loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເພື່ອຈັດພິມປຶ້ມ 50 ຊົນເຜົ່າ

ກ.ຍ. 17, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 16-17 ກັນຍາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ມີກອງປະຊຸມສຳມະນາລະດົມຄວາມຄິດເຫັນກ່ຽວກັບການນຳໃຊ້ປຶ້ມ 49 ຊົນເຜົ່າ ເພື່ອຈັດພິມປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດແຫ່ງຊາດລາວ ຂອງກໍາມາທິການບັນດາເຜົ່າ (ກບຜ) ໂດຍການເປັນປະທານຂອງທ່ານ ຄຳຈັນ ໂສຕາປະເສີດ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ; ເຂົ້າຮ່ວມມີຮອງປະທານສູນກາງແນວລາວສ້າງຊາດ, ຮອງຫົວໜ້າສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ບັນດາຮອງປະທານກຳມາທິການ ແລະ ຄະນະກຳມະການຂອງ ກບຜ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ຄຳຈັນ ໂສຕາປະເສີດ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ ແລະ ລະດົມຄວາມຄິດເຫັນຕໍ່ການປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເພື່ອຈັດພິມປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດແຫ່ງຊາດລາວ ໃຫ້ເປັນປຶ້ມທີ່ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ, ຖືກຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; ເພື່ອຄວາມເປັນເອກະພາບດ້ານເນື້ອໃນຂອງປຶ້ມ 50 ຊົນເຜົ່າ ຂອງກຳມາທິການບັນດາເຜົ່າ ທັງເປັນການຖອດຖອນບົດຮຽນ, ສັງລວມຂໍ້ມູນ ເພື່ອເຜີຍແຜ່ໃຫ້ຄວາມຮູ້ຄວາມເຂົ້າໃຈກ່ຽວກັບຊື່ເອີ້ນ ແລະ ຈໍານວນຊົນ ເຜົ່າໃນ ສປປລາວ.
ໃນກອງປະຊຸມໄດ້ຮັບຟັງຜົນການຕີລາຄາການເຜີຍແຜ່ ແລະ ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ສະ ບັບເລກທີ 213/ສພຊ, ລົງວັນທີ 24 ພະຈິກ 2018 ກ່ຽວກັບການຮັບຮອງເອົາຊື່ເອີ້ນ ແລະ ຈຳນວນຊົນເຜົ່າ; ມະ ຕິຂອງສະພາແຫ່ງຊາດ ສະບັບເລກທີ 108/ສພຊ, ລົງວັນທີ 05 ທັນວາ 2018 ວ່າດ້ວຍການຮັບຮອງເອົາຊົນເຜົ່າ ບຣູ; ການຈັດຕັ້ງປະຕິບັດດຳລັດວ່າດ້ວຍວຽກງານຊົນເຜົ່າ ສະບັບເລກທີ 207/ລບ, ລົງວັນທີ 20 ມີນາ 2020; ວິ ທີການ, ຂັ້ນຕອນຄົ້ນຄວ້າ ແລະ ພິຈາລະນາຊື່ເອີ້ນຊົນເຜົ່າໃນ ສປປລາວ; ການປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເປັນປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດເເຫ່ງຊາດລາວ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຢ່າງມີຈຸດສຸມ, ກົງໄປກົງມາ ເພື່ອເຮັດໃຫ້ການປັບປຸງປຶ້ມດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມ ແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ໌ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະມານຂອງຄະນະ​ເລຂາທິການ​ສະພາ​ແຫ່ງ​ຊາດ.
(ກົງທະນູຄໍາ ພິພັດເສລີ)