ປັບປຸງເນື້ອໃນຂໍ້ຕົກລົງການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ

​ກ.ກ. 8, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມຄົ້ນຄວ້າ ແລະ ປັບປຸງເນື້ອໃນຂໍ້ຕົກລົງຂອງກໍາມາທິການຍຸຕິທໍາ (ກມຍທ) ວ່າດ້ວຍການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ປະທານກໍາມາທິການຍຸຕິທໍາ, ເຂົ້າຮ່ວມມີບັນດາທ່ານຮອງປະທານກໍາມາທິການ, ຄະນະກົມ, ຄະນະພະແນກ ແລະ ພະນັກງານພາຍໃນ ກມຍທ.
ກອງປະຊຸມໄດ້ຮັບຟັງການສະເໜີເນື້ອໃນຮ່າງຂໍ້ຕົກລົງຂອງກໍາມາທິການຍຸຕິທໍາ ວ່າດ້ວຍການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ, ຮ່າງມະຕິຈໍານວນໜຶ່ງທີ່ພົວພັນກັບການປັບປຸງເນື້ອໃນປຶ້ມຄູ່ມືການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທໍາ ເປັນຕົ້ນ: ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຕ້ອນຮັບ ແລະ ໃຫ້ຄໍາປຶກສາການຮ້ອງຂໍຄວາມເປັນທໍາ ແລະ ນິຕິກໍາອື່ນ; ຈາກນັ້ນ, ໄດ້ມີການປະກອບຄວາມຄິດເຫັນ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ.
ຂໍ້ຕົກລົງສະບັບນີ້ ຈະກາຍເປັນນິຕິກຳທີ່ເປັນບ່ອນອີງໃນການປະຕິບັດວຽກງານຂອງກໍາມາທິການຍຸຕິທໍາ ແລະ ການສ້າງເປັນຄູ່ມືການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢ່າງເປັນຮູບປະທຳ ແລະ ຖືກນຳໃຊ້ໃນວຽກງານຈິງ, ເປັນບ່ອນອີງໃຫ້ແກ່ການປັບປຸງນິຕິກໍາທີ່ກ່ຽວຂ້ອງກັບປຶ້ມຄູ່ມືຈໍານວນໜຶ່ງ ເພື່ອໃຫ້ມີຄວາມສອດຄ່ອງກັນ, ສ້າງຄວາມຮັບຮຸ້ ແລະ ເຂົ້າໃຈ ໃຫ້ແກ່ພະນັກງານທີ່ຮັບຜິດຊອບວຽກງານການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນໃນວັນທີ 6-8 ກໍລະກົດ 2025 ທີ່ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກໂຄງການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA).
(ສອນສັກ ວັນວິໄຊ)