(ສພຊ) – ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 13 ພະຈິກຜ່ານມາ, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງຕໍ່ບາງຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບວຽກງານຄຸ້ມຄອງ ແລະ ຂຶ້ນທະບຽນອອກໃບຕາດິນ ວ່າ: ທົ່ວປະເທດ ມີສໍາມະໂນຕອນດິນທັງໝົດ 3,000,632 ຕອນ, ຮອດປັດຈຸບັນ ສາມາດອອກໃບຕາດິນ 2,266,414 ຕອນ ເທົ່າກັບ 75.5% ຂອງສໍາມະໂນຕອນດິນທັງໝົດ ໃນນັ້ນ, ມີຂໍ້ມູນຕອນດິນດິຈິຕອນທີ່ຢູ່ໃນຖານຂໍ້ມູນ ລາວ ແລນ ເຣັກ (Lao Land Reg) 1,516,921 ຕອນ. ສະເພາະ 10 ເດືອນ ປີ 2025 ໄດ້ອອກໃບຕາດິນ 136,456 ຕອນ ເທົ່າກັບ 45.5% ແລະ ຄາດຄະເນໝົດປີ ຈະໄດ້ປະມານ 219,906 ຕອນ ເທົ່າກັບ 73.3% ຂອງແຜນການທີ່ສະພາແຫ່ງຊາດຮັບຮອງ (300,000 ຕອນ); ນອກນີ້, ສໍາເລັດການຂຶ້ນບັນຊີດິນລັດທັງໝົດຂອງ 11 ກະຊວງ (ຂັ້ນກະຊວງ) 166 ຕອນ ເນື້ອທີ່ 999.3 ເຮັກຕາ (ຮຕ) ແລະ ຈະສືບຕໍ່ຂຶ້ນທະບຽນອອກໃບຕາດິນລັດ ໃຫ້ກັບຂະແໜງການທີ່ໄດ້ນໍາໃຊ້ທີ່ດິນຂອງລັດ ທີ່ບໍ່ທັນມີໃບຕາດິນລັດ ໃຫ້ສໍາເລັດ (ຂັ້ນແຂວງ, ເມືອງ ແລະ ບ້ານ) ໃນຂອບເຂດທົ່ວປະເທດ.
ການແກ້ໄຂບັນດາໂຄງການເຊົ່າ, ສຳປະທານທີ່ດິນຂອງລັດ ເພື່ອດຳເນີນກິດຈະການຕ່າງໆທີ່ບໍ່ມີປະສິດທິພາບ ແລະ ປະສິດທິຜົນ, ໂຄງການທີ່ບໍ່ປະຕິບັດຕາມກົດໝາຍ ແລະ ສັນຍາ: ປັດຈຸບັນ, ໄດ້ສໍາເລັດການກວດກາຕົວຈິງ, ໃນຕົ້ນປີ 2025 ສາມາດຈັດຕັ້ງປະຕິບັດໄດ້ 17 ແຂວງ ສໍາລັບນະຄອນຫຼວງວຽງຈັນ ແມ່ນຍັງຢູ່ໃນໄລຍະດໍາເນີນການ; ໃນຈໍານວນ 17 ແຂວງ ມີໂຄງການລົງທຶນ 2,547 ໂຄງການ ທີ່ນໍາໃຊ້ຊັບພະຍາກອນດິນດ້ວຍຮູບການເຊົ່າ-ສໍາປະທານດິນລັດ ໃນນັ້ນ, ຂັ້ນສູນກາງອະນຸມັດ 582 ໂຄງການ, ຂັ້ນແຂວງອະນຸມັດ 1,571 ໂຄງການ ແລະ ຂັ້ນເມືອງອະນຸມັດ 394 ໂຄງການ, ມີເນື້ອທີ່ 3,234,012 ຮຕ.

