loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປຶກສາຫາລືວຽກງານການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ ຂອງສະພາປະຊາຊົນແຂວງຫລວງນ້ຳທາ

ທ.ວ. 22, 2023 | ເຂດ 3 ຫຼວງນ້ຳ​ທາ

ເພື່ອຮັບປະກັນໃຫ້ວຽກງານການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ ຂອງສະພາປະຊາຊົນແຂວງ ຫລວງນ້ຳທາ ມີຄຸນນະພາບ ແລະ ສຳເລັດຕາມແຜນການທີ່ກຳນົດໄວ້ ໃນຕອນເຊົ້າວັນທີ 22 ທັນວາ 2023 ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ຂອງສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມປຶກສາຫາລື ການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍຂອງແຂວງຂຶ້ນ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະສຸລິນ ໝັ້ນປະດິດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ ພ້ອມດ້ວຍພະນັກງານທີ່ກ່ຽຂ້ອງເຂົ້າຮ່ວມ 13 ທ່ານ.

ໃນກອງປະຊຸມທ່ານ ຈັນທະສຸລິນ ໝັ້ນປະດິດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ໄດ້ມີຄຳເຫັນ ແລະ ກ່າວຈຸດປະສົງໃນການເປີດກອງປະຊຸມຄັ້ງນີ້ ເພື່ອທົບທວນຄືນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ 5 ປີ ຂອງສະພາປະຊາຊົນແຂວງ ທີໄດ້ພິຈາລະນາ, ຮັບຮອງເອົາ ແລະ ພ້ອມກັນປຶກສາຫາລືຕໍ່ຮ່າງຂໍ້ຕົກລົງຂອງແຂວງ ໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດຕົວຈິງພົບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຫລາຍ, ນ້ອຍປານໃດ ພ້ອມດຽວກັນ ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງໄດ້ລາຍງານໃນການຈັດຕັ້ງປະຕິບັດຕົວຈິງໃນຂົງເຂດຂອງຕົນໃນໄລຍະຜ່ານມາ ແລະ ບັນດາຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປຶກສາຫາລື, ແລກປ່ຽນປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ນິຕິກຳໃຕ້ກົດໝາຍ 5 ປີ ຂອງສະພາປະຊາຊົນແຂວງ ໄດ້ພິຈາລະນາ, ຮັບຮອງເອົາ ໄດ້ຮັບການປັບປຸງ, ແກ້ໄຂ ສາມາດຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນປະໂຫຍດ ແລະ ມີຄຸນນະພາບສູງຂຶ້ນກວ່າເກົ່າ.