






ຈຸດປະສົງແມ່ນເພື່ອຮັບປະກັນໃຫ້ເນື້ອໃນຂອງຮ່າງກົດໝາຍ 4 ສະບັບ ທີ່ຈະນຳເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ທ່ານ ຄຳມະນີ ໄຊດວງຕາ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງ ທີ 04 ແຂວງອຸດົມໄຊ, ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສພຂ ໄດ້ຜ່ານແຈ້ງການ ແລະ ຄໍາແນະນໍາຂອງກໍາມາທິການກົດໝາຍສະພາແຫ່ງຊາດ ຕໍ່ເປົ້າໝາຍ, ຮູບແບບ, ວິທີການຈັດຕັ້ງປະຕິບັດທາບທາມ, ກໍານົດເວລາ ແລະ ເນື້ອໃນຂອງການທາບທາມຕາມຄໍາຖາມເຈາະຈີ້ມຄື: ຮ່າງກົດໝາຍວ່າດ້ວຍ ຊັບສິນຂອງລັດ(ສະບັບປັບປຸງ)ມີ 5 ມາດຕາ ຄື: 13;16;24;28;40. ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ(ສ້າງໃໝ່)ມີ 7 ມາດຕາ ຄື: 2;10;12;42;50;53 ແລະ 54. ຮ່າງກົດໝາຍ ວ່າດ້ວຍວິຈິດສິນ(ສ້າງໃໝ່)ມີ 5 ມາດຕາ ຄື: 2;20;28;42;61 ແລະ ຮ່າງກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ(ສະບັບປັບປຸງ)ມີ 9 ມາດຕາ ຄື: 18;19;20;21;22;27;28;32.


ກອງປະຊຸມຜູ້ເຂົ້າຮ່ວມ ໄດ້ປຶກສາຫາລືຮ່ວມກັນ ແລະ ຕົກລົງເຫັນດີກໍານົດວັນ, ເວລາໃນການຈັດຕັ້ງທາບທາມຮ່າງກົດໝາຍ 4 ສະບັບດັ່ງກ່າວ, ພ້ອມທັງຮັບປະກັນດ້ານຄຸນນະພາບ, ມີເນື້ອໃນທີ່ຄົບຖ້ວນ ແລະ ສົມບູນ, ທັນຕາມກໍານົດເວລາ ແລະ ສາມາດສະຫຼຸບສັງລວມຄໍາເຫັນຕ່າງໆ, ສົ່ງໃຫ້ກຳມາທິການກົດໝາຍ ສພຊ, ນໍາໄປປະກອບຄໍາຄິດເຫັນ, ຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນມໍ່ໆນີ້.
