loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປາຖະກະຖາ ວັນຄ້າຍວັນເກີດ ທ່ານປະທານ ສຸພານຸວົງ​ ຄົບຮອບ​ 114 ປີ.​

​ກ.ກ. 17, 2023 | ເຂດ 17 ອັດ​ຕະ​ປື

ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ສະພາປະຊາຊົນແຂວງ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບບັນດາຜົນງານຂອງຜູ້ນຳພັກ-ລັດ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ທັງເປັນການສຶກສາອົບຮົມ, ການຮໍ່າຮຽນເອົາມູນເຊື້ອຮັກຊາດ, ຄວາມສາມັກຄີ, ນ້ຳໃຈຕໍ່ສູ້ກູ້ຊາດບໍ່ຍອມຈຳນົນອັນພິລະອາດຫານ, ນ້ຳໃຈເສຍສະຫຼະອັນສູງສົ່ງຂອງຜູ້ນຳພັກ-ລັດ ທີ່ມີຕໍ່ປະເທດຊາດ.

ສະພາປະຊາຊົນແຂວງ (ສພຂ) ອັດຕະປື ໄດ້ຈັດພິທີປາຖະກະຖາຫວນຄືນຊີວິດ ແລະ ການເຄື່ອນໄຫວຂອງ ທ່ານ ປະທານ ສຸພານຸວົງ ໃນໂອກາດວັນຄ້າຍວັນເກີດ ຄົບຮອບ 114 ປີ​(13/7/1909-13/7/2023)  ໃນວັນທີ 13 ກໍລະກົດ 2023​ ນີ້.  ໂດຍການປາຖະກະຖາຂອງ ສະຫາຍ ແຫວນຄໍາ ປະທຸມມະແສງ ເລຂາໜ່ວຍພັກຄະນະກໍາມະການວັດທະນະທໍາ-ສັງຄົມ​ ແລະ​ ບັນດາເຜົ່າ​(ຄວສຜ) ສພຂ, ມີບັນດາສະຫາຍເລຂາໜ່ວຍພັກ,​ສະມາຊິກພັກ,​ ພະນັກງານ-ລັດຖະກອນພາຍໃນ ສພຂ ເຂົ້າຮ່ວມ.

ສະຫາຍ​ ແຫວນຄໍາ​ ປະທຸມມະແສງ ໄດ້ຫວນຄືນຊີວິດການເຄື່ອນໄຫວ ແລະ ຜົນງານທີ່ພົ້ນເດັ່ນຂອງ ທ່ານ ປະທານ ສຸພານຸວົງ ໂດຍຫຍໍ້ວ່າ: ທ່ານປະທານ ສຸພານຸວົງ ໄດ້ເຂົ້າສຶກສາຊັ້ນປະຖົມຢູ່ຫຼວງພະບາງ, ຊັ້ນມັດທະຍົມຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ສຶກສາຕໍ່ລະດັບປະລິນຍາຕີ ສາຂາວິສະວະກຳກໍ່ສ້າງ ແລະ ຂົວທາງ ຢູ່ນະຄອນຫຼວງປາລີ ປະເທດຝລັ່ງ, ໄດ້ເຂົ້າຮ່ວມບັນດາຂະບວນການຕໍ່ສູ້ຢ່າງພິລະອາດຫານຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ປະທານ ສຸພານຸວົງ ແມ່ນເປັນຜູ້ນໍາທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍານົນ ຍາມໃດກໍໄດ້ຍົກສູງສະຕິເປັນເຈົ້າຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ; ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອຊາດເພື່ອປະຊາຊົນ; ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ, ທ່ານໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ.

ນອກຈາກນັ້ນ, ສະຫາຍ​ ນາງ​ ຈັນທະລີ​ ສີສຸວົງ​ ເລຂາໜ່ວຍພັກຄະນະກໍາມະການຍຸຕິທໍາ ແລະ​ ປກຊ-ປກສ​ ຍັງໄດ້ເຜີຍແຜ່ເຊື່ອມຊຶມ ວັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ​ ຄົບຮອບ​ 46​ ປີ​ ແລະ​ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ​ ຄົບຮອບ​ 61 ປີ​ ໃຫ້ຮັບຮູ້ຕື່ມອີກ.

(ວິນັດ)​