(ສພຊ) – ວັນທີ 15-20 ກຸມພານີ້, ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ຊຸດທີ X ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນເເຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງ ຊຸດທີ V ໄດ້ສືບຕໍ່ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ 5 ເມືອງ ຄື: ໄຊພູທອງ, ຈຳພອນ, ຊົນນະບູລີ, ສອງຄອນ ແລະ ທ່າປາງທອງ, ແລະ ນະຄອນໄກສອນພົມວິຫານ ລວມ 9 ຈຸດ ໂດຍມີອຳນາດການປົກຄອງເມືອງ-ນະຄອນ, ພະນັກງານຫຼັກແຫຼ່ງ, ອຳນາດການປົກຄອງບ້ານ ພ້ອມດ້ວຍຜູ້ມີສິດປ່ອນບັດເລືອກຕັ້ງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ພາຍຫຼັງທີ່ບັນດາທ່ານຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ໄດ້ສະເໜີຕົວສຳເລັດ ກໍໄດ້ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງ ມີຄຳຄິດຄຳເຫັນ ແລະ ຄຳສະເໜີຕ່າງໆ; ຈາກນັ້ນ, ຜູ້ສະໝັກຮັບເລືອກຕັ້ງ ກໍຮັບເອົາຄຳສະເໜີ ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນການເລືອກຕັ້ງໃນວັນອາທິດທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ບັນລຸຜົນສຳເລັດຕາມສີ່ລະດັບຄາດໝາຍໃນມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄື: 1) ນຳພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2) ນຳພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະ ບຽບການເລືອກຕັ້ງ 100%, 3) ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ 4) ນຳພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສຳເລັດທັນ ຕາມກຳນົດເວລາ 100%.
ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຈຳນວນ 28 ທ່ານ ຍິງ 7 ທ່ານ, ເລືອກເອົາ 21 ທ່ານ ໃນນັ້ນ, ອາຍຸແຕ່ 45 ປີລົງມາ ມີ 6 ທ່ານ ຍິງ 1 ທ່ານ, 46-55 ປີ ມີ 14 ທ່ານ ຍິງ 4 ທ່ານ, 56-60 ປີ ມີ 5 ທ່ານ ຍິງ 1 ທ່ານ, 61 ປີຂຶ້ນໄປ ມີ 3 ທ່ານ ຍິງ 1 ທ່ານ; ເຜົ່າລາວ 27 ທ່ານ ຍິງ 7 ທ່ານ ແລະ ເຜົ່າບຣູ 1 ທ່ານ; ລະດັບວິຊາສະເພາະ ຊັ້ນປະລິນຍາຕີ 4 ທ່ານ ຍິງ 3 ທ່ານ, ປະລິນຍາໂທ 17 ທ່ານ ຍິງ 3 ທ່ານ ແລະ ປະລິນຍາເອກ 7 ທ່ານ ຍິງ 1 ທ່ານ; ສຳລັບຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ປະຈຳເຂດເລືອກຕັ້ງເມືອງ-ນະຄອນນັ້ນ ມີເມືອງ-ນະຄອນລະ 7 ທ່ານ, ເລືອກເອົາ 5 ທ່ານ.
(ກົງທະນູຄຳ ພິພັດເສລີ)

