ດັ້ນກີບເມກ
ກິດຈະກຳຍາມມີບຸນ; ຍາມເຕົ້າໂຮມຫຼິ້ນກາງເດີ່ນວັດ ຫຼື ໃນສາລາວັດ ຫຼື ວ່າຕາມພິທີກຳງານສົບ; ງັນເຮືອນດີຄົນລາວບູຮານ ນອກຈາກຟັງໝໍລຳ; ຟັງອ່ານໜັງສືຈາກທິດຈານ ນັກປາດຊາວບ້ານແລ້ວ ກໍຍັງມີກິດຈະກຳທີ່ທັງຜູ້ເຖົ້າ-ກັບຫຼານ ຫຼື ບ່າວ-ສາວ ມັກນຳມາຫຼິ້ນຄືການທວາຍ ເຊິ່ງມັນເປັນການໃຊ້ສະຕິປັນຍາແກ້ບັນຫາທີ່ຖືກຖາມ ຂະນະດຽວກັນ ຜູ້ເຂົ້າຮ່ວມທວາຍຍັງຈະຕ້ອງເປັນຄົນທີ່ມັກສະແຫວງຫາ ຄົ້ນຄວ້າອ່ານໜັງສື; ຟັງຄົນເຖົ້າເລົ່ານິທານ ເພື່ອສະສົມຄວາມຮູ້ປັນຍາໄວ້ໃຊ້ໃນສະໜາມທວາຍ.
ກິດຈະກຳໃຊ້ປັນຍາ-ໃຊ້ຄວາມຄິດ ນອກຈາກເວົ້າເປັນຜະຫຍາ ກໍຍັງມີຄຳທວາຍຄຽງຄູ່ກັນມາ. ທ່ານ ຄໍາພໍ ພວງສະບາ (ພໍ.ພວງສະບາ) ໄດ້ໃຫ້ທັດສະນະວ່າ: ຄຳທວາຍ ແມ່ນພູມປັນຍາຂອງຊາວບ້ານທີ່ປະດິດແຕ່ງຂຶ້ນ, ຄຳທວາຍແມ່ນສ່ອງແສງວິຖີຊີວິດຈິງ ເປັນວັດທະນະທຳ-ສັງຄົມຂອງລາວ ເພາະຄຳທວາຍສ່ວນໃຫຍ່ທີ່ນຳມາທວາຍກັນ ແມ່ນເວົ້າເຖິງສັດ; ເຄື່ອງໃຊ້ດຳລົງຊີວິດ; ພຶກສາຊາດ ຄຳທວາຍແມ່ນການເຝິກສະໝອງ-ລອງປັນຍາ ເພື່ອສ້າງບັນຍາກາດມ່ວນຊື່ນ; ລັກສະນະຄຳທວາຍມີທັງເວົ້າໂຍກ; ເວົ້າສົກກະປົກ; ເວົ້າອຸປະມາອຸປະໄມ; ເວົ້າປີ້ນຄວາມ; ເວົ້າປິດສະໜາເຊື່ອງຊ້ອນ ແລະ ຈຸດພິເສດໜຶ່ງຂອງຄຳທວາຍ ເວລາລົງທ້າຍຈະຖາມວ່າ: ແມ່ນຫຍັງ?
ຍົກຕົວຢ່າງ: ລາຍໆຄືກັບແກ້ ແປແປຄືປາປ່ານ ປາລີບ້ານ ເຈົ້າແປເວົ້າວ່າແມ່ນຫຍັງ? ຄຳຕອບຄື ໜັງສືຜູກໃບລານ ແລະ ອີກລັກສະນະໜຶ່ງຂອງຄຳທວາຍ ອາດຖາມຍາວແຕ່ຕອບສັ້ນ ຫຼື ບາງຄຳທວາຍສັ້ນແຕ່ຕອບຍາວກໍມີ; ຍົກຕົວຢ່າງ ຄຳທວາຍຍາວຕອບສັ້ນ ກົກມັນທໍ່ລຳທຽນ ໃບມັນທໍ່ດົ້ງທໍ່ບຽນ ໝາກມັນ ລຽນຊາບລາບແມ່ນຫຍັງ? ຄຳຕອບຄື: ບົວ.
ຜູ້ຂຽນເຫັນວ່າ: ກິດຈະກຳທາງປັນຍາເຊັ່ນ ຄຳທວາຍ-ຄຳຜະຫຍານັ້ນ ຄວນອານຸລັກ, ຟື້ນຟູສົ່ງເສີມໃຫ້ແກ່ເຍົາວະຊົນ ໄດ້ຮຽນຮູ້ໄດ້ສຶກສາພູມປັນຍາລາວ ເພາະມັນຍັງຕິດພັນກັບວິຖີຊີວິດ-ວັດທະນະທໍາຂອງຊາດ ທີ່ເປັນເອກະລັກທາງປັນຍາແບບໜຶ່ງ ບໍ່ຄວນຖືເບົາປ່ອຍປະເພື່ອບໍ່ໃຫ້ລືມຮາກເຫງົ້າທີ່ມາຂອງຕົນເອງ!