ຜົນກອງປະຊຸມລັດຖະບານປະຈຳເດືອນກັນຍາ

ຕ.ລ. 11, 2025

(ສພຊ) – ຕອນແລງວັນທີ 10 ຕຸລານີ້ ທີ່ສໍານັກງານນາຍົກລັດຖະມົນຕີ (ສນຍ), ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ເຊິ່ງໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 9 ຕຸລາ ແລະ ອັດລົງໃນຕອນບ່າຍວັນທີ 10 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນຳຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນຕຸລາ 2025. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນຄື:

ວາລະທີ 1: ສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນກັນຍາ ແລະ ທິດທາງແຜນການ ປະຈໍາເດືອນຕຸລາ 2025 ຂອງລັດຖະບານ; ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການ ຕ່າງປະເທດ; ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຕີລາຄາການຈັດຕັ້ງປະຕິບັດແຜນເງິນຕາປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ແລະ ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.
ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນກັນຍາ 2025: ກອງປະຊຸມໄດ້ຕີລາຄາເຖິງວ່າສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ ບວກກັບສະພາບພາຍໃນປະເທດ ຖືກຜົນກະທົບຈາກພາຍຸມີຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມ-ນໍ້າໄຫຼຊຸ ສົ່ງຜົນກະທົບຕໍ່ 10 ແຂວງ, 34 ເມືອງ, 131 ບ້ານ, 632 ຄົວເຮືອນ, 17,202 ຄົນ, ມີຜູ້ເສຍຊີວິດ 4 ຄົນ ແລະ ສູນຫາຍ 4 ຄົນ. ຕໍ່ສະພາບດັ່ງກ່າວ, ລັດຖະບານ ໄດ້ຮີບຮ້ອນມອບໝາຍຄວາມຮັບຜິດຊອບໃຫ້ສະມາຊິກລັດຖະບານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ລົງຕິດຕາມຊ່ວຍເຫຫຼືອແກ້ໄຂສຸກເສີນເບື້ອງຕົ້ນຢູ່ບາງພື້ນທີ່ຕົວຈິງ ໃຫ້ທັນສະພາບການ, ອັນສໍາຄັນແມ່ນເພື່ອເຮັດໃຫ້ການຟື້ນຟູຜົນກະທົບດັ່ງກ່າວ ກັບຄືນສູ່ສະພາບປົກກະຕິໂດຍໄວ; ພ້ອມກັນນັ້ນ, ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນ ຕົ້ນ: ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 54,330 ຕື້ກີບ ເທົ່າກັບ 80% ຂອງແຜນປີ (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 30%); ການປະຕິບັດແຜນລາຍຈ່າຍໄດ້ 43,887 ຕື້ກີບ ເທົ່າກັບ 61% ຂອງແຜນໝົດປີ; ການຄວບຄຸມອັດເງິນເຟີ້ ຫຼຸດລົງຈາກ 5% ໃນເດືອນສິງຫາ ເປັນ 4.5% ໃນເດືອນກັນຍາ; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 4.99 ເດືອນ; ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ໄດ້ຕາມຂໍ້ຜູກພັນສັນຍາ; ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະເພາະການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ; ເອົາໃຈໃສ່ຕິດຕາມ, ກວດກາລາຄາສິນຄ້າໃນທ້ອງຕະຫຼາດ ເປັນຕົ້ນ ເຂົ້າສານໜຽວ, ເຂົ້າສານຈ້າວ, ຊີ້ນໝູ, ໄຂ່ໄກ່ພັນ ແລະ ອື່ນໆ. ພ້ອມນີ້, ກໍໄດ້ຄົ້ນຄວ້າໂຄງສ້າງລາຄາສິນຄ້າ, ແກ້ໄຂຕົ້ນທຶນການຜະລິດສິນຄ້າທີ່ຈຳເປັນ ໃຫ້ມີມູນຄ່າຕ່ຳລົງ ໂດຍສະເພາະສິນຄ້າກະສິກຳປະເພດເຂົ້າກິນ, ປາ, ໄຂ່ໄກ່ ແລະ ຊີ້ນໝູ ຕິດພັນກັບການສະໜອງປັດໄຈການຜະລິດເຊັ່ນ: ຫົວອາຫານ, ຝຸ່ນ, ແນວພັນ ແລະ ອື່ນໆ ໂດຍລວມແມ່ນສາມາດສະໜອງສິນຄ້າທີ່ຈຳເປັນໄດ້ໂດຍພື້ນຖານ, ບໍ່ມີສະພາບກັກຕຸນ ແລະ ສວຍໂອກາດຂຶ້ນລາຄາສິນຄ້າຕ່າງໆ; ສໍາລັບການສົ່ງອອກສິນຄ້າ ບັນລຸ 709 ລ້ານກວ່າໂດລາ, ຫຼຸດລົງ 0.3% ຕົ້ນຕໍແມ່ນເກືອກາລີ, ຄຳ, ແຮ່ທອງ, ຢາງພາລາ ແລະ ເຈ້ຍ; ສ່ວນການນໍາເຂົ້າສິນຄ້າ ມີມູນຄ່າ 816 ລ້ານກວ່າໂດລາ ເພີ່ມຂຶ້ນ 2.5% ຕົ້ນຕໍແມ່ນພາຫະນະ, ນ້ຳມັນເຊື້ອໄຟ, ເຄື່ອງໄຟຟ້າ, ຜະລິດຕະພັນເຄມີ, ອຸປະກອນກົນຈັກ, ເຫຼັກປະເພດຕ່າງໆ ແລະ ເຄື່ອງທີ່ເຮັດດ້ວຍປລາສຕິກ; ສຸມໃສ່ການຜະລິດກະສິກຳເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ ເປັນຕົ້ນການຜະລິດເຂົ້ານາປີ, ການຜະລິດພືດສະບຽງອາຫານລະດູຝົນ ໂດຍລວມແມ່ນສາມາດຕອບສະໜອງໄດ້ຄວາມຕ້ອງການບໍລິໂພກພາຍໃນ; ສຳລັບການຜະລິດກະສິກຳເປັນສິນຄ້າ ແມ່ນສຸມໃສ່ຜະລິດພືດສິນຄ້າລະດູຝົນ ເຊິ່ງພາຍໃນເດືອນ ສາມາດສົ່ງອອກພືດ ແລະ ຜະລິດຕະພັນພືດ ເປັນຕົ້ນໝາກກ້ວຍ, ມັນຕົ້ນແຫ້ງ, ແປ້ງມັນຕົ້ນ, ກາເຟ ແລະ ສາລີ ໄດ້ 2.4 ແສນໂຕນ, ມູນຄ່າ 73.5 ລ້ານໂດລາ; ສົ່ງອອກສັດ ແລະ ຜະລິດຕະພັນສັດ ໄດ້ 5.7 ແສນໂດລາ ເຊິ່ງມູນຄ່າການສົ່ງອອກສິນຄ້າກະສິກໍາ 9 ເດືອນຕົ້ນປີ ປະຕິບັດໄດ້ 1.3 ລ້ານກວ່າໂດລາ ເທົ່າກັບ 87% ຂອງແຜນການປີ; ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາ ແລະ ປຶກສາຫາລື ກ່ຽວກັບວິທີການ ແລະ ມາດຕະການໃນການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວຂຶ້ນ ໂດຍສະເພາະໂຄງການທີ່ກຳລັງຈັດຕັ້ງປະຕິບັດ, ໂຄງການຟື້ນຟູທາງຫຼວງທີ່ເປ່ເພ ແລະ ໄດ້ຮັບຜົນກະທົບຈາກໄພທຳມະຊາດ; ແກ້ໄຂບັນຫາການຂາດແຄນຄູສອນໄດ້ໂດຍພື້ນຖານ ແລະ ການປະລະການຮຽນ ຕາມນະໂຍບາຍໃນມະຕິ 09/ລບ; ສຸມໃສ່ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV, ບຸນນະມັດສະການພະທາດຫຼວງ, ການສະເຫຼີມ ສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ; ເອົາໃຈໃສ່ເຄື່ອນໄຫວວຽກງານຕ່າງປະເທດຢ່າງມີໄຫວພິບ ໂດຍສໍາເລັດກະກຽມ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົ້າຮ່ວມບັນດາກອງປະຊຸມສາກົນຂອງການນໍາຂັ້ນສູງຂອງພັກ-ລັດ, ຕ້ອນຮັບການມາຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການ ຂອງຜູ້ນໍາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປລາວ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ກໍຍັງມີວຽກງານຈໍານວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ການແກ້ໄຂປາກົດການຫຍໍ້ທໍ້ທາງສັງຄົມ, ບັນຫາຄ່າຄອງຊີບ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ, ການພັດທະນາ-ປັບປຸງພື້ນຖານໂຄງລ່າງ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນ-ຂ່າວລືຜ່ານສື່ສັງຄົມອອນລາຍ, ການເຄົາລົບລະບຽບ-ກົດໝາຍ ແລະ ອື່ນໆ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນຕຸລາ, ກອງປະຊຸມໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນດັ່ງນີ້:
1. ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໂດຍສະເພາະຈຸດລໍ່ແຫຼມເຂດຊາຍແດນ ແລະ ເຂດຫ່າງໄກສອກຫຼີກ; ແກ້ໄຂປກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ລວມທັງບັນຫາປັ່ນປ່ວນຜ່ານສື່ສັງຄົມອອນລາຍ; ເອົາໃຈໃສ່ຮັກສາຄວາມສະຫງົບປອດໄພ ໃຫ້ແກ່ການຈັດງານສຳຄັນຕ່າງໆ ເປັນຕົ້ນບຸນນະມັດສະການພະທາດຫຼວງວຽງຈັນ, ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
2. ຮີບຮ້ອນປັບປຸງບົດລາຍງານການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ແລະ ບົດລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສຳເລັດທັນໄປຜ່ານກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ນຳເຂົ້າປຶກສາຫາລືໃນກອງປະຊຸມຮ່ວມ ລະຫວ່າງຄະນະລັດຖະບານກັບຄະນະປະຈຳສະພາແຫ່ງຊາດ ທີ່ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້ ກ່ອນນຳໄປລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX; ຮີບຮ້ອນຈັດສັນບັນຊີໂຄງການລົງທຶນຂອງລັດປີ 2026 ໃຫ້ທັນໄປຜ່ານກອງປະຊຸມສະພາແຫ່ງຊາດ ຮັບຮອງ ແລະ ສາມາດເລີ່ມຈັດຕັ້ງປະຕິບັດແຕ່ເດືອນມັງກອນ 2026, ສະເພາະໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ແມ່ນໃຫ້ໄດ້ເລີ່ມປະຕິບັດແຕ່ທ້າຍປີ 2025.
3. ສືບຕໍ່ຄົ້ນຄວ້ານະໂຍບາຍເພີ່ມເງິນເດືອນ ແລະ ເງິນອຸດໜູນ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ໃນປີ 2026 ເປັນຕົ້ນໄປ.
4. ສືບຕໍ່ສຸມໃສ່ປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງຄະນະສະເພາະກິດ 19/ກມສພ ຕາມແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ໂດຍສະເພາະມາດຕະການຄຸ້ມຄອງ ອັດຕາແລກປ່ຽນເງິນຕາ, ມາດຕະການແກ້ໄຂໜີ້ສິນ ແລະ ມາດຕະການຈຳກັດການນໍາເຂົ້າ ສິນຄ້າຟຸມເຟືອຍ, ສິນຄ້າທີ່ຜະລິດໄດ້ພາຍໃນ; ສືບຕໍ່ສຸມໃສ່ກວດກາ ແລະ ປະເມີນບັນດາໂຄງການແຮ່ທາດ ທີ່ໄດ້ອະນຸມັດຜ່ານມາ ໃຫ້ສຳເລັດໂດຍໄວ, ໂຄງການໃດມີຄວາມຄືບໜ້າຊ້າ, ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຫຼື ຍັງຄ້າງຊໍາລະພັນທະຕ່າງໆໃຫ້ລັດ ແມ່ນໃຫ້ດຳເນີນຂັ້ນຕອນການຍົກເລີກ ແລະ ຖອນໂຄງການຄືນ.
5. ສຸມໃສ່ແກ້ໄຂຜົນກະທົບຈາກໄພພິບັດໃນລະດູຝົນ ໂດຍສະເພາະທ້ອງຖິ່ນທີ່ໄດ້ຮັບຜົນກະທົບໜັກ ພ້ອມທັງເອົາໃຈໃສ່ການໂຄສະນາເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈລະບອບການເຮັດວຽກຂອງລັດຖະບານ ກໍຄືຄະນະຮັບຜິດຊອບ ຜ່ານຫຼາຍສື່-ຫຼາຍຮູບການ; ເອົາໃຈໃສ່ການບໍລິຫານຈັດການປະລິມານນ້ຳຢູ່ແຕ່ລະເຂື່ອນໄຟຟ້າ ແລະ ອ່າງເກັບນ້ຳຊົນລະປະທານ ໂດຍຖອດຖອນບົດຮຽນຜ່ານມາ ເພື່ອຫຼຸດຜ່ອນຄວາມສ່ຽງຕ່າງໆ.
6. ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສຶກສາທິການ ແລະ ກິລາ ຕິດຕາມຊຸກຍູ້ການເຄື່ອນໄຫວ, ການສ້າງສີມື ແລະ ການສະໜອງແຮງງານ ຢູ່ບັນ ດາເຂດເສດຖະກິດພິເສດ ແລະ ເຂດນິຄົມອຸດສາຫະກຳ ບົນພື້ນຖານຖືກຕ້ອງຕາມກົດໝາຍ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ.
7. ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫຼີມສະຫຼອງວັນສຳຄັນຂອງພັກ-ລັດ ແລະ ບຸນປະເພນີຕ່າງໆ ເຊັ່ນ: ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ບຸນນະມັດສະການພະທາດຫຼວງ ແລະ ງານມະຫະກໍາກິລາ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະການຈັດສັນເສັ້ນທາງສັນຈອນ, ການຈັດກິດຈະກຳປິ່ນອ້ອມຂອງແຕ່ລະງານ ໃຫ້ມີຄວາມເໝາະສົມ ລວມທັງແຜນການຮັກສາຄວາມສະອາດ, ອະນາໄມສິ່ງເສດເຫຼືອຢູ່ຕາມສະຖານທີ່ພາຍຫຼັງຈັດງານ ເພື່ອບໍ່ໃຫ້ມີຫາງສຽງບໍ່ດີ.
8. ສືບຕໍ່ຈັດຕັ້ງປະຕິບັດມະຕິ 165/ສພຊ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ກໍຄື ມະຕິ 10/ລບ. ໃນນັ້ນ, ໃຫ້ຮີບຮ້ອນແກ້ໄຂຟື້ນຟູສ້ອມແປງເສັ້ນທາງຕ່າງໆທີ່ໄດ້ຮັບຜົນກະທົບ ຈາກໄພພິບັດ ໃຫ້ສາມາດນໍາໃຊ້ໄດ້ຢ່າງເປັນປົກກະຕິ, ສືບຕໍ່ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງທີ່ສຳຄັນບຸລິມະສິດ, ສຸມໃສ່ປັບປຸງສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວ ແລະ ສຳເລັດຕາມແຜນ; ໃຫ້ຮີບຮ້ອນອອກຄຳແນະນຳກ່ຽວກັບການກຳນົດຮູບແບບ, ວິທີການ ແລະ ອັດຕາຄ່າຜ່ານທາງ ສຳລັບເສັ້ນທາງສາຍເກົ່າ ທີ່ມອບໃຫ້ຜູ້ປະກອບການເປັນຜູ້ສ້ອມແປງ ແລະ ບົວລະບັດຮັກສາ ໃຫ້ເປັນເອກະພາບກັນທົ່ວປະເທດ; ຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງທາງດ່ວນ ໂດຍສະເພາະທາງດ່ວນວຽງຈັນ-ຮ່າໂນ້ຍ ໄລຍະທີ 2 ທີ່ໄດ້ອະນຸມັດໃຫ້ເຊັນສັນຍາສໍາປະທານແລ້ວ ແລະ ສືບຕໍ່ເຈລະຈາສັນຍາສໍາປະທານໄລຍະທີ 1 ທີ່ຍັງບໍ່ທັນເປັນເອກະພາບ.
9. ສືບຕໍ່ຜັນຂະຫຍາຍຜົນການໄປຢ້ຽມຢາມຕ່າງປະເທດຂອງການນຳຂັ້ນສູງຂອງພັກ-ລັດ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ແລະ ຕ້ອນຮັບບັນດາແຂກຕ່າງປະເທດທີ່ມາຢ້ຽມຢາມທາງການ ໃຫ້ດີ.
ສ່ວນບັນດາບົດລາຍງານ ເປັນຕົ້ນ ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ; ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຕີລາຄາການຈັດຕັ້ງປະຕິບັດແຜນເງິນຕາປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ແລະ ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ: ກອງປະຊຸມໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະການກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມຄວາມພ້ອມຮັບມືຕໍ່ສະພາບຄວາມສ່ຽງ ແລະ ທ່າອຽງຕ່າງໆທີ່ອາດເກີດຂຶ້ນ, ຮັບປະກັນການຈັດຕັ້ງປະຕິບັດ ມີຄວາມວ່ອງໄວທັນການ, ມີປະສິດທິພາບ ແລະ ປະສິດທິຜົນ ທັງສາມາດແກ້ໄຂໄດ້ບັນດາຂໍ້ຄົງຄ້າງ ແລະ ຫາງສຽງບໍ່ດີຕ່າງໆ ໃນຂົງເຂດວຽກງານດັ່ງກ່າວ.
ວາລະທີ 2: ກອງປະຊຸມພິຈາລະນາ ການລາຍງານສະພາບການແກ້ໄຂເສັ້ນທາງລົດເມດ່ວນ BRT; ແຜນກະກຽມບຸນນະມັດສະການພະທາດຫຼວງ, ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ການກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ຮ່າງແຜນການຈັດຕັ້ງປະຕິບັດຂໍ້ສະເໜີແນະຂອງຄະນະກໍາມະການສິດທິຄົນພິການສະຫະປະຊາຊາດ ທີ່ມີຕໍ່ ສປປລາວ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິຄົນພິການ. ໃນນັ້ນ, ຕໍ່ການແກ້ໄຂບັນຫາເສັ້ນທາງລົດເມດ່ວນ BRT ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບນະຄອນຫຼວງວຽງຈັນ ຈັດກອງປະຊຸມປຶກສາຫາລືຮ່ວມກັບພາກສ່ວນກ່ຽວຂ້ອງ ໂດຍການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ເຊິ່ງບັນຫາສຳຄັນແມ່ນໃຫ້ເກັບກໍາຂໍ້ມູນ ແລະ ປະເມີນຜົນ ທັງໄລຍະສັ້ນ ແລະ ໄລຍະຍາວ ຢ່າງລະອຽດ ເພື່ອເຮັດໃຫ້ເສັ້ນທາງ ກໍຄື ການບໍລິການລົດເມດ່ວນ BRT ຖືກນໍາໃຊ້ຢ່າງມີປະສິດທິຜົນສູງ; ສຳລັບການກະກຽມບຸນນະມັດສະການພະທາດຫຼວງ, ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ການກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ: ກອງປະຊຸມໄດ້ຊີ້ນຳໃຫ້ເອົາໃຈໃສ່ຕໍ່ການຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ, ມີບັນຍາກາດຟົດຟື້ນມ່ວນຊື່ນ ບົນຈິດໃຈປະຢັດມັດທະຍັດ ທັງຮັກສາໄດ້ວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ. ສ່ວນຮ່າງແຜນການຈັດຕັ້ງປະຕິບັດຂໍ້ສະເໜີແນະຂອງຄະນະກໍາມະການສິດທິຄົນພິການ ສປຊ ທີ່ມີຕໍ່ ສປປລາວ ກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິຄົນພິການ: ກອງປະຊຸມໄດ້ຊີ້ນຳໃຫ້ກຳນົດຄົບຖ້ວນ ແລະ ລະອຽດຈະແຈ້ງ ຕໍ່ບັນດາພັນທະຂອງ ສປປລາວ ໃນວຽກງານດັ່ງກ່າວ ລວມທັງ ແຜນງົບປະມານຮັບໃຊ້ວຽກງານດັ່ງກ່າວ ໃຫ້ສອດຄ່ອງກັບຕົວຈິງ.
ວາລະທີ 3: ພິຈາລະນາຮ່າງແຜນຜັງຄົ້ນຄວ້າຄື້ນຄວາມຖີ່ວິທະຍຸສື່ສານແຫ່ງຊາດ ສະບັບປີ 2025. ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາຮ່າງແຜນດັ່ງກ່າວ ໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ນອກນີ້, ຍັງໄດ້ພິຈາລະນາຮ່າງດໍາລັດວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍທາງບົກ ແລະ ທາງລົດໄຟ, ແຕ່ເນື່ອງຈາກຮ່າງດໍາລັດສະບັບນີ້ ມີເນື້ອໃນຕິດພັນກັບຫຼາຍຂະແໜງການ ແລະ ຫຼາຍນິຕິກຳທີ່ໄດ້ປະກາດນຳໃຊ້ແລ້ວ; ສະນັ້ນ, ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ນຳໄປປຶກສາຫາລືເປັນເອກະພາບ ຮ່ວມກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ຕື່ມ ແລ້ວຈຶ່ງລາຍງານຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອຂໍການພິຈາລະນາຈາກລັດຖະບານ.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມເດືອນຕຸລາ ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສໍາເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.
(ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ)