(ສພຊ) – ວັນທີ 7-8 ພຶດສະພານີ້, ຄະນະຜູ້ແທນສະພາແຫ່ງຊາດ ນໍາໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກໍາມາທິການການຕ່າງປະເທດ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສໍາມະນາການຮ່ວມມືລະຫວ່າງສະພາ ພາກພື້ນອາຊີຕາເວັນອອກສຽງໃຕ້ ກ່ຽວກັບ “ນະໂຍບາຍດິນຟ້າອາກາດ” ທີ່ນະຄອນຫຼວງບາງກອກ, ລາຊະອານາຈັກໄທ; ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນເຈົ້າພາບຮ່ວມກັນລະຫວ່າງລັດຖະສະພາໄທ, ສູນຄົ້ນຄວ້າລັດຖະສະພາອາຊີ (PCAsia), ສະມັດຊາລັດຖະສະພາບັນດາປະເທດທີ່ໃຊ້ພາສາຝຣັ່ງ (APF) ແລະ ອົງການຝຣັ່ງໂກໂຟນີສາກົນ (OIF) ແລະ ດໍາເນີນໄປພາຍໃຕ້ຫົວຂໍ້ຕົ້ນຕໍ “ນະໂຍບາຍດິນຟ້າອາກາດ” ເຊິ່ງມີຄະນະຜູ້ແທນຈາກພາກພື້ນອາຊີຕາເວັນອອກສຽງ ໃຕ້ ຄື: ລາຊະອານາຈັກໄທ, ສປປລາວ ແລະ ລາຊະອານາຈັກກໍາປູເຈຍ ພ້ອມດ້ວຍຕົວແທນຈາກ PCAsia, APF ແລະ OIF ລວມທັງໝົດຈໍານວນ 55 ທ່ານ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງ ແລະ ປຶກສາຫາລືກັນ ກ່ຽວກັບບັນດານະໂຍບາຍການສ້າງນິຕິກໍາ ແລະ ກົດໝາຍວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ, ໂດຍໄດ້ມີການແລກປ່ຽນບົດຮຽນກັບບັນດາສະມາຊິກລັດຖະສະພາທີ່ມີກົດໝາຍດັ່ງ ກ່າວ ແລະ ເຝິກຫັດຮ່ວມກັນຮ່າງກົດໝາຍວ່າດ້ວຍດິນຟ້າອາກາດແຫ່ງຊາດໃນອະນາຄົດ ທີ່ຄໍານຶງເຖິງລັກສະນະສະເພາະຂອງພາກພື້ນ ແລະ ທ້ອງຖິ່ນຂອງແຕ່ລະປະເທດ ໂດຍສະເພາະແມ່ນກ່ຽວກັບການຄຸ້ມຄອງ “ອາກາດສະອາດ” ແລະ ເສີມສ້າງຄວາມສາມາດໃນການຮັບມືກັບສະພາບອາກາດທີ່ມີການປ່ຽນແປງ; ພ້ອມດຽວກັນນີ້, ໃນກອງປະຊຸມໂຕະມົນ ກໍຍັງໄດ້ມີການແລກປ່ຽນປະສົບການ ແລະ ປະກອບຄໍາຄິດຄໍາເຫັນຮ່ວມກັນ ທີ່ສະທ້ອນໃຫ້ເຫັນເຖິງບົດຮຽນ ແລະ ການຈັດຕັ້ງປະຕິບັດຂອງລັດຖະສະພາທີ່ໄດ້ປະຕິບັດໃນໄລຍະຜ່ານມາ, ສິ່ງທີ່ປະຕິບັດໄດ້ ແລະ ສິ່ງໃດທີ່ຈຳເປັນຈະຕ້ອງສ້າງເປັນນິຕິກຳ, ຕິດຕາມກວດກາ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບຜົນກະທົບທີ່ເປັນອັນຕະລາຍຈາກການປ່ຽນແປງຂອງດິນຟ້າອາກາດ ແນໃສ່ການປະຕິບັດດ້ານດິນຟ້າອາກາດໃນປະເທດຂອງຕົນ ແລະ ພາກພື້ນ ໃຫ້ມີຄວາມເຂັ້ມແຂງເພີ່ມຂຶ້ນ ພ້ອມທັງຮັບຟັງ, ແລກປ່ຽນຄຳຄິດຄຳເຫັນ ແລະ ປະສົບການ ກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ ຮ່ວມກັບບັນດາລັດຖະສະພາປະເທດສະມາຊິກ APF ອີກດ້ວຍ.
ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ນໍາສະເໜີບົດພາຍໃຕ້ 3 ຫົວຂໍ້ຍ່ອຍສໍາຄັນ: “ປະສົບການທີ່ລັດຖະສະພາໄດ້ດໍາເນີນການໄປແລ້ວ ສິ່ງທີ່ໄດ້ຜົນດີ ແລະ ສິ່ງຈໍາເປັນໃນດ້ານນິຕິກໍາ, ການຕິດ ຕາມ ແລະ ປູກຈິດສໍານຶກຜົນກະທົບອັນຕະລາຍຈາກການປ່ຽນແປງດິນຟ້າອາກາດ”; “ສົ່ງເສີມການແລກປ່ຽນປະສົບການ ແລະ ການປະຕິບັດທີ່ດີໃນກົດໝາຍດິນຟ້າອາກາດ, ການແບ່ງປັນຂໍ້ມູນ, ສັງລວມໂຄງຮ່າງການຈັດຕັ້ງ ແລະ ການຄຸ້ມຄອງບໍລິຫານດິນຟ້າອາກາດທີ່ມີການປ່ຽນແປງ” ແລະ “ຜົນກະທົບ ແລະ ສິ່ງທ້າທາຍຂອງການປະຕິບັດລັດຖະສະພາ: ນິຕິກຳກ່ຽວກັບດິນຟ້າອາກາດ ແລະ ການກວດກາລັດຖະສະພາ” ເຊິ່ງຄະນະຜູ້ແທນຂອງສະພາແຫ່ງຊາດລາວ ໄດ້ນໍາສະເໜີບົດ, ແລກປ່ຽນຄໍາຄິດຄໍາເຫັນໃນຈຸໜ່ວຍຄົ້ນຄວ້າຢ່າງຕັ້ງໜ້າ ແລະ ກົງໄປກົງມາ ໂດຍໄດ້ເນັ້ນໜັກເຖິງບົດບາດຄວາມສໍາຄັນຂອງສະພາແຫ່ງຊາດ ແລະ ການປະຕິບັດການຕິດຕາມກວດກາວຽກງານຂອງລັດຖະບານຢ່າງໃກ້ຊິດ ເພື່ອເຮັດໃຫ້ການສ້າງນະໂຍບາຍດິນຟ້າອາກາດ, ການອອກກົດໝາຍ ແລະ ນິຕິກໍາຕ່າງໆ ໃນການຄຸ້ມຄອງ ແລະ ສາມາດເອື້ອອໍານວຍໃນການຮັບມື ແລະ ການປະຕິບັດວຽກງານຕົວຈິງ ໃນວຽກງານດິນຟ້າອາກາດ ໃຫ້ໄດ້ຮັບປະສິດທິຜົນຫຼາຍຂຶ້ນ ພ້ອມທັງສາ ມາດຫຼຸດຜ່ອນຜົນກະທົບຕໍ່ການດໍາລົງຊີວິດການເປັນຢູ່ຂອງປະຊາຊົນອີກດ້ວຍ.