕັ້ງປະຕິບັດນະໂຍບາຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ.
‎ ສືບຕໍ່ຊຸກຍູ້ບັນດາໂຄງການພັດທະນາດ້ານພະລັງງານໄຟຟ້າສະອາດ ແລະ ພະລັງງານທາງເລືອກ, ໂຄງການສາຍສົ່ງເຊື່ອມຕໍ່ (ລາວ-ຈີນ, ລາວ-ຫວຽດນາມ), ເຊື່ອມຕໍ່ພາຍໃນປະເທດ; ຄຸ້ມຄອງໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ ໃຫ້ເຂັ້ມງວດ, ສົ່ງເສີມການປຸງແຕ່ງເປັນຜະລິດຕະພັນ ສຳລັບແຮ່ທາດທີ່ສາມາດສ້າງມູນຄ່າເພີ່ມກ່ອນສົ່ງອອກຈຳໜ່າຍ.
‎ ສືບຕໍ່ຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າໃນທ້ອງຕະຫຼາດ ໃຫ້ເປັນປົກກະຕິ, ແກ້ໄຂບັນຫາໝູລົ້ນຕະຫຼາດ; ແກ້ໄຂບັນຫາດິນຍຸບຜ່ານມາ ໂດຍໃຫ້ສືບຕໍ່ປະເມີນສາເຫດ ແລະ ແກ້ໄຂຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ.
‎ ສຸມໃສ່ການເກັບລາຍຮັບງົບປະມານຈາກແຫຼ່ງລາຍຮັບທີ່ມີແລ້ວ ໃຫ້ໄປຕາມທິດຫັນເປັນທັນສະໄໝ, ຮີບຮ້ອນປັບປຸງຮ່າງມະຕິວ່າດ້ວຍກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດການຫັນການເກັບລາຍຮັບເປັນທັນສະໄໝ ທີ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2025 ໄດ້ຊີ້ນໍາຜ່ານມາ ໃຫ້ສໍາເລັດໄວ.
ສືບຕໍ່ປັບປຸງ ແລະ ກໍ່ສ້າງບັນດາເສັ້ນທາງ ແລະ ຂົວຕ່າງໆ ດ້ວຍທຶນທີ່ມີແລ້ວ ໃຫ້ສໍາເລັດຕາມແຜນກຳນົດ; ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງເສັ້ນທາງໃນໄລຍະໃໝ່ ຕາມມະຕິ 10/ລບ, ລົງວັນທີ 01 ກັນຍາ 2025 ໂດຍໃຫ້ຮີບຮ້ອນປັບປຸງມະຕິວ່າດ້ວຍການຮັບຮອງແຜນການກໍ່ສ້າງ ແລະ ປັບປຸງຂົວທາງ ໄລຍະປີ 2026-2030 ໃຫ້ສຳເລັດ ແລະ ໄດ້ລົງລາຍເຊັນໄວ.
ເອົາໃຈໃສ່ຕິດຕາມສະພາບການ ແລະ ສະກັດກັ້ນບັນຫາໄຟໄໝ້ລາມປ່າແຕ່ຫົວທີ ໂດຍສະເພາະເຂດທ່ອງທ່ຽວທຳມະຊາດ, ເຂດຕົ້ນນ້ຳຕ່າງໆ ໂດຍສືບຕໍ່ຈັດຕັ້ງປະຕິບັດຕາມຄຳສັ່ງເລກທີ 11/ນຍ ຢ່າງເຂັ້ມງວດ; ເອົາໃຈໃສ່ຄົ້ນຄວ້າອອກໃບຕາດິນ ໃຫ້ບັນລຸຕາມແຜນການທີ່ວາງໄວ້.
‎ ຍົກລະດັບດ້ານປະລິມານ ແລະ ຄຸນນະພາບ ຂອງວຽກງານພັດທະນາການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະ ສະພາບການໃນໄລຍະໃໝ່; ສຸມໃສ່ການຄົ້ນຄວ້າວິທະຍາສາດ, ສ້າງເປັນຜະລິດຕະພັນອອກສູ່ສັງຄົມ ໃຫ້ນັບມື້ຫຼາຍຂຶ້ນ ຕາມທິດເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ; ພັດທະນາ, ສົ່ງເສີມກິລາມວນຊົນ ແລະ ກິລາມືອາຊີບ ໃຫ້ກວ້າງຂວາງ; ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອກິລາທີ່ເປັນທ່າແຮງ ໃຫ້ພົ້ນເດັ່ນ, ສາມາດຍາດໄດ້ຫຼຽນປະເພດຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ.
‎ ສືບຕໍ່ປັບປຸງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ ເປັນຕົ້ນແມ່ນເສັ້ນທາງໃນຕົວເມືອງທ່ອງທ່ຽວຕ່າງໆ; ສ້າງແຜນກິດຈະກຳຢູ່ບັນດາສະຖານທີ່ທ່ອງທ່ຽວ; ຕິດຕາມ, ກວດກາ ແລະ ຄຸ້ມຄອງ ບັນດາບໍລິສັດທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານ​ບັນ​ເທີ​ງ, ພະນັກງານນຳທ່ຽວ ໃຫ້ເຄື່ອນໄຫວຖືກຕ້ອງຕາມ​ລະບຽບກົດໝາຍ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ຕິດພັນກັບທຸລະກິດການທ່ອງທ່ຽວ ໂດຍສະເພາະຄວາມປອດໄພຂອງນັກທ່ອງທ່ຽວ ແລະ ອື່ນໆ.
‎ ສືບຕໍ່ປັບປຸງຄຸນນະພາບການບໍລິການສາທາລະນະສຸກ ຕາມນະໂຍບາຍ 5 ດີ 1 ພໍໃຈ; ສືບຕໍ່ກະກຽມການຫັນໂຮງໝໍກຸ້ມຕົນເອງ ໃຫ້ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ສາມາດສ້າງຄວາມເຊື່ອໝັ້ນ ແລະ ດຶງການບໍລິການ ໃຫ້ສູງຂຶ້ນ; ສຸມໃສ່ປັບປຸງພື້ນຖານໂຄງລ່າງ, ປະກອບບຸກຄະລາກອນ ແລະ ອຸປະກອນການແພດທີ່ທັນສະໄໝ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.
‎ ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດຕ່າງໆ, ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳພັກ-ລັດ, ແຜນຮ່ວມມືສອງຝ່າຍກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຂອບການຮ່ວມມືຫຼາຍຝ່າຍໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ສືບຕໍໍ່ປະສານງານ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ໃນການຕ້ອນຮັບການນຳຂັ້ນສູງຕ່າງປະເທດ ທີ່ຈະມາຢ້ຽມຢາມ ສປປລາວ.
‎ ກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ຈົ່ງນຳເອົາແຜນວຽກຈຸດສຸມເດືອນມີນາ ໄປປັບປຸງເຂົ້າໃນແຜນຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄະລາກອນແຕ່ລະຂັ້ນ, ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.
(ຂ່າວ+ພາບ: ກົມປະຊາສຳພັນ, ສນຍ)