(ສພຊ) – ວັນທີ 9 ກຸມພານີ້, ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ຊຸດທີ X ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນເເຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງນອງ ຊຸດທີ V ໄດ້ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ເມືອງນອງ ລວມ 2 ຈຸດຄື: ກຸ່ມບ້ານຊວງ ແລະ ສະໂມສອນເມືອງ ໂດຍມີອຳນາດການປົກຄອງເມືອງ, ພະນັກງານຫຼັກແຫຼ່ງ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ ເຂົ້າຮ່ວມຢ່າງພ້ອມພຽງ.
ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈຳນວນ 28 ທ່ານ ຍິງ 7 ທ່ານ, ເລືອກເອົາ 21 ທ່ານ ໃນນັ້ນ, ອາຍຸແຕ່ 45 ປີລົງມາ ມີ 6 ທ່ານ ຍິງ 1 ທ່ານ, 46-55 ປີ ມີ 14 ທ່ານ ຍິງ 4 ທ່ານ, 56-60 ປີ ມີ 5 ທ່ານ ຍິງ 1 ທ່ານ, 61 ປີຂຶ້ນໄປ ມີ 3 ທ່ານ ຍິງ 1 ທ່ານ; ເຜົ່າລາວ 27 ທ່ານ ຍິງ 7 ທ່ານ ແລະ ເຜົ່າບຣູ 1 ທ່ານ; ລະດັບວິຊາສະເພາະ ຊັ້ນປະລິນຍາຕີ 4 ທ່ານ ຍິງ 3 ທ່ານ, ປະລິນຍາໂທ 17 ທ່ານ ຍິງ 3 ທ່ານ ແລະ ປະລິນຍາເອກ 7 ທ່ານ ຍິງ 1 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງປະ ຈຳເຂດເລືອກຕັ້ງເມືອງນອງ ມີຈຳນວນ 7 ທ່ານ ຍິງ 2 ທ່ານ, ເລືອກເອົາ 5 ທ່ານ.

ເມືອງນອງ ມີພົນລະເມືອງ 36,262 ຄົນ ຍິງ 17,476 ຄົນ, ມີຜູ້ມີສິດປ່ອນບັດເລືອກຕັ້ງ 19,348 ຄົນ ຍິງ 9,704 ຄົນ, ຜູ້ສາມາດປ່ອນບັດຢູ່ໃນບ້ານຂອງຕົນ (ຕາມສຳມະໂນຄົວ) 18,647 ຄົນ ຍິງ 9,442 ຄົນ, ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ທ້ອງຖິ່ນອື່ນ (ຕາມສຳມະໂນຄົວ) 656 ຄົນ ຍິງ 245 ຄົນ, ຜູ້ໄປເຮັດວຽກຢູ່ຕ່າງປະເທດ (ຕາມສຳມະໂນຄົວ) 45 ຄົນ ຍິງ 17 ຄົນ, ຜູ້ມີສິດປ່ອນບັດຈາກທ້ອງຖິ່ນອື່ນ 150 ຄົນ ຍິງ 54 ຄົນ, ທົ່ວເມືອງມີ 38 ໜ່ວຍປ່ອນບັດ.
ພາຍຫຼັງທີ່ບັນດາທ່ານຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ໄດ້ສະເໜີຕົວສຳເລັດ ກໍໄດ້ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງ ມີຄຳຄິດຄຳເຫັນ ແລະ ຄຳສະເໜີຕ່າງໆ; ຈາກນັ້ນ, ຜູ້ສະໝັກຮັບເລືອກຕັ້ງ ກໍຮັບເອົາຄຳສະເໜີ ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນການເລືອກຕັ້ງໃນວັນອາທິດທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ບັນລຸຜົນສຳເລັດຕາມສີ່ລະດັບຄາດໝາຍໃນມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄື: 1) ນຳພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2) ນຳພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະ ບຽບການເລືອກຕັ້ງ 100%, 3) ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ 4) ນຳພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສຳເລັດທັນຕາມກຳນົດເວລາ 100%.
(ກົງທະນູຄຳ ພິພັດເສລີ)

