ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມີນາ

ມ.ຖ. 26, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 25 ມີນາຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ), ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມີນາ 2025 ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ແລະ ອັດລົງໃນຕອນບ່າຍວັນທີ 25 ມີນາ ທີ່ ສນຍ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນເມສາ 2025 ເຊິ່ງກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫຼັກການຮັບຮອງເອົາບັນດາຫົວຂໍ້ສໍາຄັນຄື:
ວາລະທີ 1: ສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນມີນາ ແລະ ທິດທາງແຜນການປະຈຳເດືອນເມສາ 2025 ຂອງລັດຖະບານ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ, ເງິນຕາ, ອັດຕາແລກປ່ຽນ, ລາຄາສິນຄ້າ, ການແກ້ໄຂບັນຫາໜີ້ສິນ ແລະ ການຜະລິດສິນຄ້າ; ຕີລາຄາການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ສະບັບເລກທີ 153/ສພຊ, ລົງວັນທີ 12 ທັນວາ 2024 ວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ແລະ ທິດທາງແຜນການລົງທຶນຂອງລັດ ປີ 2025 ແລະ ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 154/ສພຊ, ລົງວັນທີ 12 ທັນວາ 2024 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນ ຕາ ປີ 2024 ແລະ ທິດທາງແຜນການປີ 2025 ແລະ ດໍາລັດສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ ປະຈຳໄຕມາດ 1 ປີ 2025 ແລະ ການລາຍງານກ່ຽວກັບການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ປະຈໍາໄຕມາດ 1 ປີ 2025, ໃນນັ້ນ ກອງປະຊຸມເຫັນວ່າ: ເຖິງແມ່ນສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມທີ່ກຳນົດໄວ້ໃນບັນດາມະຕິສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ຕາມມະຕິກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກຸມພາ 2025 ສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 16,200 ກວ່າຕື້ກີບ ເທົ່າກັບ 96.09% ຂອງແຜນງວດ 1, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 54.21%; ການຄວບຄຸມອັດເງິນເຟີ້ ຫຼຸດລົງຈາກ 12.7% ໃນເດືອນກຸມພາ ເປັນ 11.2% ໃນເດືອນມີນາ (ສະເລ່ຍໄຕມາດ 1 ປະມານ 13.2%); ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດຢ່າງຕໍ່ເນື່ອງ ກຸ້ມການນຳເຂົ້າ ຈາກ 5.6 ເດືອນ ໃນເດືອນກຸມພາ ມາເປັນ 6.15 ເດືອນ ໃນເດືອນມີນາ; ການຄຸ້ມຄອງລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານ ບັນລຸ 70.7%. ນອກນັ້ນ, ການເກັບກູ້ຜົນຜະລິດລະດູແລ້ງ, ການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ, ການອອກໃບຕາດິນ, ການພັດທະນາສີມືແຮງງານ, ການແກ້ໄຂບັນຫາຂາດ ແຄນຄູ, ການປະຕິບັດຄຳຕັດສິນຂອງສານ, ການອະນຸມັດປ່ອຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ການຈັດຕັ້ງຜັນຂະຫຍາຍວຽກງານການຕ່າງປະເທດ ແລະ ວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າດີຂຶ້ນເປັນກ້າວໆ.
ກອງປະຊຸມໄດ້ຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນຕໍ່ໜ້າ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາດ້ວຍຄວາມຮັບຜິດຊອບສູງກວ່າເກົ່າ ໂດຍສຸມໃສ່ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ທີ່ເປັນສິ່ງອຸດຕັນ-ກີດຂວາງຕໍ່ການພັດ ທະນາເສດຖະກິດ-ສັງຄົມ ໃນຂົງເຂດທີ່ຕົນຮັບຜິດຊອບ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີສະຖຽນລະພາບ-ໝັ້ນທ່ຽງ, ຕົວເລກເສດຖະກິດເຕີບໂຕໃນທິດທາງທີ່ດີຂຶ້ນ. ຕໍ່ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມປະຈໍາໄຕມາດ 1 ປີ 2025 ກອງປະຊຸມເຫັນວ່າມີຜົນສໍາເລັດຫຼາຍດ້ານ, ແຕ່ກໍຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ສືບຕໍ່ຢ່າງຕັ້ງໜ້າ ໃນການປ້ອງກັນສະກັດກັ້ນ ແລະ ແກ້ໄຂ, ຈຶ່ງໄດ້ຊີ້ ນໍາໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ; ສືບຕໍ່ແກ້ໄຂບັນຫາຄໍເຊັນເຕີ ດ້ວຍຫຼາຍຮູບການ-ຫຼາຍວິທີ ໂດຍໃຫ້ປະຊາຊົນ ແລະ ສັງຄົມ ມີສ່ວນຮ່ວມໃນການແຈ້ງຂໍ້ມູນຫຼາຍຂຶ້ນ ເພື່ອເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ລັດ ທັງສົມທົບ-ຮ່ວມມືກັບປະເທດເພື່ອນມິດ ສ້າງແຜນການປາບປາມ-ກວາດລ້າງກຸ່ມແກ້ງດັ່ງກ່າວໃຫ້ໝົດໄປ; ສຸມໃສ່ສ້າງແຜນຍຸດທະສາດໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າມະນຸດ ໂດຍໃຫ້ກຳນົດເປັນແຜນວຽກວິຊາສະເພາະເປັນອັນລະ ອຽດ ພ້ອມທັງສຸມໃສ່ວຽກງານໂຄສະນາເຂົ້າເຖິງເປົ້າໝາຍຕົວຈິງກັບທີ່, ໂຄສະນາຜ່ານສື່ອອນລາຍ, ໂທລະພາບ, ວິທະ ຍຸ ແລະ ສື່ອື່ນໆ ໃຫ້ກວ້າງຂວາງທົ່ວເຖິງກວ່າເກົ່າ ແລ້ວສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດຕໍ່ລັດຖະບານ ເປັນແຕ່ລະໄລຍະ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງນິຕິກໍາ ຈໍານວນ 7 ສະບັບຄື: ຮ່າງຍຸດທະສາດ ພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ 2026-2040; ຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2040; ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍປ້າຍ; ຮ່າງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ຮ່າງກົດໝາຍ ວ່າດ້ວຍຊົນລະປະທານ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍສາມັນສຶກສາ. ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວ ຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນການກຳ ນົດຈຸດປະສົງ, ການອະທິບາຍຄໍາສັບ, ການນຳໃຊ້ຄຳສັບ, ຊື່ຂອງບາງນິຕິກຳ, ການກຳນົດອັດຕາອາກອນຕ່າງໆ, ການກຳ ນົດເນື້ອໃນ ໃຫ້ຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ, ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດ ຖະກິດ-ສັງຄົມ ກໍຄືກົດໝາຍ ແລະ ນິຕິກໍາກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວ ເປັນຕົ້ນລັດຖະທໍາມະນູນ (ສະບັບປັບປຸງ), ກົດໝາຍວ່າດ້ວຍອົງການປົກຄອງທ້ອງຖິ່ນ (ສະບັບປັບປຸງ), ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ ເພື່ອຮັບປະກັນເມື່ອປະກາດນໍາໃຊ້ແລ້ວ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ. ນອກນັ້ນ, ຕໍ່ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ) ພາຍຫຼັງປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານແລ້ວ ແມ່ນໃຫ້ນໍາໄປຈັດສໍາມະນາລະດົມຄວາມຄິດເຫັນຈາກພາກ ສ່ວນຕ່າງໆເພີ່ມຕື່ມ ເພື່ອໃຫ້ມີເນື້ອໃນສອດຄ່ອງ ແລະ ຄົບຖ້ວນສົມບູນ.
ສຳລັບວຽກຈຸດສຸມຂອງລັດຖະບານໃນເດືອນເມສານີ້, ລັດຖະບານຈະຕ້ອງໄດ້ສືບຕໍ່ບຸກບືນຜ່ານຜ່າອຸປະສັກຕ່າງໆ ເພື່ອສຸມໃສ່ຍູ້ແຮງການຈັດຕັ້ງປະຕິບັດຄາດໝາຍ ແລະ ວຽກງານຈຸດສຸມທີ່ໄດ້ກໍານົດໃນມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ດຳລັດສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025; ສືບຕໍ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ສັງຄົມ ໃຫ້ປະສົບຜົນສໍາເລັດ ແລະ ເປັນຮູບປະທໍາ ໃນນັ້ນ, ໄດ້ເນັ້ນວຽກງານຈຸດສຸມຕົວຈິງຈຳນວນໜື່ງຄື:
– ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໂດຍສຸມໃສ່ຮັກ ສາຄວາມສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປາກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນບັນຫາຢາເສບຕິດ, ການຄ້າມະນຸດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸບັດເຫດຕາມທ້ອງຖະໜົນ, ອັກຄີໄພ ແລະ ບັນຫາອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ.
– ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ຜົນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ໂດຍສະເພາະໃຫ້ຮີບຮ້ອນປັບປຸງກົງຈັກການຈັດຕັ້ງ ເປັນຕົ້ນການຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກະຊວງທີ່ໂຮມເຂົ້າກັນ ເປັນຕົ້ນການສັບຊ້ອນບັນດາກົມ, ການສັບຊ້ອນພະນັກງານ ເພື່ອໃຫ້ສາມາດດຳເນີນກອງປະຊຸມໃຫ່ຍແຕ່ລະຂັ້ນໃຫ້ສຳ ເລັດຕາມກຳນົດເວລາ; ພ້ອມກັນນີ້, ກໍກະກຽມບັນດາເນື້ອໃນເອກະສານ, ບັນດາຮ່າງກົດໝາຍທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ແຕ່ຫົວທີ.
– ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດທິດຊີ້ນຳຂອງກົມການເມືອງສູນກາງພັກ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນໃນເດືອນຜ່ານມາ ໂດຍໃຫ້ສຸມໃສ່ການແກ້ໄຂໜີ້ສິນ; ການແກ້ໄຂບັນຫາສິນຄ້າເຖື່ອນ; ບັນຫາຫາງສຽງຂອງປະຊາຊົນກ່ຽວກັບລາຄາໄຟຟ້າ; ບັນຫາໄຟຟ້າຕົກ, ໄຟຟ້າດັບ ແລະ ນໍ້າປະປາບໍ່ມາ ຫຼື ບໍ່ພໍໃຊ້; ການຊຸກຍູ້ການຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ຈຳກັດການນຳເຂົ້າສິນຄ້າທີ່ພາຍໃນຜະລິດໄດ້; ການສ້າງສະພາບແວດລ້ອມໃນການສົ່ງເສີມການລົງທຶນ.
– ສືບຕໍ່ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບການນຳໃຊ້ເງິນເກັບລາຍຮັບເກີນແຜນ ປະຈຳປີ 2024 ຂອງທ້ອງຖິ່ນ ໃຫ້ໄດ້ຮັບຜົນດີ ໂດຍໃຫ້ບັນດາອົງການປົກຄອງແຂວງ ແລະ ນະຄອນຫຼວງວຽງຈັນ ຄົ້ນ ຄວ້າຈັດລຽງບຸລິມະສິດຕາມເປົ້າໝາຍທີ່ໄດ້ກຳນົດໄວ້ ໃຫ້ມີຄວາມເປັນເອກະພາບ, ມີການຮັບຮອງຂອງສະພາປະຊາຊົນແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມທັງໃຫ້ມີການຕິດຕາມ, ກວດກາການຈັດຕັ້ງປະຕິບັດຈາກກະຊວງການເງິນ.
– ສືບຕໍ່ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງຊາດ ຕາມຄຳສັ່ງເລກທີ 18 /ນຍ, ລົງວັນທີ 16 ກັນຍາ 2021 ໃຫ້ແຂງແຮງກວ່າເກົ່າ ແລະ ເຮັດໃຫ້ການຄຸ້ມຄອງການເກັບລາຍຮັບມີຄວາມຮັບປະ ກັນ, ຖືກຕ້ອງ ແລະ ຄົບຖ້ວນ ໂດຍສຸມໃສ່ເກັບລາຍຮັບຈາກຖານລາຍຮັບທີ່ມີແລ້ວ ແລະ ການຫັນໄປສູ່ລະບົບການເກັບລາຍຮັບແບບທັນສະໄໝ.
– ສືບຕໍ່ໂຄສະນາເຜີຍແຜ່ລະບຽບການໃນການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດ ຢູ່ ສປປລາວ ຕາມຂໍ້ຕົກລົງຂອງທະນາຄານແຫ່ງ ສປປລາວ ສະບັບເລກທີ 155/ທຫລ ໃຫ້ຫຼາຍຂຶ້ນ ແລະ ກວ້າງຂວາງກວ່າເກົ່າ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ, ອະທິບາຍໃຫ້ຈະແຈ້ງ, ຊັດເຈນ ແນໃສ່ສົ່ງເສີມການນຳໃຊ້ເງິນກີບ, ຫຼຸດຜ່ອນການແລກ ປ່ຽນເງິນຕາຕ່າງປະເທດຢ່າງຊະຊາຍ ແລະ ເຮັດໃຫ້ການນຳໃຊ້ເງິນຕາຕ່າງປະເທດ ມີຄວາມເປັນລະບຽບຮຽບຮ້ອຍຫຼາຍ ຂຶ້ນ.
– ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ, ລົງວັນທີ 7 ມີນາ 2025 ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆໃນຂອບເຂດທົ່ວປະເທດ ໂດຍໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາເຈົ້າແຂວງໃນທົ່ວປະເທດ ກຳແໜ້ນຄຳສັ່ງ ພ້ອມທັງຂະຫຍາຍອອກເປັນໜ້າວຽກລະອຽດຕາມຄວາມຮັບຜິດຊອບຂອງຕົນໂດຍໄວ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ໃຫ້ມີປະສິດ ທິຜົນ; ກໍລະນີຂະແໜງການໃດ ຫຼື ທ້ອງຖິ່ນໃດ ລະເມີດຄຳສັ່ງ ແມ່ນໃຫ້ຄະນະນຳຂອງຂະແໜງການນັ້ນ ຫຼື ທ້ອງຖິ່ນນັ້ນ ຮັບຜິດຊອບຕໍ່ກົດໝາຍ ແລະ ລະບຽບການຕ່າງໆທີ່ກຳນົດໄວ້.
– ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງ ເປັນຕົ້ນທາງດ່ວນວຽງຈັນ-ຮ່າໂນ້ຍ, ທາງດ່ວນວຽງຈັນ-ບໍເຕ່ນ (ໂດຍສະເພາະຊ່ວງທີ 4), ໂຄງການເສັ້ນທາງເລກທີ 12 ແລະ ເສັ້ນທາງເຂົ້າສູ່ສະຖານທີ່ທ່ອງທ່ຽວຕ່າງໆ.
– ສືບຕໍ່ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ, ນໍາໃຊ້ບໍ່ຖືກເປົ້າໝາຍ ຢູ່ບັນດາແຂວງທົ່ວປະເທດ ຢ່າງເດັດ ຂາດ ແລະ ໃຫ້ສຳເລັດໄວ; ສືບຕໍ່ປະຕິບັດດໍາລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ຂໍ້ຕົກລົງວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023 ຕາມທີ່ໄດ້ຊີ້ນໍາໃນແຈ້ງການສະບັບເລກທີ 478/ຫສນຍ, ລົງວັນທີ 21 ມີນາ 2025.
– ເດືອນເມສາຂອງທຸກໆປີ, ປະຊາຊົນລາວບັນດາເຜົ່າ ແມ່ນຈະໄດ້ສະເຫຼີມສະຫຼອງບຸນປີໃໝ່ລາວ, ສຳລັບປີໃໝ່ລາວ ພສ. 2568 ນີ້ ແມ່ນຖືກວັນທີ 14-16 ເມສາ 2025 (ກົງກັບວັນຈັນ-ວັນພຸດ) ສະນັ້ນ, ໃຫ້ບັນດາກະຊວງກ່ຽວ ຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ຊຸກຍູ້, ສົ່ງເສີມການຜະລິດສະບຽງອາຫານ, ການສະໜອງເຄື່ອງອຸປະ ໂພກ ແລະ ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ ພ້ອມທັງຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນ ຄ້າໃນທ້ອງຕະຫຼາດ ລວມທັງຄ່າບໍລິການຕ່າງໆ ເປັນຕົ້ນຄ່າໂດຍສານ, ຄ່າເຂົ້າຢ້ຽມຊົມສະຖານທີ່ທ່ອງທ່ຽວ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ, ຄ່າອາຫານ ແລະ ຄ່າບໍລິການຕ່າງໆ ໂດຍບໍ່ມີເຫດຜົນ; ເອົາໃຈໃສ່ຊີ້ນໍາການຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍໃຫ້ມີການແບ່ງຄວາມຮັບຜິດຊອບ ໃນການຕິດຕາມກວດກາເວນຍາມ ແລະ ປະຈຳການຄັກແນ່ ໃນຕະຫຼອດໄລຍະຫຼິ້ນບຸນປີໃໝ່ລາວ ແລະ ໃຫ້ສາມາດປະ ສານງານໄດ້ຢ່າງປົກກະຕິ; ໃຫ້ຈັດສັນເສັ້ນທາງການຈະລາຈອນລົດ ໃຫ້ມີຄວາມສະດວກໃນການສັນຈອນ ແລະ ມີຄວາມປອດໄພ ພ້ອມນັ້ນ, ກໍໃຫ້ເພີ່ມທະວີການໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຜ່ານສື່ໂທລະພາບ, ວິທະຍຸ ແລະ ສື່ສັງຄົມອອນລາຍຕ່າງໆ ເພື່ອສ້າງຈິດສໍານຶກໃຫ້ທົ່ວສັງຄົມຫຼິ້ນບຸນປີໃໝ່ຢ່າງເບີກບານມ່ວນຊື່ນ, ມີສະຕິ ແລະ ເຄົາລົບກົດລະບຽບຈະລາຈອນ ເພື່ອປ້ອງກັນການເກີດອຸບັດເຫດ, ໃຫ້ມີຄວາມເປັນລະບຽບຮຽບຮ້ອຍຕາມຖະໜົນຫົນ ທາງ, ຫຼຸດຜ່ອນການສັນຈອນແອອັດ; ໃຫ້ເພີ່ມທະວີການໂຄສະນາການເປັນເຈົ້າພາບທີ່ດີ ແລະ ກຳນົດສະຖານທີ່ທ່ອງທ່ຽວຕ່າງໆໃຫ້ມີຄວາມພ້ອມບໍລິການນັກທ່ອງທ່ຽວ ລວມທັງການກໍານົດສະຖານທີ່ຈະຈັດງານບຸນປີໃໝ່ລາວຂອງແຕ່ລະແຂວງ ໃຫ້ມີຄວາມເໝາະສົມ ເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງປະຊາສໍາພັນໃຫ້ປະຊາຊົນໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ປະຈໍາຊາດ ໃຫ້ຖືກ ຕ້ອງ ແລະ ສອດຄ່ອງກັບວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ.
– ຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ຕິດຕາມ ແລະ ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 11/ນຍ, ການຄຸ້ມຄອງຕິດຕາມເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນການບຸກລຸກປ່າໄມ້ ແລະ ໄຟໄໝ້ລາມປ່າ ທີ່ເກີດຈາກການຜະລິດກະສິກຳ ຢ່າງເຂັ້ມງວດ; ພ້ອມກັນນັ້ນ, ກໍສືບຕໍ່ຕິດຕາມເຝົ້າລະວັງສະພາບການປ່ຽນແປງດິນຟ້າອາກາດ ເພື່ອກະກຽມຄວາມພ້ອມໃນການຕ້ານໄພແຫ້ງແລ້ງ ແລະ ສືບຕໍ່ປ້ອງກັນ, ແກ້ໄຂການລະບາດຂອງພະຍາດຕາມລະດູການທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຕິດຕາມເຝົ້າລະວັງການລະບາດຂອງພະຍາດສັດຕູພືດຕາມລະດູການ.
– ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຜົນກອງປະຊຸມຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະ ວິພາຄີ ລາວ-ຫວຽດນາມ, ຜົນຂອງກອງປະຊຸມສຸດຍອດລັດຖະບານໂລກ, ຜົນການຢ້ຽມຢາມລາຊະອານາຈັກໄທ.
– ສືບຕໍ່ກະກຽມໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີ ໄຊຊະນະສົງຄາມປົກປ້ອງປິຕຸພູມຂອງລັດເຊຍ, ທ່ານນາຍົກລັດຖະມົນຕີ ໄປຮ່ວມກອງປະຊຸມໂບອ່າວ ທີ່ ສປຈີນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 ທີ່ຮ່າໂນ້ຍ, ສສ.ຫວຽດ ນາມ; ພ້ອມນີ້, ກະກຽມຕ້ອນຮັບການມາຢ້ຽມຢາມ ສປປລາວ ຢ່າງເປັນທາງການຂອງຜູ້ນໍາປະເທດເພື່ອນມິດ.
ໃນຕອນທ້າຍ, ກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມເດືອນເມສາ ໄປປັບປຸງເຂົ້າໃນແຜນຈັດຕັ້ງປະຕິບັດວຽກງານຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບ ຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ, ມີຄາດໝາຍເວລາສຳເລັດຊັດເຈນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.
(ກົມປະຊາສໍາພັນ ຫສນຍ)