ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025 ຂອງໜ່ວຍພັກສະພາປະຊາຊົນແຂວງ ຫລວງນ້ຳທາ

​ພ.ຈ. 17, 2025

ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກສະພາປະຊາຊົນແຂວງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 14 ພະຈິກ 2025 ໂດຍການເປັນປະທານຂອງ ສະຫາຍ ມີໄຊ ມີວິໄລ ຄະນະໜ່ວຍພັກສະພາປະຊາຊົນແຂວງ, ປະທານຄະນະກໍາມະການວັດທະນາທໍາສັງຄົມ ແລະ ບັນດາເຜົ່າ ມີບັນດາສະຫາຍສະມາຊິກພັກຕາງໜ້າຈາກໜ່ວຍພັກອ້ອມຂ້າງຄື ສານປະຊາຊົນແຂວງ, ພະແນກຍຸຕິທຳແຂວງ, ກວດກາ, ໂຄສະນາອົບຮົມ, ຄະນະຈັດຕັ້ງແຂວງ ພ້ອມດ້ວຍສະມາຊິກພັກໜ່ວຍພັກສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫລຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ຂອງໜ່ວຍພັກສະພາປະຊາຊົນແຂວງ ເຊິ່ງລວມມີສະມາຊິກພັກທັງໝົດ 40 ສະຫາຍ, ຍິງ 18 ສະຫາຍ.

ໃນ 1 ປີຜ່ານມາຄະນະໜ່ວຍພັກໄດ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດໃຫ້ຄະນະສະມາຊິກພັກໂດຍການຮ່ວມຊີວິດປະຈຳເດືອນເປັນປົກກະຕິ ພາຍໃຕ້ການຊີ້ນຳນຳພາຂອງຕົນໃຫ້ມີຄຸນທາດານເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີ,ເຊື່ອໝັ້ນຕໍ່ການນຳພາຂອງພັກ ປະຕິບັດໜ້າທີ່ວິຊາສະເພາະທີ່ຖືກຮັບມອບໝາຍໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ; ໃນນີ້ດ້ານຄຸນທາດການເມືອງປະຕິບັດໄດ້ 1,98 ຄະແນນ; ດ້ານແນວຄິດ ປະຕິບັດໄດ້ 1,46 ຄະແນນ, ດ້ານການຈັດຕັ້ງປະຕິບັດປະຕິບັດໄດ້ 1,46 ຄະແນນ, ດ້ານແບບແຜນນຳພາປະຕິບັດໄດ້ 1,88 ຄະແນນ, ໜ່ວຍພັກຈັດປະເພດແຂງ ຜ່ານການຕີລາຄາປະເມີນແຕ່ລະດ້ານຂອງໜ່ວຍໃນກອງປະຊຸມໄດ້ເຫັນດີເປັນເອກະພາບສະເໜີໃຫ້ຄະນະປະຈຳພັກແຂວງພິຈາລະນາເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025 ສໍາລັບທິດທາງແຜນການປີ 2026 ນີ້ຄະນະພັກສະພາປະຊາຊົນແຂວງຈະສືບຕໍ່ສ້າງສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມດຽວກັນ ຜູ້ແທນກອງປະຊຸມຍັງໄດ້ປະກອບຄຳຄິດເຫັນຕໍ່ຮ່າງບົດສະຫລຸບປະເມີນປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ຂອງໜ່ວຍພັກສະພາປະຊາຊົນແຂວງໜ່ວຍພັກສະພາປະຊາຊົນແຂວງ ຢ່າງມີຈຸສຸມ ເພື່ອເຮັດໃຫ້ມີເນື້ອໃນສົມບຸນຂຶ້ນກວ່າເກົ່າ ແລະ ໄດ້ພ້ອມກັນເຫັນດີຕົບມືຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2025.

ໂດຍ ນາງ ວັນນີ ແຝງບົວວັນ