
ຕອນບ່າຍວັນພະຫັດທີ 28 ເມສາ 2022 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ, ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 136 ປີ(1 ພຶດສະພາ 1886 – 1 ພຶດສະພາ 2022) ໂດຍການເປັນປະທານຂອງສະຫາຍ ນ. ຄໍາພອນ ພິມມະຈັນ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານສະຫະພັນກຳມະບານຮາກຖານ ສພຂ, ເຂົ້າຮ່ວມພິທີມີສະຫາຍ ລຽງ ພິມຍົງຄຳ ປະທານກຳມະບານຮາກຖານ ພະແນກແນກຍຸຕິທຳແຂວງ, ມີບັນດາສະຫາຍຄະນະກຳມະບານຮາກຖານ, ບັນດາສະຫາຍຄະນະປະຈຳ ສພຂ, ຄະນະນຳຂອງພະແນກຍຸຕິທຳແຂວງ, ສະມາຊິກກໍາມະບານພາຍໃນຮາກຖານ ສະພາປະຊາຊົນແຂວງ ແລະ ພະແນກແນກຍຸຕິທຳແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.


ປະທານພິທີໄດ້ຍົກໃຫ້ເຫັນ ປະຫວັດການກຳເນີດ, ການເຕີບໃຫ່ຍຂອງຊົນຊັ້ນກໍາມະກອນ ແລະ ເງື່ອນໄຂທີ່ພາໃຫ້ເກີດມີວັນກຳມະກອນສາກົນວ່າ: ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກໍາມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງຊຶ່ງສະແດງອອກຄືດັ່ງນີ້: ການອອກແຮງງານສຸດທີ່ລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການບັງຄັບຂົ່ມເຫັງໃຫ້ກໍາມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງເຮັດວຽກ14-15 ຊົ່ວໂມງ, ການອອກແຮງງານໜັກແຕ່ຄ່າແຮງງານພັດຕໍ່າ, ການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸ່ນແຮງ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຈຶ່ງໄດ້ຈັດຕັ້ງເປັນກຸ່ມ, ເປັນຂະບວນລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ.



ຂະບວນການຕໍ່ສູ້ຄັ້ງທໍາອິດແມ່ນຢູ່ປະເທດອັງກິດໃນປີ 1764 ເພາະອັງກິດໃນສະໄໝນັ້ນເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກຳໄວກ່ວາໝູ່, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ ແລະ ເພື່ອນຳພາກຳມະກອນຕໍ່ສູ້ຕ້ານພວກນາຍທຶນ, ຊົນຊັ້ນກຳມະກອນໃນປະເທດອັງກິດຈຶ່ງໄດ້ຈັດຕັ້ງ “ອົງການກໍາມະບານ” ເປັນຕົວແທນຂອງຕົນຂຶ້ນ, ຈາກນັ້ນຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໃນເດືອນພະຈິກ 1884 ຢູ່ເມືອງຫຼວງຊິກາໂກ ເປັນຈຸດໃຈກາງອຸດສາຫະກໍາຂອງປະເທດອາເມລິກາ, ຊົນຊັ້ນກຳມະກອນໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງເພື່ອທວງໃຫ້ເພີ່ມເງິນເດືອນ, ຫຼຸດຜ່ອນຊົ່ວໂມງເຮັດວຽກ, ຮຽກຮ້ອງ, ປຸກຕື່ນໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານທຸກທົ່ວໜ້າກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ, ພ້ອມກັນນັ້ນກໍມີການຈັດຕັ້ງງານມິດຕິງຫຼາຍໆແຫ່ງ, ມີຂະບວນການໂຄສະນາ, ປຸກລະດົມຂົນຂວາຍໃຫ້ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານເຊື່ອມຊຶມຕໍ່ມະຕິຂອງສະຫະພັນແຮງງານນັບມື້ກ້ວາງຂວາງ.


ວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດໃນປະເທດອາເມລິກາຢູ່ຕົວເມືອງຊິກາໂກ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ສົມທົບກັບເນື້ອໃນຂອງຖະແຫຼ່ງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກໍາມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມລິກາ ແລະ ອື່ນໆ…


ທ້າຍພິທີ ປະທານໄດ້ເນັ້ນໜັກໃຫ້ສະມາຊິກກໍາມະບານພາຍໃນຮາກຖານ ສະພາປະຊາຊົນແຂວງ ແລະ ພະແນກແນກຍຸຕິທຳແຂວງ ນຳເອົາເນື້ອໃນຈິດໃຈ ຂອງການປະຖະກະຖາໃນມື້ນີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດດອກອອກຜົນ.
(
:ແສງພອນ ອິນນະລົງ).

