ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

​ກ.ກ. 17, 2025 | SlideMobile, ຂ່າວທົ່ວໄປ, ຂ່າວເດັ່ນ

(ສພຊ) – ຕອນແລງວັນທີ 16 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ເຊິ່ງໃຫ້ຮູ້ວ່າ: ກອງປະຊຸມໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ແລະ ປິດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ເຂົ້າຮ່ວມມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າສະພາແຫ່ງຊາດ (ສພຊ), ອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, 3 ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ; ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ວາລະທີ 1. ກອງປະຊຸມໄດ້ພິຈາລະນາເຫັນດີດ້ານຫຼັກການຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະບານ ຄື:
1. ການຜັນຂະຫຍາຍ ແລະ ປະຕິບັດ 12 ວຽກ ໃນມະຕິ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ແຜນການຜັນຂະຫຍາຍບັນດາມະຕິຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ພົວພັນກັບລັດຖະບານ, ການແກ້ໄຂບັນຫາທີ່ສັງຄົມສະເໜີ ແລະ 10 ບັນຫາທີ່ ສພຊ ສັງລວມ.
2. ລາຍງານສະພາບພາກພື້ນ-ສາກົນ ແລະ ຄາດຄະເນຜົນກະທົບຕໍ່ປະເທດເຮົາ ທັງສະເໜີມາດຕະການຮັບມືຕໍ່ຜົນກະທົບທີ່ອາດຈະເກີດຂຶ້ນ ແລະ ວຽກງານຊາຍແດນ (ການສ້າງຕັ້ງ ຫຼື ຍົກລະດັບດ່ານຊາຍແດນ).
3. ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຊາດ (ປກຊ) ແລະ ວຽກງານກໍ່ສ້າງຮາກຖານການເມືອງ.
4. ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຄວາມສະຫງົບ (ປກສ) ແລະ ສະເໜີທິດທາງແກ້ໄຂໃນ 6 ເດືອນທ້າຍປີ.
ຕໍ່ການສະຫຼຸບວຽກງານ 6 ເດືອນຕົ້ນປີ 2025 ຂອງລັດຖະບານ: ເຖິງແມ່ນວ່າສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະບັນຫາຂໍ້ຂັດແຍ້ງຕ່າງໆ, ການແຜ່ລະບາດຂອງພະຍາດ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະຢູ່ພາຍໃນປະເທດ ກໍ່ເກີດມີໄພທຳມະຊາດນໍ້າຖ້ວມ ແລະ ນໍ້າປ່າໄຫຼຊຸ ເຮັດໃຫ້ມີຜູ້ເສຍຊີວິດຢູ່ບາງແຂວງ ບວກກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍບາງດ້ານ ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ. ແຕ່ດ້ວຍຄວາມພະຍາຍາມ, ເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ ແລະ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ສາມາດເຮັດໃຫ້ທົ່ວປະເທດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວໃນລະດັບ 4.5%, ສາມາດເກັບລາຍຮັບງົບປະມານໄດ້ 37,758 ຕື້ກີບ ເທົ່າກັບ 55% ຂອງແຜນການປີ, ແຜນລາຍຈ່າຍປະຕິບັດໄດ້ 28,223 ຕື້ກີບ ເທົ່າກັບ 39% ຂອງແຜນການປີ ໂດຍໄດ້ສຸມໃສ່ລາຍຈ່າຍທີ່ເປັນບຸລິມະສິດ ເປັນຕົ້ນ ການເບີກຈ່າຍເງິນເດືອນ, ເງິນອຸດໜູນຄ່າຄອງຊີບ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານ ແລະ ຜູ້ເສຍອົງຄະ ທັງປະຕິບັດເງິນອຸດໜູນຕໍ່ຄູອາສາສະໜັກ ແລະ ເງິນເດືອນຂັ້ນຕໍ່າຂອງພະນັກງານ-ລັດຖະກອນ, ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ຕາມສັນຍາ; ອັດຕາເງິນເຟີ້ຫຼຸດລົງເປັນແຕ່ລະເດືອນ ສະເລ່ຍ 6 ເດືອນຕົ້ນປີ ຢູ່ໃນລະດັບ 11%, ຄາດວ່າໝົດປີ ອັດຕາເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ; ຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 4.9 ເດືອນ ເຊິ່ງທ້າຍປີ 2025 ຄາດວ່າຈະສາມາດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ; ໄດ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ເຮັດໃຫ້ລາຄາສິນຄ້າເໜັງຕີງບໍ່ຫຼາຍ ເຊິ່ງມີທ່າອຽງດີຂຶ້ນ, ພ້ອມກັນນັ້ນ ກໍໄດ້ກະກຽມປະຕິບັດໂຄງການສ້າງສາງນໍ້າມັນເຊື້ອໄຟ; ໄດ້ຊຸກຍູ້ສົ່ງເສີມການຜະລິດເຂົ້ານາແຊງ ສາມາດປະຕິບັດໄດ້ໃນເນື້ອທີ່ 84,700 ກວ່າເຮັກຕາ, ຜົນຜະລິດໄດ້ 423,800 ກວ່າໂຕນ ເທົ່າກັບ 94% ຂອງແຜນການປີ ນອກນັ້ນ, ຍັງສົ່ງເສີມການຜະລິດກະສິກໍາສົ່ງອອກເປັນສິນຄ້າ ທົດແທນການນຳເຂົ້າ ເປັນຕົ້ນ ພືດຜັກ, ໝາກໄມ້, ປາ, ສັດໃຫຍ່ ແລະ ອື່ນໆ ໂດຍສາມາດສົ່ງສິນຄ້າກະສິກຳ-ປ່າໄມ້ ບັນລຸ 1,120 ລ້ານກວ່າໂດລາ ເທົ່າກັບ 75% ຂອງແຜນການປີ; ໄດ້ສຸມໃສ່ຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດທີ່ໄດ້ອະນຸມັດຜ່ານມາ ໂດຍໄດ້ອອກຄຳສັ່ງສະບັບເລກທີ 06/ນຍ ທັງປະຕິບັດມາດຕະການໂຈະການພິຈາລະນາໂຄງການໃໝ່ຕາມແຈ້ງການສະບັບເລກທີ 1090/ຫສນຍ ສໍາລັບແຮ່ໂລຫະທາດ ຢ່າງເຂັ້ມງວດ ແລະ ໄດ້ສືບຕໍ່ສຸມໃສ່ກວດກາໂຄງການແຮ່ຄຳ, ແຮ່ຫາຍາກ ແລະ ແຮ່ທາດອື່ນໆ ທີ່ໄດ້ຮັບອະນຸຍາດຜ່ານມາ ແລະ ປະຕິບັດມາດຕະການເຂັ້ມງວດ, ເດັດຂາດ ຕໍ່ໂຄງການທີ່ລະເມີດສັນຍາ, ສ້າງຜົນກະທົບບໍ່ດີຕໍ່ສິ່ງແວດລ້ອມ-ສັງຄົມ ລວມທັງໂຄງການທີ່ລາຍງານຂໍ້ມູນຜົນການຜະລິດບໍ່ຖືກກັບຄວາມເປັນຈິງ ເຊິ່ງເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ນັບມື້ມີຄວາມເຂັ້ມງວດ ແລະ ເດັດຂາດຫຼາຍຂຶ້ນ; ໄດ້ແກ້ໄຂຍານພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ຄຸ້ມຄອງລົດລັດ ຕາມດຳລັດ 599/ລບ ແລະ ຂໍ້ຕົກລົງ 169/ນຍ ມີຄວາມຄືບໜ້າເປັນກ້າວໆ; ໄດ້ຄົ້ນຄວ້າ ແລະ ສະເໜີທິດທາງປັບປຸງການປະຕິຮູບລັດວິສາຫະກິດຈຳນວນໜຶ່ງ ເຊິ່ງກົມການເມືອງສູນກາງພັກ ໄດ້ຕົກລົງເຫັນດີດ້ານຫຼັກການແລ້ວ; ໄດ້ສຸມໃສ່ແກ້ໄຂສະພາບຂາດແຄນໄຟຟ້າ ແລະ ໄດ້ເລັ່ງຊຸກຍູ້ໂຄງການແຫຼ່ງຜະລິດທີ່ຈັດໃນບຸລິມະສິດ; ໄດ້ສຸມໃສ່ປະຕິບັດໂຄງການປັບປຸງ ແລະ ຍົກລະດັບພື້ນຖານໂຄງລ່າງດ້ານຄົມມະນາຄົມ ແລະ ຂົນສົ່ງ ເພື່ອເຊື່ອມຈອດ-ເຊື່ອມໂຍງຢູ່ພາຍໃນປະເທດ, ກັບພາກພື້ນ ແລະ ສາກົນ ທັງອຳນວຍຄວາມສະດວກ ແລະ ຫຼຸດຕົ້ນທຶນການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ ເປັນຕົ້ນ ເສັ້ນທາງສີໄຄ-ໂພນໂຮງ, ເສັ້ນທາງເລກທີ 13 ໃຕ້, ຂົວຂ້າມນໍ້າຂອງ ຫ້ວຍແກ້ວ-ກ້ອນຕືນ ແຂວງບໍ່ແກ້ວ ສຳເລັດ 98%, ຂົົວຂ້າມນໍ້າຂອງ ປາກຊັນ-ບຶງການ ສຳເລັດ 97%, ຂົວ 12 ແຫ່ງ ຕາມເສັ້ນທາງຈຳປາສັກ-ສາລະວັນ ສຳເລັດ 61%; ໄດ້ຊຸກຍູ້ໂຄງການກໍ່ສ້າງທາງດ່ວນທີ່ໄດ້ເຊັນ MOU ຜ່ານມາ ເປັນຕົ້ນ ທາງດ່ວນ ລາວ-ຈີນ (ແຕ່ແຂວງອຸດົມໄຊ-ຊາຍແດນບໍ່ເຕ່ນ), ທາງດ່ວນ ວຽງຈັນ-ຮ່າໂນ້ຍ, ທາງລົດໄຟ ວຽງຈັນ-ທ່າແຂກ-ຫວງອ່າງ ນອກນັ້ນ, ກຳລັງເລັ່ງສ້າງແຜນປັບປຸງ-ກໍ່ສ້າງເສັ້ນທາງ ແລະ ຂົວ ເປັນຕົ້ນ ເສັ້ນທາງເລກທີ 13 ເໜືອ, ຂົວຂ້າມນໍ້າຂອງ ຊຽງແມນ-ຫຼວງພະບາງ, ຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 ສາລະວັນ-ອຸບົນຣາດຊະທານີ ແລະ ທາງຫຼວງທ້ອງຖິ່ນອື່ນໆຕື່ມອີກ; ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 76,900 ກວ່າຕອນ ເທົ່າກັບ 26% ຂອງແຜນການປີ; ໄດ້ສືບຕໍ່ສຸມໃສ່ແກ້ໄຂສະພາບຂາດຄູສອນ ໂດຍສຸມໃສ່ປະຕິບັດຕາມນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ກຳນົດໃນມະຕິ 09/ລບ ເປັນຕົ້ນ ໄດ້ເພີ່ມເງິນເບ້ຍລ້ຽງໃຫ້ນັກສຶກສາທີ່ຮຽນສາຍຄູ, ການກຳນົດໂກຕາຄູສອນໃຫ້ສອດຄ່ອງກັບແຜນກໍ່ສ້າງຄູ, ຫັນຄູອາສາສະໝັກເຂົ້າເປັນລັດຖະກອນຄູ ແລະ ການທົດແທນຄູທີ່ສູນເສຍດ້ວຍຮູບການຕ່າງໆ ທັງປະຕິບັດນະໂຍບາຍເອົາຄູອາສາສະໝັກ ເຂົ້າບັນຈຸເປັນທະຫານພັນທະ ແຕ່ປະຕິບັດໜ້າທີ່ຄູສອນ; ໄດ້ສຸມໃສ່ປັບປຸງ ແລະ ຍົກລະດັບຕາໜ່າງການບໍລິການສາທາລະນະສຸກໃນທົ່ວປະເທດ ໂດຍກໍ່ສ້າງຍົກລະດັບພື້ນຖານໂຄງລ່າງ ແລະ ພັດທະນາບຸກຄະລາກອນທາງການແພດ ທັງຢູ່ສູນກາງ ແລະທ້ອງຖິ່ນ; ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງຕາມມະຕິຂອງສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ເຊິ່ງຂັ້ນສູນກາງແມ່ນສໍາເລັດໂດຍພື້ນຖານ ແລະ ກໍາລັງສືບຕໍ່ໃນຂັ້ນທ້ອງຖິ່ນ; ໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ໂດຍເປັນເຈົ້າການເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດຂອບການຮ່ວມມືຕ່າງໆຂອງສາກົນ ເຊິ່ງໄດ້ນໍາເອົາຜົນປະໂຫຍດ ແລະ ໝາກຜົນສຳເລັດຕົວຈິງມາໃຫ້ປະເທດຫຼາຍຂຶ້ນ ທັງສາມາດເຮັດໃຫ້ບົດບາດ ແລະ ອິດທິພົນຂອງລາວ ໃນເວທີພາກພື້ນ ແລະ ສາກົນ ສູງເດັ່ນຂຶ້ນ.
ສຳລັບທິດທາງແຜນວຽກຈຸດສຸມໃນໄລຍະ 6 ເດືອນທ້າຍປີ 2025, ກອງປະຊຸມໄດ້ຊີ້ນໍາຂະແໜງການ ແລະ ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນດັ່ງນີ້:
1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໃຫ້ເຂັ້ມແຂງ; ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ; ສ້າງແຜນປ້ອງກັນຮັກສາຄວາມສະຫງົບ ແລະ ປອດໄພ ໃຫ້ແກ່ການຈັດງານສຳຄັນຂອງຊາດ ເປັນຕົ້ນ ໄລຍະສະເຫຼີມສະຫຼອງວັນສະຖາປານາ ສປປລາວ ຄົບຮອບ 50 ປີ, ງານມະຫະກໍາກິລາແຫ່ງຊາດ, ກອງປະຊຸມໃຫຍ່ 3 ຂັ້ນ ແລະ ອື່ນໆ.
2. ສືບຕໍ່ປັບປຸງກົງຈັກການຈັດຕັ້ງຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິຂອງສະພາແຫ່ງຊາດ ເລກທີ 05/ສພຊ ໃນໜ້າວຽກທີ່ຍັງບໍ່ທັນສໍາເລັດ ໃຫ້ຖືກຕ້ອງໂປ່ງໃສ ແລະ ຮັບປະກັນຄວາມສະຫງົບ ໃນນັ້ນ, ໃຫ້ສຸມໃສ່ຮ່າງດຳລັດວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່ ທັງກຳນົດຕຳແໜ່ງງານ ແລະ ສັບຊ້ອນຈັດວາງພະນັກງານຂອງບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ໄດ້ປັບປຸງກົງຈັກຄືນໃໝ່ນັ້ນ ໃຫ້ສຳເລັດຕາມແຜນກຳນົດ; ພ້ອມນີ້, ກໍສືບຕໍ່ກະກຽມດຳເນີນກອງປະຊຸມໃຫຍ່ຂອງບັນດາອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
3. ກະກຽມສະເຫຼີມສະຫຼອງວັນສຳຄັນທາງປະຫວັດສາດ: ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ແລະ ວັນວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ບັນລຸໄດ້ຈຸດປະສົງລະດັບຄາດໝາຍ ບົນຈິດໃຈປະຢັດມັດທະຍັດ ທັງໃຫ້ມີເນື້ອໃນ ແລະ ເປັນຂະບວນຟົດຟື້ນ; ຖືເອົາໂອກາດນີ້ ປຸກລະດົມຈິດໃຈຮັກຊາດ, ຮັກລະບອບໃໝ່ ໃຫ້ສູງຂຶ້ນ, ໃນນີ້: ເອົາໃຈໃສ່ການຈັດຕັ້ງປາຖະກະຖາມູນເຊື້ອການປະຕິວັດພາຍໃຕ້ການນຳພາຂອງພັກ; ການຂຽນບົດຕ່າງໆ ທີ່ມີເນື້ອໃນສັນລະເສີນມູນເຊື້ອອັນດີງາມຂອງພັກ ແລະ ລັດຖະບານ; ການສະແດງສິລະປະວັນນະຄະດີ; ການແຂ່ງຂັນກິລາຕ່າງໆ; ຈັດຕັ້ງພົບປະພະນັກງານອາວຸໂສປະຕິວັດ; ຈັດຕັ້ງສວນສະໜາມຂອງກຳລັງປະກອບອາວຸດ, ບັນດາຂະແໜງການ, ຂົງເຂດວຽກງານ ແລະ ອື່ນໆ.
4. ສືບຕໍ່ສຸມໃສ່ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມແຜນວຽກຂອງຄະນະສະເພາະກິດ 19/ກມສພ ໃນນີ້, ສຸມໃສ່ການຊໍາລະໜີ້ສິນຕ່າງປະເທດໃຫ້ທັນຕາມກຳນົດ, ການຜະລິດເປັນສິນຄ້າທົດແທນການນຳເຂົ້າ ແລະ ສົ່ງອອກ, ຄົ້ນຄວ້າມາດຕະການຮັບມືຕໍ່ກັບສະພາບຄວາມສ່ຽງດ້ານນ້ຳມັນເຊື້ອໄຟໃນຕໍ່ໜ້າ.
5. ສຸມໃສ່ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນ 5 ປີ ຄັ້ງທີ IX (2021-2025) ແລະ ແຜນການປະຈໍາປີ 2025 ຕິດພັນກັບການສະຫຼຸບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ສືບຕໍ່ຮ່າງແຜນ 5 ປີ ຄັ້ງທີ X (2026-2030) ແລະ ແຜນການປະຈໍາປີ 2026 ໃຫ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.
6. ສືບຕໍ່ຄົ້ນຄວ້າການປະຕິບັດມາດຕະການຕົວຈິງຕາມທິດຊີ້ນຳຂອງກົມການເມືອງ ແລະ ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ເພື່ອແກ້ໄຂບັນດາເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກການປັບໂຄງສ້າງລາຄາໄຟຟ້າ ເປັນຕົ້ນ ສຸມໃສ່ການເຈລະຈາລາຄາຊື້-ຂາຍໄຟຟ້າ ກັບຜູ້ພັດທະນາເຂື່ອນ ແລະ ຮີບຮ້ອນຫັນຮູບແບບການຈົດນັບຕົວເລກນຳໃຊ້ໄຟຟ້າ ແລະ ຈ່າຍຄ່າໄຟຟ້າ ເປັນທັນສະໄໝ ແລະ ອື່ນໆ; ພ້ອມນີ້, ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ກ່ຽວກັບການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຄວາມພະຍາຍາມຂອງລັດຖະບານໃນການແກ້ໄຂບັນຫາດັ່ງກ່າວ ໂດຍຫັນປ່ຽນໃໝ່ວິທີການໂຄສະນາເຜີຍແຜ່ໃຫ້ເຂົ້າໃຈງ່າຍ ແລະ ທົ່ວເຖິງ.
7. ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ກ່ຽວກັບການແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດຕ່າງໆ ດ້ວຍຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງທຸກພາກສ່ວນທຸກຂັ້ນ; ແກ້ໄຂບັນຫາພາຫະນະນຳເຂົ້າບໍ່ຖືກຕ້ອງ ໃຫ້ຂາດຕົວ; ສະກັດກັ້ນການຄ້ານອກລະບົບ, ການລັກລອບນຳເຂົ້າສິນຄ້າຟຸມເຟືອຍ, ສົ່ງເສີມສິນຄ້າທີ່ຜະລິດໄດ້ພາຍໃນ.
8. ສືບຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງທີ່ສຳຄັນບຸລິມະສິດ, ເສັ້ນທາງເປ່ເພຈາກໄພພິບັດ; ສຸມໃສ່ປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນໃນຂອບເຂດທົ່ວປະເທດ ໃຫ້ສອດຄ່ອງກັບມະຕິຂອງສະພາແຫ່ງຊາດ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ສະບັບເລກທີ 165/ສພຊ.
9. ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງບັນຫາໄພພິບັດທີ່ອາດຈະເກີດຂຶ້ນໃນລະດູຝົນ ລວມເຖິງກະກຽມແຜນຮັບມື-ແຜນຟື້ນຟູຮີບດ່ວນຫຼັງໄພພິບັດ, ບໍລິຫານຈັດການບັນດາອ່າງເກັບນ້ຳຢູ່ແຕ່ລະເຂື່ອນໄຟຟ້າໃຫ້ດີ.
10. ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງສັງຄົມ ເປັນຕົ້ນ ການຂາດແຄນຄູສອນ ໂດຍຮີບຮ້ອນຄົ້ນຄວ້າໂກຕາຄູ ປີ 2025 ໃຫ້ຫຼາຍຂຶ້ນ; ແກ້ໄຂການປະລະການຮຽນ, ບັນຫາການຄຸ້ມຄອງແຮງງານ, ການຂາດແຄນແຮງງານ, ການແກ້ໄຂບັນຫາທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ໃນນີ້, ໃຫ້ສຸມໃສ່ຄົ້ນຄວ້າປັບປຸງເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ເພື່ອໃຫ້ໄດ້ເລີ່ມປະຕິບັດໃນປີ 2026 ຕາມການຊີ້ນຳຂອງກົມການເມືອງສູນກາງພັກ.
11. ສືບຕໍ່ຕິດຕາມສະພາບການສາກົນ ແລະ ພາກພື້ນ ຢ່າງໃກ້ຊິດ, ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ທັງຜັນຂະຫຍາຍຜົນການໄປຢ້ຽມຢາມ ແລະ ເຮັດວຽກດັ່ງກ່າວ.
ສຳລັບບົດລາຍງານ: ການຜັນຂະຫຍາຍ ແລະ ປະຕິບັດ 12 ວຽກ ໃນມະຕິ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ແຜນການຜັນຂະຫຍາຍບັນດາມະຕິຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ພົວພັນກັບລັດຖະບານ, ການແກ້ໄຂບັນຫາທີ່ສັງຄົມສະເໜີ ແລະ 10 ບັນຫາທີ່ ສພຊ ສັງລວມ; ລາຍງານສະພາບພາກພື້ນ-ສາກົນ ແລະ ຄາດຄະເນຜົນກະທົບຕໍ່ປະເທດເຮົາ ທັງສະເໜີມາດຕະການຮັບມືຕໍ່ຜົນກະທົບທີ່ອາດຈະເກີດຂຶ້ນ ແລະ ວຽກງານຊາຍແດນ (ການສ້າງຕັ້ງ ຫຼື ຍົກລະດັບດ່ານຊາຍແດນ); ລາຍງານສະພາບພົ້ນເດັ່ນວຽກງານ ປກຊ ແລະ ວຽກງານກໍ່ສ້າງຮາກຖານການເມືອງ; ລາຍງານສະພາບພົ້ນເດັ່ນວຽກງານ ປກສ ແລະ ສະເໜີທິດທາງແກ້ໄຂ ໃນ 6 ເດືອນທ້າຍປີ. ກອງປະຊຸມຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ປັບປຸງຄືນຕາມການປະກອບຄຳເຫັນຂອງຜູ້ເຂົ້າຮ່ວມ.
ວາລະທີ 2. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາການລາຍງານກ່ຽວກັບ: 1) ຜົນການທົບທວນຄືນການປັບຂຶ້ນລາຄາໄຟຟ້າ ແລະ ສະເໜີທິດທາງແກ້ໄຂໃນຕໍ່ໜ້າ; 2) ການຮັບມື ແລະ ທິດທາງແກ້ໄຂການຂຶ້ນພາສີຂອງສະຫະລັດອາເມລິກາ ຕໍ່ ສປປລາວ 40%; 3) ສະພາບການຄຸ້ມຄອງລາຄາສິນຄ້າ ລວມທັງລາຄານໍ້າມັນເຊື້ອໄຟ, ການສົ່ງອອກສິນຄ້າລະດູຝົນ, ການປະຕິບັດກອງທຶນສົ່ງເສີມການຜະລິດສິນຄ້າຢູ່ ສປປລາວ.
ວາລະທີ 3. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາການລາຍງານແຜນ ແລະ ບັນຊີໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງທີ່ເປັນບຸລິມະສິດ ໃນປີ 2026 ແລະ ປີຕໍ່ໆໄປ ລວມທັງກົນໄກການປະຕິບັດກອງທຶນທາງ.
(ກົມປະຊາສຳພັນ, ຫສນຍ)