loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປຶກສາຫາລືເນື້ອໃນແຜ່ນພັບຂອງ ສພຊ ແລະ ສພຂ

ກ.ຍ. 17, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມປຶກສາຫາລືກ່ຽວກັບເນື້ອໃນແຜ່ນພັບຂອງສະພາແຫ່ງຊາດ (ສພຊ) ແລະ ສະພາປະ ຊາຊົນຂັ້ນແຂວງ (ສພຂ) ໄດ້ຈັດຂຶ້ນໃນວັນທີ 16-17 ກັນຍາ 2024 ທີ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະ ທານຂອງທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ); ເຂົ້າຮ່ວມມີບັນດາທ່ານຮອງປະທານ ກວສຊ ແລະ ກໍາມາທິການທີ່ກ່ຽວຂ້ອງ, ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະ ນັກງານພາຍໃນ ສພຊ.
ທ່ານ ສຸບັນ ສະວະບຸດ ກ່າວວ່າ: ຈຸດປະສົງການສ້າງແຜ່ນພັບໃນຄັ້ງນີ້ ແນໃສ່ເຮັດໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ຕິດ ຕາມ, ຊຸກຍູ້ການປະຕິບັດພາລະບົດບາດຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ວຽກງານການເລືອກຕັ້ງ; ເພື່ອເປັນຂໍ້ມູນ ແລະ ບ່ອນອີງໃຫ້ແກ່ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະພາແຫ່ງຊາດ ໃນການເຄື່ອນໄຫວໂຄສະນາ, ເຜີຍແຜ່ ໃຫ້ມີຄວາມເລິກເຊິ່ງ ແລະ ກວ້າງຂວາງ ດ້ວຍຫຼາຍວິ ທີ, ຫຼາຍຮູບການ, ສະດວກສະບາຍ, ກະທັດຮັດ ແລະ ສາມາດຈັດຕັ້ງປະຕິບັດໄດ້.
ໃນກອງປະຊຸມ, ຫຼັງຈາກໄດ້ຮັບຟັງບົດສະເໜີກ່ຽວກັບເນື້ອໃນການສ້າງແຜ່ນພັບຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳເຫັນຕໍ່ບັນຫາຕ່າງໆເຊັ່ນ: ເນື້ອໃນກຳນົດເຂົ້າແຜ່ນພັບ, ໂຄງສ້າງ ແລະ ຮູບແບບແຜ່ນພັບ ເພື່ອເປັນການລະດົມແນວຄວາມຄິດ, ສະຕິປັນຍາຂອງຜູ້ເຂົ້າຮ່ວມ ໃນການຄົ້ນຄວ້າສ້າງແຜ່ນພັບ ທີ່ມີລັກສະນະວິທະຍາສາດ ເຮັດໃຫ້ແຜ່ນພັບເປັນເຄື່ອງມືໂຄສະນາທີ່ເປັນປະໂຫຍດ ແລະ ຜ່ານແຜ່ນພັບນີ້ ຈະເຮັດໃຫ້ສັງຄົມມີຄວາມຮັບຮູ້ເຂົ້າໃຈ ສພຊ ແລະ ສພຂ ຫຼາຍຂຶ້ນຕື່ມ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມ ແຂງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂງ ຫຼື ສະເຕັບສ໌ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງຊາດ.
(ສອນສັກ ວັນວິໄຊ)