ຜູ້ແທນສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມດ້ານນິເວດວິທະຍາສາກົນ ທີ່ລັດເຊຍ

ພ.ພ. 29, 2025 | SlideMobile

(ສພຊ) – ວັນທີ 22-23 ພຶດສະພາ 2025 ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປລາວ ນຳໂດຍທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມດ້ານນິເວດວິທະຍາສາກົນ ເນບສະກີ ຄັ້ງທີ 11 ທີ່ນະຄອນເຊັນປີເຕີສະເບີກ, ສະຫະພັນລັດເຊຍ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວາເລນຕິນາ ມັດວຽນໂກ ປະທານສະພາສູງ ແຫ່ງ ສ.ລັດເຊຍ ເຊິ່ງມີຄະນະຜູ້ແທນທີ່ນໍາໂດຍປະທານ, ຮອງປະທານ ແລະ ສະມາຊິກລັດຖະສະພາ ຈາກ 76 ປະເທດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ 17 ພາກສ່ວນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້: “ຄວາມກົມກຽວຂອງມະນຸດກັບທຳມະຊາດຢູ່ໃນໂລກ” ເຊິ່ງຄະນະຜູ້ແທນ ໄດ້ພ້ອມກັນຂຶ້ນກ່າວປາໄສໃນກອງປະຊຸມໃຫຍ່ຄົບຄະນະ ພາຍໃຕ້ຫົວຂໍ້: “ນິເວດວິທະຍາກັບຄວາມເປັນຈິງໃໝ່: ສິ່ງທ້າທາຍ ແລະ ກາລະໂອກາດ”. ນອກຈາກນັ້ນ, ຍັງມີກອງປະຊຸມສົນທະນາພາຍໃຕ້ຫົວຂໍ້ຍ່ອຍຕ່າງໆ ເຊັ່ນ: ປັນຍາປະດິດ ແລະ ເທັກໂນໂລຊີຂັ້ນສູງ ໃນການປົກປ້ອງສິ່ງແວດລ້ອມ; ການຂຸດຄົ້ນແຫຼ່ງຊັບພະຍາກອນ; ການຮ່ວມມືດ້ານສິ່ງແວດລ້ອມ, ຄວາມໝັ້ນຄົງທາງສະບຽງອາຫານ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ; ຫຼຸດຜ່ອນການປ່ອຍແກ໊ສຄາບອນ ເພື່ອການພັດທະນາເສດຖະກິດສີຂຽວ; ການພັດທະນາການທ່ອງທ່ຽວແບບອະນຸລັກ ທີ່ເປັນມິດກັບທໍາມະຊາດ; ສົ່ງເສີມບົດບາດຂອງແມ່ຍິງໃນການປົກປັກຮັກສາສິ່ງແວດລ້ອມ ລວມທັງການພັດທະນາຕົວເມືອງໃຫຍ່ແບບຍືນຍົງ ແລະ ອື່ນໆ.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ສົມມາດ ພົລເສນາ ຫົວໜ້າຄະນະຜູ້ແທນລາວ ໄດ້ກ່າວປາໄສໃນກອງປະຊຸມໃຫຍ່ຄົບຄະນະ ໂດຍຍົກໃຫ້ເຫັນເຖິງຜົນກະທົບຕໍ່ກັບລະບົບນິເວດໃນປັດຈຸບັນ ທັງຕີລາຄາສູງຕໍ່ຄວາມພະຍາຍາມຂອງປະເທດຕ່າງໆ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ການປົກປັກຮັກສາສິ່ງແວດລ້ອມ, ລະບົບນິເວດ ແລະ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໂດຍການກຳນົດນະໂຍບາຍພາຍໃນ ແລະ ການຈັດຕັ້ງປະຕິບັດສົນທິສັນຍາສາກົນຕ່າງໆທີ່ກ່ຽວຂ້ອງ. ພ້ອມກັນນີ້, ທ່ານຍັງຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ສປປລາວ ຕໍ່ກັບວຽກງານດັ່ງກ່າວ ໂດຍສະພາແຫ່ງຊາດ ໄດ້ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍຫຼາຍສະບັບ ພ້ອມທັງມີການຊຸກຍູ້ ແລະ ຕິດຕາມກວດກາຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດແຫ່ງຊາດ ແລະ ການຈັດຕັ້ງປະຕິບັດສົນທິສັນຍາສາກົນຕ່າງໆໃນຂົງເຂດດັ່ງກ່າວ; ພ້ອມນັ້ນ, ສປປລາວ ຍັງເປັນປະເທດທຳອິດຂອງອາຊຽນ ໃນການໃຫ້ສັດຕະຍາບັນແກ່ສົນທິສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ໄດ້ເປັນເຈົ້າການໃນການຮ່ວມມືຢ່າງໃກ້ຊິດກັບບັນດາປະເທດເພື່ອນມິດໃນອາຊຽນ, ຂອບການຮ່ວມມືຂອງ MRC ແລະ ການຮ່ວມມືໃນຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງເປັນການປະກອບສ່ວນເຂົ້າໃນການສົ່ງເສີມການປົກປ້ອງ ແລະ ການບໍລິຫານ-ຈັດການລະບົບນິເວດ ໃຫ້ມີຄວາມຍືນຍົງ, ຮັບປະກັນໃຫ້ປະຊາຊົນສາມາດປັບຕົວຢ່າງກົມກຽວເຂົ້າກັບທຳມະຊາດ ແລະ ສິ່ງແວດລ້ອມທີ່ມີການປ່ຽນແປງໃໝ່. ພິເສດ, ທ່ານຍັງໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການສະເຫຼີມສະຫຼອງວັນໄຊຊະນະປົກປ້ອງປິຕຸພູມຂອງຊາວລັດເຊຍ ພ້ອມທັງກ່າວຍົກຍ້ອງນະຄອນເຊັນປີເຕີສະເບີກ ກໍຄືເມືອງເລນິນກຣາດໃນເມືອກ່ອນ ວ່າເປັນເມືອງວິລະຊົນ ແລະ ເປັນເມືອງທີ່ບັນພະບຸລຸດຂອງຄອບຄົວ ພົລເສນາ ໄດ້ຮັບການສຶກສາຮໍ່າຮຽນໃນອະດີດອີກດ້ວຍ, ເຊິ່ງໄດ້ຮັບຄວາມຍິນດີ ແລະ ການຕົບ ມືຊົມເຊີຍຫຼາຍຄັ້ງຈາກຜູ້ແທນກອງປະຊຸມ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ສົມມາດ ພົລເສນາ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກແບບສອງຝ່າຍກັບທ່ານ ນິໂກລາຍ ຊູຣາວະເລັບ ຮອງປະທານສະພາສູງລັດເຊຍ ພ້ອມທັງພົບປະແບບສອງຝ່າຍກັບທ່ານ ເລ ມິງ ຮວານ ຮອງປະທານສະພາແຫ່ງຊາດຫວຽດນາມ, ເຊິ່ງການພົບປະດັ່ງກ່າວ ເປັນການປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມການພົວພັນ ແລະ ການຮ່ວມມືໃນຂົງເຂດນິຕິບັນຍັດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.