ປັບປຸງເນື້ອໃນຮ່າງລັດຖະບັນຍັດເຂດຍຸດທະສາດປ້ອງກັນຊາດ

ສ.ຫ. 14, 2025

(ສພຊ) – ກອງປະຊຸມຄົ້ນຄວ້າ, ປັບປຸງເນື້ອໃນຮ່າງລັດຖະບັນຍັດວ່າດ້ວຍເຂດຍຸດທະສາດປ້ອງກັນຊາດ ໄດ້ຈັດຂຶ້ນເມື່ອວັນທີ 12 ສິງຫາຜ່ານມາ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ ແລະ ທ່ານ ພົຕ. ປອ. ວົງສັກ ພັນທະວົງ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຂົ້າຮ່ວມມີທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະກົມ ແລະ ພະແນກ ພ້ອມດ້ວຍພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ຄຳແພງ ວິລະພັນ ກ່າວວ່າ: ຮ່າງລັດຖະບັນຍັດວ່າດ້ວຍເຂດຍຸດທະສາດປ້ອງກັນຊາດ ໄດ້ປະຕິບັດຕາມຂັ້ນຕອນຂອງການສ້າງນິຕິກຳຢ່າງຖືກຕ້ອງ ແລະ ຄົບຖ້ວນແລ້ວ ກ່ອນທີ່ລັດຖະບານຈະສະເໜີມາຫາຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ); ກອງປະຊຸມຄັ້ງນີ້ ຈະໄດ້ກວດກາຄືນລະອຽດ ໂດຍເລີ່ມແຕ່ມາດຕາທໍາອິດຫາມາດຕາສຸດທ້າຍ ເພື່ອຮັບປະກັນໃຫ້ເນື້ອໃນມີຄວາມຄົບຖ້ວນ, ຮັດກຸມ, ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ, ສະພາບການຂະຫຍາບຕົວທາງດ້ານເສດຖະກິດ-ສັງຄົມ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ, ຮັບປະກັນໃຫ້ນິຕິກຳສະບັບນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ຜູ້ເຂົ້າຮ່ວມໄດ້ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການຄົ້ນຄວ້າ, ປະກອບຄໍາເຫັນ ແນໃສ່ເຮັດໃຫ້ຮ່າງລັດຖະບັນຍັດສະບັບນີ້ ມີເນື້ອໃນທີ່ສົມບູນ, ຄົບຖ້ວນຂຶ້ນຕື່ມ ເພື່ອຈະໄດ້ນຳເຂົ້າລາຍງານຕໍ່ກອງປະຊຸມ ຄປຈສພຊ ປະຈຳເດືອນສິງຫານີ້.
(ອານຸສອນ ພູມມີທອນ)