ປັບປຸງກົດໝາຍອາກອນລາຍໄດ້ ເພື່ອອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບງົບປະມານ

ມ.ຖ. 24, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ຕອນເຊົ້າວັນທີ 24 ມິຖຸນາ 2025 ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນສະເໜີເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍອາກອນລາຍໄດ້ ເພື່ອແກ້ໄຂຂໍ້ຄົງຄ້າງໃນການປະຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາ ທັງອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃຫ້ປາກົດຜົນເປັນຈິງ; ບາງເນື້ອໃນ ແລະ ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນຊັດເຈນ ແລະ ສອດຄ່ອງກັບການປະຕິບັດວຽກງານຕົວຈິງທີ່ເປັນຊ່ອງວ່າງ ແນໃສ່ເຮັດໃຫ້ການເກັບອາກອນລາຍໄດ້ ສອດຄ່ອງກັບຫຼັກການຂອງສາກົນ ແລະ ສາມາດຈັດເກັບລາຍຮັບໄດ້ທຸກທຸລະກຳທີ່ເຄື່ອນໄຫວມີລາຍໄດ້ ຢູ່ ສປປລາວ; ເພື່ອຊຸກຍູ້ສົ່ງເສີມໃຫ້ວິສາຫະກິດ ຈົດທະບຽນໃນຕະຫຼາດຫຼັກຊັບຫຼາຍຂຶ້ນ ເຊິ່ງເປັນຊ່ອງທາງໜຶ່ງໃນການເຂົ້າເຖິງແຫຼ່ງທຶນຈາກສັງຄົມ ໂດຍກໍານົດນະໂຍບາຍໃຫ້ປະຕິບັດອັດຕາອາກອນກໍາໄລໃນອັດຕາຫຼຸດຜ່ອນ ຈາກ 13% ເປັນ 10% ແລະ ເພີ່ມໄລຍະເວລາປະຕິບັດອັດຕາອາກອນກໍາໄລຫຼຸດ ຈາກ 4 ປີ ເປັນ 10 ປີ; ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ບັນດາຫົວໜ່ວຍຈຸນລະວິສາຫະກິດ ຖືບັນຊີຕາມກົດໝາຍ ເພື່ອເປັນເງື່ອນໄຂໃຫ້ສາມາດເຂົ້າເຖິງແຫຼ່ງທຶນຈາກສະຖາບັນການເງິນຕ່າງໆໄດ້, ການກຳນົດເກັບອາກອນຈາກແຫຼ່ງລາຍຮັບໃໝ່ ເປັນຕົ້ນ ສິນເຊື່ອກາກບອນ, ເຄື່ອງປ່າຂອງດົງ ຕາມຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍການກໍານົດບັນຊີເຄື່ອງປ່າຂອງດົງ I, II ແລະ III ສະບັບເລກທີ 0279/ກປ ເປັນຕົ້ນ: ຄັ່ງ, ເຄືອແຫມ, ເຄືອຈານ, ຈັນແດງ, ຈັນໄດ, ຂີ້ຊີ, ຫວາຍທູນ… ຂອງບຸກຄົນທີ່ໄດ້ຮັບອະນຸຍາດ ແລະ ລາຍໄດ້ອື່ນໆ. ຈາກສາເຫດທີ່ກ່າວມານັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍອາກອນລາຍໄດ້ ໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບພາກພື້ນ ແລະ ສາກົນ.
ທ່ານລັດຖະມົນຕີກ່າວຕື່ມວ່າ: ພາຍຫຼັງກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້, ຈະເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານອາກອນລາຍໄດ້ ເຊິ່ງຄາດວ່າຈະມີຜົນໄດ້ຮັບດັ່ງນີ້:
1. ເຮັດໃຫ້ການປະຕິບັດກົດໝາຍວ່າດ້ວຍອາກອນລາຍໄດ້ ໄປໃນລວງດຽວກັບນະໂຍບາຍຂອງພັກ-ລັດຖະບານ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ມະຕິ 04/ກມສພ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ນະໂຍບາຍຂອງລັດຖະບານ ຕໍ່ຜູ້ອອກແຮງງານທີ່ມີລາຍຮັບຂັ້ນຕໍ່າ;
2. ສ້າງຄວາມເຊື່ອໝັ້ນໃຫ້ກັບບັນດາບໍລິສັດໃນການຈັດຕັ້ງປະຕິບັດສອດຄ່ອງຕາມຫຼັກການສາກົນ ກ່ຽວກັບການຈັດເກັບອາກອນລາຍໄດ້ ເປັນຕົ້ນ ການເກັບອາກອນກຳໄລຕໍ່າສຸດຈາກບັນດາບໍລິສັດຂ້າມຊາດ;
3. ຮັບປະກັນການຄຸ້ມຄອງຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ມີຄວາມຈະແຈ້ງ, ຖືກຕ້ອງ, ຄົບຖ້ວນ, ໄດ້ໄວ, ໄດ້ເພີ່ມຂຶ້ນ, ທັນເວລາ ແລະ ສາມາດຕອບສະໜອງໄດ້ທາງດ້ານລາຍຈ່າຍງົບປະມານ;
4. ຊຸກຍູ້ສົ່ງເສີມການຊຳລະສະສາງຜ່ານລະບົບທະນາຄານ ເປັນຕົ້ນ ການຊຳລະສະສາງຄ່າສິນຄ້າ ແລະ ບໍລິການທັງພາຍໃນ ແລະ ຕ່າງປະເທດ ໃຫ້ສາມາດກວດສອບໄດ້;
5. ສົ່ງເສີມ ແລະ ກຳນົດນະໂຍບາຍດ້ານອາກອນກໍາໄລ ໃນຂະແໜງການທີ່ລັດຖະບານໄດ້ສົ່ງເສີມ ດ້ວຍການຫຼຸດຜ່ອນອັດຕາອາກອນກຳໄລ ໃຫ້ກັບບັນດາວິສາຫະກິດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ແລະ ຈຸນລະວິສາຫະກິດ, ຄາດວ່າຈະສາມາດເກັບລາຍຮັບໄດ້ເພີ່ມຂຶ້ນ 3 ເທົ່າ ຈາກອາກອນມູນຄ່າເພີ່ມ ແທນອາກອນລາຍໄດ້ທີ່ເຄີຍເກັບໄດ້ໃນໄລຍະຜ່ານມາ ປະມານ 1 ພັນຕື້ກີບ ເປັນ 3 ພັນຕື້ກີບ ຕາມຂໍ້ມູນໃນປີ 2024; ສັງລວມແລ້ວ ການກໍານົດອັດຕາອາກອນກຳໄລ 5% ສຳລັບອາກອນກຳໄລຂອງຈຸນລະວິສາຫະກິດ ແມ່ນສົ່ງເສີມຫົວໜ່ວຍທຸລະກິດ ແລະ ມີຄວາມເປັນທຳຫຼາຍຂຶ້ນ, ແທດເໝາະກັບການດຳເນີນທຸລະກິດຕົວຈິງ;
6. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ພະນັກງານ-ລັດຖະກອນ ທີ່ຄຸ້ມຄອງວຽກງານການເກັບລາຍຮັບຈາກອາກອນລາຍໄດ້ ລວມທັງພາກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີຄວາມເຂົ້າໃຈ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ສູງຂຶ້ນ;
7. ສາມາດຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ຈັດເກັບລາຍຮັບຈາກອາກອນລາຍໄດ້ ຢ່າງມີປະສິດທິຜົນ, ໂປ່ງໃສ, ຍຸຕິທໍາ ແລະ ກວດສອບໄດ້.
ທ່ານ ສົມມາດ ພົລເສນາ ໄດ້ມີບາງຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃນການຄົ້ນຄວ້າ, ປະກອບຄຳເຫັນ ແນໃສ່ເຮັດໃຫ້ຮ່າງກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ແທດເໝາະກັບຕົວຈິງ; ຈາກນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງມີຈຸດສຸມ.
(ກົງທະນູຄຳ ພິພັດເສລີ)