(ສພຊ) – ວັນທີ 1 ກໍລະກົດນີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີສະຫຼຸບປິດຊຸດເຝິກອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ແລະ ວຽກງານພັກ-ພະນັກງານ ໃຫ້ພະນັກງານ-ສະມາຊິກພັກ ຂອງສະພາແຫ່ງຊາດ ພາຍຫຼັງດໍາເນີນມາແຕ່ວັນທີ 12 ມີນາເປັນຕົ້ນມາ, ໂດຍການເປັນປະທານຂອງສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ; ມີສະຫາຍໃນຄະນະບໍລິຫານງານພັກສະພາແຫ່ງຊາດ; ສະຫາຍ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ຄະນະພັກຮາກຖານຄະນະເລຂາທິການສະພາແຫ່ງຊາດ, ໜ່ວຍພັກຮາກຖານ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ຄະນະຮັບຜິດຊອບຊຸດເຝິກອົບຮົມ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີໄດ້ຮັບຟັງການລາຍງານກ່ຽວກັບຜົນສໍາເລັດຂອງການເຝິກອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ແລະ ວຽກງານພັກ-ພະນັກງານ ຊຸດທີ 6 ຈາກສະຫາຍ ແສງແກ້ວ ວົງນະລາດ ຫົວໜ້າກົມຈັດຕັ້ງ-ພະນັກງານ, ຕາງໜ້າໃຫ້ຄະນະຮັບຜິດຊອບການຮຽນທິດສະດີຂັ້ນຕົ້ນ; ຈາກນັ້ນ, ໄດ້ມີພິທີມອບ-ຮັບໃບຢັ້ງຢືນໃຫ້ແກ່ນັກເຝິກອົບຮົມ 36 ສະຫາຍ, ຍິງ 12 ສະຫາຍ ເຊິ່ງມີໃບຢັ້ງຢືນຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ໃບຢັ້ງຢືນຂອງຄະນະພັກສະພາແຫ່ງຊາດ.
ໂອກາດດັ່ງກ່າວ, ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍຕີລາຄາສູງຕໍ່ຄວາມຕັ້ງໜ້າ ແລະ ຄວາມຮັບຜິດຊອບສູງຂອງບັນດາຄູ-ອາຈານ, ຄະນະຮັບຜິດຊອບຈັດຊຸດເຝິກອົບຮົມ ທັງສະແດງຄວາມຊົມເຊີຍຕໍ່ບັນດານັກເຝິກອົບຮົມ ທີ່ເອົາໃຈໃສ່ປະຕິບັດກົດລະບຽບຂອງຊຸດເຝິກອົບຮົມ ແລະ ບັນດາຜົນສຳເລັດໃນຊຸດເຝິກອົບຮົມຄັ້ງນີ້. ສະຫາຍຍັງໄດ້ເນັ້ນໜັກໃຫ້ພະນັກງານ-ສະມາຊິກພັກໜຸ່ມນ້ອຍ ຈົ່ງໄດ້ເອົາໃຈໃສ່ຄົ້ນຄວ້າຫາຂໍ້ມູນຕົວຈິງກ່ຽວກັບພັກ, ຜົນງານ, ຜົນສໍາເລັດຮອບດ້ານຂອງປະເທດ, ຂອງສະພາແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວໂຄສະນາຕໍ່ຕ່າງປະເທດ ກໍຄືໂຄສະນາອະທິບາຍໃຫ້ປະຊາຊົນ ເຫັນໄດ້ຄວາມເປັນຈິງ ແລະ ບັນດາຜົນສໍາເລັດຕ່າງໆຂອງປະເທດເຮົາຕະຫຼອດໄລຍະ 50 ປີຜ່ານມາ; ຮຽກຮ້ອງໃຫ້ມີສະຕິໃນການບໍລິໂພກຂ່າວ, ວິເຄາະວິໄຈສະພາບການທີ່ພວມເກີດຂຶ້ນໃນປັດຈຸບັນ ໂດຍສະເພາະໄລຍະທີ່ພັກປະຊາຊົນປະຕິວັດລາວ ພວມກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ໃນຕໍ່ໜ້ານີ້ ແລະ ສພຊ ກໍພວມຂຸ້ນຂ້ຽວກະກຽມການເລືອກຕັ້ງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ໃນຕົ້ນປີ 2026 ກໍຄືໃນໄລຍະທີ່ພວມມີການປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ມີຄວາມຈຳເປັນໃຫ້ພະນັກງານເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ ແລະ ພາລະບົດບາດຂອງ ສພຊ ໃຫ້ມີປະສິດທິຜົນ; ປະຕິບັດໜ້າທີ່ທີ່ຖືກມອບໝາຍດ້ວຍຄວາມຮັບຜິດຊອບສູງ, ພັດທະນາຕົນເອງຮອບດ້ານ: ດ້ານການເມືອງ, ວິຊາສະເພາະ, ພາສາຕ່າງປະເທດ ແລະ ໄອທີ ເພື່ອສາມາດຮອງຮັບກັບໜ້າທີ່ການເມືອງໃນໄລຍະໃໝ່.
(ນາງ ອາລິນ ສຸພິມມະປະດິດ)