ປັບປຸງບຸກຄະລາກອນຂອງລັດຖະບານ

ມ.ຖ. 6, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນສຸກທີ 6 ມິຖຸນານີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການປັບ ປຸງບຸກຄະລາກອນຂອງລັດຖະບານ ເຊິ່ງທ່ານໃຫ້ຮູ້ວ່າ: ອີງຕາມຄໍາສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 76/ນຍ, ລົງວັນທີ 4 ມິຖຸນາ 2025 ແລະ ມະຕິຂອງກອງປະຊຸມວິສາມັນຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 164 /ຄປຈ, ລົງວັນທີ 6 ມິຖຸນາ 2025 ກ່ຽວກັບການຮັບຮອງເອົາຄໍາສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກ ຍ້າຍ, ແຕ່ງຕັ້ງ ແລະ ການພັກການຮັບອຸດໜູນບໍານານຂອງສະມາຊິກລັດຖະບານ.

I. ເຫັນດີຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງຄືນໃໝ່ ສະມາຊິກລັດຖະບານ ຈໍານວນ 9 ທ່ານ, ຍິງ 2 ທ່ານ ດັ່ງນີ້:

1. ແຕ່ງຕັ້ງທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
2. ຍົກຍ້າຍທ່ານ ປອ. ເພັດ ພົມພິພັກ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ.
3. ແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເປັນລັດຖະມົນຕີກະຊວງການເງິນ.
4. ຍົກຍ້າຍທ່ານ ປອ. ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ ໄປຮັບໜ້າທີ່ ໃໝ່ຢູ່ຄະນະຈັດຕັ້ງສູນກາງພັກ.
5. ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ປອ. ນາງ ບຸນຄໍາ ວໍລະຈິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ວ່າການທະນາຄານ ແຫ່ງ ສປປລາວ.
6. ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ປອ. ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພະ ລັງງານ ແລະ ບໍ່ແຮ່ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
7. ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນລັດຖະມົນຕີກະຊວງສາທາລະນະສຸກ.
8. ແຕ່ງຕັ້ງທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ກໍາມະການສຳຮອງສູນກາງພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ເປັນລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ.
9. ແຕ່ງຕັ້ງທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ.

II. ເຫັນດີໃຫ້ສະມາຊິກລັດຖະບານ 2 ທ່ານ ອອກພັກການຮັບອຸດໜູນບໍານານ:

1. ທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິ ລາ.
2. ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ.