
ຕອນເຊົ້າຂອງວັນຈັນ, ວັນທີ 24 ເມສາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມປຶກສາຫາລືການຕິດຕາມກວດກາ ການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຜູ້ຕາງຫນ້າຈາກສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ວິຊາການຂະ ແໜງກ່ຽວຂ້ອງພາຍໃນສະພາປະຊາຊົນແຂວງອຸດົມໄຊ ເຂົ້າຮ່ວມ.



ກອງປະຊຸມທ່ານ ຄໍາມະນີ ໄຊດວງຕາ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ປະທານຄະນະກໍາມະການ ວັດທະນະທໍາສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ, ໄດ້ຜ່ານແຈ້ງການຂອງຄະນະເລຂາທິ ການສະພາແຫ່ງຊາດ ສະບັບເລກທີ 154/ຄລສ.ຍທ; ລົງວັນທີ 12/04/2023 ວ່າດ້ວຍ ການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ; ຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 03/ຄປຈ, ລົງວັນທີ 14/02/2023 ແລະ ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມປຶກສາຫາລືກ່ຽວກັບການຕິດຕາມກວດກາ ການປະເມີນການຈັດຕັ້ງປະຕິ ບັດກົດໝາຍຂົງເຂດຍຸຕິທຳ 4 ສະບັບຄື: ກົດໝາຍ ວ່າດ້ວຍສານປະຊາຊົນ ສະບັບປີ 2017, ກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ສະບັບປີ 2017, ກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປີ 2017 ແລະ ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ສະບັບປີ 2017, ຈຸດປະສົງ, ເພື່ອເຮັດໃຫ້ການສະຫຼຸບຕີລາຄາການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ 4 ສະບັບ ທີ່ຈະລາຍງານໃນກອງປະຊຸມສະໄໝສາມັນເທື່ອ 5 ຂອງສະພາແຫ່ງຊາດ ຊຸດທີ IX ມີເນື້ອໃນຄົບຖວ້ນ, ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ.



ພາບ/ຂ່າວ: ແສງພອນ ອິນນະລົງ.