ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ

ທ.ວ. 13, 2025

(ສພຊ) – ຕອນແລງວັນທີ 12 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2025 ວ່າ: ກອງປະຊຸມດັ່ງກ່າວ ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 11 ແລະ ອັດລົງໃນຕອນແລງວັນທີ 12 ທັນວາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເຊິ່ງມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາຮັບຮອງເອົາບັນດາຫົວຂໍ້ສໍາຄັນຄື:
ວາລະທີ 1: ສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນພະຈິກ ແລະ ທິດທາງແຜນການປະຈຳເດືອນທັນວາ 2025 ຂອງລັດຖະບານ; ລາຍງານສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ລາຍງານການເກັບຂໍ້ມູນ ແລະ ຜົນການສຶກສາຕັ້ງດ່ານເກັບເງິນຄ່າບໍລິການຜ່ານທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ໃນກິໂລແມັດທີ 71-346 (ໄລຍະທາງ 275 ກິໂລແມັດ) ແລະ ທາງຫຼວງແຫ່ງຊາດເລກທີ 12 ແຕ່ທ່າແຂກ-ຊາຍແດນລາວ-ຫວຽດນາມ (ໄລຍະທາງ 143 ກິໂລແມັດ).
ໃນນັ້ນ: ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນພະຈິກ 2025 ຂອງລັດຖະບານ: ເຫັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍທີ່ລະບຸໄວ້ໃນບັນດາມະຕິສະພາແຫ່ງຊາດ, ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕາມມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເຮັດໃຫ້ທົ່ວປະເທດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປາກົດການຫຍໍ້ທໍ້ໃນສັງຄົມ ສືບຕໍ່ໄດ້ຮັບການແກ້ໄຂເປັນກ້າວໆ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 66,484 ຕື້ກີບ ເທົ່າກັບ 98% ຂອງແຜນປີ, ການປະຕິບັດແຜນລາຍຈ່າຍໄດ້ 53,771 ຕື້ກີບ ເທົ່າກັບ 75% ຂອງແຜນປີ, ອັດຕາເງິນເຟີ້ 4.8% ສະເລ່ຍ 11 ເດືອນ 2025 ຢູ່ໃນລະດັບ 7.9%, ສາມາດປະຕິບັດແຜນລາຍຈ່າຍເງິນເດືອນ-ເງິນນະໂຍບາຍຕ່າງໆ ໄດ້ພຽງພໍ, ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ຕາມຂໍ້ຜູກພັນສັນຍາ; ໄດ້ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະເພາະການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຂັ້ມງວດຫຼາຍຂຶ້ນ; ໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ ໂດຍສາມາດສົ່ງອອກສິນຄ້າກະສິກຳ-ປ່າໄມ້, ສັດ ແລະ ຜະລິດຕະພັນສັດ ມູນຄ່າ 102 ລ້ານກວ່າໂດລາສະຫະລັດ; ໄດ້ສຸມໃສ່ແກ້ໄຂສະພາບຂາດເຂີນໄຟຟ້າ ໂດຍເລັ່ງສ້າງພະລັງງານແສງຕາເວັນ ແລະ ຊຸກຍູ້ໂຄງການພະລັງງານໄຟຟ້າ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນການກໍ່ສ້າງສຳເລັດຕາມແຜນ; ໄດ້ສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວ ໂດຍສຸມໃສ່ປະຕິບັດໂຄງການທີ່ເປັນບຸລິມະສິດຂອງລັດຖະບານ ເປັນຕົ້ນ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຮ່າໂນ້ຍ, ໂຄງການຟື້ນຟູທາງຫຼວງທີ່ເປ່ເພຈາກໄພທຳມະຊາດ, ໂຄງການຍົກລະດັບທາງຫຼວງແຫ່ງຊາດສາຍຕ່າງໆ, ລວມທັງໂຄງການກໍ່ສ້າງຂົວ, ປັບປຸງດ່ານຊາຍແດນ ແລະ ອື່ນໆ ເພື່ອສາມາດສັນຈອນໄປ-ມາໄດ້ສະດວກ, ທັງເຊື່ອມຈອດເຊື່ອມໂຍງພາຍໃນພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ; ໄດ້ສຸມໃສ່ຂຶ້ນທະບຽນ ແລະ ອອກໃບຕາດິນ ມີຄວາມຄືບໜ້າເປັນກ້າວໆ; ໄດ້ເອົາໃຈໃສ່ພັດທະນາສີມືແຮງງານ, ຄຸ້ມຄອງ ແລະ ສົ່ງເສີມແຮງງານພາຍໃນ ເຂົ້າສູ່ຕະຫຼາດແຮງງານ ທັງພາຍໃນ ແລະ ຕ່າງປະເທດ; ສຳເລັດການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ໃນງວດ 4 ປີ 2025 ຈໍານວນ 272 ທ່ານ ເປັນເງິນ 5 ຕື້ກວ່າກີບ; ໄດ້ສືບຕໍ່ໃຫ້ຄວາມຊ່ວຍເຫຼືອແກ່ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະຜ່ານມາ ເປັນຕົ້ນ ສະໜອງງົບປະມານເພື່ອຊຳລະໂຄງການຟື້ນຟູສຸກເສີນ ແລະ ປັດໄຈອື່ນໆ; ສຳເລັດການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII; ໄດ້ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ, ສະຖານທີ່ ແລະ ຄຸນນະພາບ ການບໍລິການສາທາລະນະສຸກ ຕາມທິດ 5 ດີ 1 ພໍໃຈ; ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕ່າງປະເທດຢ່າງມີໄຫວພິບ ເຊິ່ງພົ້ນເດັ່ນແມ່ນສຳເລັດການຕ້ອນຮັບການມາຢ້ຽມຢາມທາງລັດຖະກິດຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ການຕ້ອນຮັບສົມເດັດເຈົ້າຍິງ ໄອໂກະ ແຫ່ງປະເທດຍີ່ປຸ່ນ, ການຕ້ອນຮັບການນຳຂັ້ນສູງ ແລະ ອົງການຈັດຕັ້ງຕ່າງໆ ທີ່ເຂົ້າພົບປະ, ອວຍພອນ ແລະ ເຂົ້າຮ່ວມພິທີເດີນສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ, ສໍາເລັດກອງປະຊຸມພົບປະສອງກົມການເມືອງ ລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ, ກອງປະຊຸມຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ລາວ ແລະ ຫວຽດນາມ, ກອງປະຊຸມພົບປະນັກທຸລະກິດ ລາວ-ຫວຽດນາມ, ກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ແລະ ອື່ນໆ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ ກໍຍັງມີວຽກງານຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ບັນຫາປາກົດການຫຍໍ້ທໍ້ຕ່າງໆ ແລະ ຫາງສຽງບໍ່ດີໃນສັງຄົມ, ບັນຫາຄ່າຄອງຊີບ, ລາຄາສິນຄ້າ, ອັດຕາແລກປ່ຽນ, ຕົ້ນທຶນການຜະລິດ, ການພັດທະນາ-ປັບປຸງພື້ນຖານໂຄງລ່າງເສັ້ນທາງ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນຜ່ານສື່ສັງຄົມອອນລາຍ, ການເຄົາລົບກົດໝາຍ-ລະບຽບການ ແລະ ອື່ນໆ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນທັນວາ 2025 ກອງປະຊຸມໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນດັ່ງນີ້:
ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ; ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ; ຕິດຕາມກຳແໜ້ນສະພາບການ ແລະ ແກ້ໄຂຕອບໂຕ້ຂ່າວປອມທີ່ສ້າງຄວາມປັ່ນປ່ວນ ຢ່າງເປັນລະບົບທັນການ; ແກ້ໄຂອາວຸດທີ່ນຳໃຊ້ບໍ່ຖືກຕ້ອງ; ເອົາໃຈໃສ່ຕິດຕາມການເຂົ້າ-ອອກເມືອງຂອງຄົນຕ່າງດ້າວ; ແກ້ໄຂບັນຫາສະແກມເມີ, ແກ້ງຄໍເຊັນເຕີ…; ສືບຕໍ່ປະຕິບັດແຜນຮັກສາຄວາມສະຫງົບ ແລະ ປອດໄພ ໃຫ້ແກ່ການຈັດງານສຳຄັນຕ່າງໆຂອງຊາດ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
ສຸມໃສ່ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.
ສຸມໃສ່ກະກຽມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2025 ຕາມຫົວຂໍ້ທີ່ກໍານົດໄວ້.
ສືບຕໍ່ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະອັດຕາເງິນເຟີ້, ການເກັບລາຍຮັບ, ການເກັບກູ້ໜີ້ສິນ, ການແກ້ໄຂໜີ້ສິນ; ສຸມໃສ່ສົ່ງເສີມການຜະລິດສິນຄ້າ ຕິດພັນກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃຫ້ແຂງແຮງ ໄປຄຽງຄູ່ກັບຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ອື່ນໆ.
ສືບຕໍ່ປັບປຸງກົງຈັັກການຈັດຕັ້ງ ຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ໂດຍສະເພາະການສ້າງຕັ້ງຕາແສງ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025 ແລະ ນິຕິກໍາອື່ນໆ ໃຫ້ສໍາເລັດຕາມແຜນ.
ສຸມໃສ່ກວດກາຄືນຕົວເລກຄູໃນທົ່ວປະເທດໃຫ້ຊັດເຈນ ແລະ ຄິດໄລ່ເງິນເດືອນຄູຕາມທິດການປັບປຸງເງິນເດືອນໃໝ່ຂອງລັດຖະບານ ໃຫ້ສຳເລັດທັນການເບີກເງິນເດືອນໃໝ່ໃນເດືອນມັງກອນ 2026 ໄປຄຽງຄູ່ກັບການປັບປຸງນິຕິກຳທີ່ກ່ຽວຂ້ອງ; ສືບຕໍ່ສຸມໃສ່ກະກຽມຄວາມພ້ອມສຳລັບການປັບປຸງລະບົບສາມັນສຶກສາ.
ສືບຕໍ່ຊຸກຍູ້ສົ່ງເສີມການທ່ອງທ່ຽວໃຫ້ແຂງແຮງຂຶ້ນກວ່າເກົ່າ.
ສືບຕໍ່ຕິດຕາມຊຸກຍູ້ຫົວໜ່ວຍນຳໃຊ້ແຮງງານ ແລະ ແຮງງານ ຢູ່ບັນດາເຂດເສດຖະກິດພິເສດ, ເຂດອຸດສາຫະກຳ, ນິຄົມອຸດສາຫະກຳ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍຢ່າງເຄັ່ງຄັດ; ສືບຕໍ່ພັດທະນາສີມືແຮງງານລາວ ໃຫ້ມີຄຸນນະພາບ; ກວດກາຄືນຕົວເລກຄາດໝາຍໃນການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ໃນຊຸມປີຕໍ່ໜ້າ ໃຫ້ລະອຽດ.
ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; ສືບຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງບຸລິມະສິດ; ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນໃນຂອບເຂດທົ່ວປະເທດ ໃຫ້ສຳເລັດຕາມແຜນ; ຮີບຮ້ອນສົມທົບປຶກສາຫາລືໃຫ້ເປັນເອກະພາບກັນ ກ່ຽວກັບການກຳນົດຮູບແບບ, ວິທີການ ແລະ ອັດຕາການເກັບຄ່າຜ່ານທາງ ທີ່ມອບໃຫ້ຜູ້ປະກອບການເປັນຜູ້ສ້ອມແປງ ແລະ ບົວລະບັດຮັກສາ.
ຮີບຮ້ອນຜັນຂະຫຍາຍຜົນກອງປະຊຸມພົບປະປະຈໍາປີ 2026 ລະຫວ່າງສອງກົມການເມືອງ ລາວ-ຫວຽດນາມ, ກອງປະຊຸມຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງສອງລັດຖະບານ ລາວ ແລະ ຫວຽດນາມ ໂດຍໃຫ້ກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບລະອຽດ; ສືບຕໍ່ກະກຽມຮອບດ້ານໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງນິຕິກໍາ ຈໍານວນ 7 ສະບັບຄື: 1) ຮ່າງດຳລັດວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການອືື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບຊັບສິນຂອງລັດ; 2) ຮ່າງດຳລັດວ່າດ້ວຍເງິນເດືອນ, ຜົນປະໂຫຍດ ແລະ ນະໂຍບາຍອື່ນ ຕໍ່ສະມາຊິກຂອງສໍານັກງານຜູ້ຕາງໜ້າ; 3) ຮ່າງດໍາລັດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂວິກິດການຂອງລະບົບການເງິນ; 4) ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ; 5) ຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງນໍ້າແຫ່ງຊາດ; 6) ຮ່າງດໍາລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ; ແລະ 7) ຮ່າງດໍາລັດວ່າດ້ວຍຝຸ່ນ. ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ: ຊື່ຂອງບາງຮ່າງດຳລັດ, ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນຳໃຊ້ຄຳສັບ, ໂຄງຮ່າງນິຕິກຳ, ການກຳນົດ ແລະ ຈັດລຽງເນື້ອໃນ ໃຫ້ຄົບຖ້ວນສົມບູນ, ຈະແຈ້ງ, ຮັດກຸມ, ສອດຄ່ອງກັບກົດໝາຍ, ນິຕິິກຳກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ ລວມທັງສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ, ສິ່ງສໍາຄັນ ຕ້ອງສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

(ຂ່າວ: ຫສນຍ)