
ຕອນບ່າຍຂອງວັນສຸກ, ວັນທີ 18 ພະຈິກ 2022, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການປະສານງານ ແລະ ງົບປະມານ ຂອງສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ນ. ຄໍາພອນ ພິມມະຈັນ ກໍາມະການຄະນະປະຈໍາ, ຮອງປະທານສະພາປະຊາຊົນແຂວງ ມີທ່ານ ນ. ອໍາໄພວອນ ປັນຍາລັກ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ພະແນກການເງິນແຂວງ, ຄະນະເລຂາທິການສະພາປະຊາຊົນແຂວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ກ່ຽວຂ້ອງ ເຂົ້າຮ່ວມ.




ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ກ່ຽວກັບການປະສານງານ ແລະ ງົບປະມານ ເພື່ອຄວາມເປັນເອກະພາບ ລະຫວ່າງ ສະພາປະຊາຊົນແຂວງ ກັບ ຫ້ອງວ່າການແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ ແລະ ພະແນກການເງິນແຂວງ, ພ້ອມນັ້ນ, ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານ ຂອງສະພາປະຊາຊົນແຂວງໂດຍຫຍໍ້, ຜ່ານແຜນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 04 ຂອງສະພາປະ ຊາຊົນແຂວງອຸດົມໄຊ ຊຸດທີ II.



