ປາຖະກະຖາວັນລັດຖະທຳມະນູນ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9

ສ.ຫ. 25, 2025

ໃນວັນທີ 25 ສິງຫາ 2025 ນີ້, ທີ່ຫໍປະຊຸມໃຫຍ່ຂອງແຂວງ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ອັດຕະປື ຊຸດທີ IIໂດຍການເປັນປະທານປະຖະກະຖາ ແລະ ເຜີຍແຜ່ຂອງທ່ານ ຂອງ ທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ປະທານສະພາປະຊາຊົນແຂວງ ອັດຕະປື ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ເຂົ້າຮ່ວມມີບັນດາທ່ານຄະນະປະຈໍາພັກແຂວງ, ຫົວໜ້າພະແນກການ, ອົງການລັດທຽບເທົ່າພະແນກ, ກອງບັນຊາການ ປກສ-ປກຊ ແຂວງ, ອາດີດການນໍາພັກ-ລັດ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມຮັບຟັງ 200 ກວ່າທ່ານ .ທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ປະທານສະພາປະຊາຊົນແຂວງ ອັດຕະປື ໄດ້ຫວນຄືນໃຫ້ເຫັນເຖິງຄວາມໝາຍຂອງລັດຖະທຳມະນູນ ແລະ ວັນລັດຖະທຳມະນູນແຫ່ງຊາດ; ຄວາມສຳຄັນຂອງລັດຖະທຳມະນູນ; ຄວາມເປັນມາໃນການສ້າງ ແລະ ປັບປຸງລັດຖະທຳມະນູນ; ຕີລາຄາດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດລັດຖະທຳມະນູນຕະຫຼອດໄລຍະ 34 ປີ. ພ້ອມກັນນັ້ນ, ກໍໃຫ້ຮູ້ເຖິງເນື້ອໃນສຳຄັນ ແລະ ການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2025. ທ່ານຍັງກ່າວຕື່ມວ່າ: ຕະຫຼອດ 34 ປີທີ່ຜ່ານມາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ລັດ ແຫ່ງ ສປປລາວ ໄດ້ເປັນເຈົ້າການ ແລະ ໃຈກາງ ໃນການປະຕິບັດລັດຖະທຳມະນູນ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໝັ້ນຄົງຕະຫຼອດມາ, ເສດຖະກິດ-ວັດທະນະທຳສັງຄົມ ໄດ້ຮັບການພັດທະນາ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບສູງຂຶ້ນ, ບົດບາດອິດທິພົນຂອງພັກ ແລະ ລັດເຮົາ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ; ຄຽງຄູ່ກັບຜົນສໍາເລັດທີ່ພົ້ນເດັ່ນ ແລະ ໃຫຍ່ຫຼວງນັ້ນ, ການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງຫຼາຍຢ່າງ ທີ່ເລັ່ງທວງໃຫ້ພວກເຮົາພ້ອມກັນຕັດສິນໃຈສູ້ຊົນແກ້ໄຂໃຫ້ໄດ້ເປັນກ້າວໆ ແນໃສ່ເສີມຂະຫຍາຍທ່າແຮງສັງລວມຂອງປະເທດຊາດ ແລະ ສາກົນ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ຂຶ້ນສູ່ສັງຄົມນິຍົມ “ເຮັດໃຫ້ປະຊາຊົນລາວບັນດາເຜົ່າຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ” ຈາກນັ້ນ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ໄດ້ຜັນປ່ຽນກັນເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ອັດຕະປື ຊຸດທີ II ເຊິ່ງໄດ້ຍົກໃຫ້ເຫັນບາງເນື້ອໃນສໍາຄັນ ທີ່ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ,​ ເພື່ອແນໃສ່ພະນັກງານ-ລັດຖະກອນ ກໍ່ຄືຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້ເຂົ້າໃຈ ໃຫ້ທຸກຄົນໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດຢ່າງພ້ອມພຽງກັນ ແລະ ກວ້າງຂວາງອອກໃນທົ່ວສັງຄົມໃຫ້ກາຍເປັນຮູບປະທໍານັບມື້ນັບຫຼາຍຂຶ້ນ. (ວິນັດ ສີສຸລາດ)