ຕອນເຊົ້າຂອງວັນພຸດ, ວັນທີ 26 ເມສາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມປຶກສາຫາລື ການທາບທາມຄໍາເຫັນໃສ່ຮ່າງກົດໝາຍ ຈໍານວນ 11 ສະບັບ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຮອງຫົວໜ້າພະແນກ, ຄະນະພະແນກ, ຜູ້ຕາງຫນ້າຈາກພະແນກການ ແລະ ວິຊາການຂະແໜງກ່ຽວຂ້ອງພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ, ແມ່ນເພື່ອເປັນການຊຸກຍູ້, ລະດົມຄໍາຄິດຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ບັນດາພະແນກການ, ອົງການຂັ້ນແຂວງ ເຂົ້າໃສ່ເນື້ອໃນຂອງແຕ່ລະຮ່າງກົດໝາຍ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ.



ກອງປະຊຸມ, ທ່ານ ນ. ຄໍາພອນ ພິມມະຈັນ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ຮອງປະທານສະພາປະຊາຊົນແຂວງ, ໄດ້ຜ່ານຄໍາແນະນໍາຂອງກໍາມາທິການກົດໝາຍ ສະບັບເລກທີ 123/ກກໝ, ລົງວັນທີ 21 ເມສາ 2023 ວ່າດ້ວຍການ ທາບທາມຄໍາເຫັນໃສ່ຮ່າງກົດໝາຍ ຈໍານວນ 11 ສະບັບ, ສ້າງໃໝ່ 5 ສະບັບຄື: ຮ່າງກົດໝາຍວ່າດ້ວຍ ການຊົດເຊີຍຄ່າເສຍຫາຍຈາກລັດ(ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍ ການປົກຄອງ(ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍ ການຈັດຫາງານ(ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍ ອາກອນທີ່ດິນ(ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍ ວຽກງານສາທາລະນະສຸກ(ສ້າງໃໝ່) ແລະ ປັບປຸງ 6 ສະບັບຄື: ຮ່າງກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ(ປັບປຸງ), ຮ່າງກົດໝາຍວ່າດ້ວຍ ສັດປ່າ(ປັບປຸງ), ຮ່າງກົດໝາຍວ່າດ້ວຍ ການພິມຈໍານາຍ(ປັບປຸງ), ຮ່າງກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ(ປັບປຸງ), ຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ(ປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍ ສານທະຫານ(ປັບປຸງ) ທີ່ຈະນໍາເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອ 5 ຂອງສະພາແຫ່ງຊາດ ຊຸດທີ IX, ເຊິ່ງທ່ານໄດ້ຜ່ານຄໍາແນະນໍາ ແລະ ສະເໜີແລກປ່ຽນຄໍາຄິດເຫັນກັບບັນດາພະແນກການ ຕາມຄໍາຖາມເຈາະຈີ້ມຢ່າງລະອຽດເລິກເຊິ່ງ.


ປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາເພີ່ມເຕີ່ມ ແລະ ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລື, ມີຄໍາຄິດຄໍາເຫັນແລກປ່ຽນກັນຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບກັນກໍານົດສະຖານທີ່, ງົບປະມານຮັບໃຊ້ ແລະ ໄດ້ກໍານົດເອົາລະຫວ່າງວັນທີ 3-5 ພຶດສະພາ 2023 ທີ່ຈະມາເຖິ່ງນີ້ ເປັນມື້ຈັດການທາບທາມຮ່າງກົດໝາຍດັ່ງກ່າວ ເພື່ອເຮັດໃຫ້ການທາບທາມ ບັນລຸຕາມຈຸດປະສົງ, ຄາດໝາຍ ແລະ ພ້ອມທັງສະຫຼຸບລາຍງານໃຫ້ຄະນະປະຈໍາສະພາແຫ່ງຊາດ ທັນຕາມກໍານົດເວລາ.
ພາບ/ຂ່າວ: ແສງພອນ ອິນນະລົງ.