ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2024 ຂອງໜ່ວຍພັກສະພາປະຊາຊົນແຂວງ ຫລວງນ້ຳທາ

ມ.ກ. 30, 2025

 ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2024 ຂອງໜ່ວຍພັກສະພາປະຊາຊົນແຂວງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 30 ມັງກອນ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ອຸ່ນຫລ້າອ້ອຽງລໍລາດ ກຳມະການພັກແຂວງ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີບັນດາສະຫາຍເລຂາ, ຮອງເລຂາ, ສະມາຊິກພັກຕາງໜ້າຈາກໜ່ວຍພັກອ້ອມຂ້າງຄື ສານປະຊາຊົນແຂວງ, ພະແນກຍຸຕິທຳແຂວງ, ກວດກາ, ໂຄສະນາອົບຮົມ, ຄະນະຈັດຕັ້ງແຂວງ ພ້ອມດ້ວຍສະມາຊິກພັກໜ່ວຍພັກສະພາປະຊາຊົນແຂວງເຂົ້າຮ່ວມ 26 ສະຫາຍ.

ໃນວາລະກອງປະຊຸມ ສະຫາຍ ມີໄຊ ມີວິໄລ ເລຂາທິການສະພາປະຊາຊົນແຂວງໄດ້ຂຶ້ນຜ່ານຮ່າງບົດສະຫລຸບປະເມີນປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງໜ່ວຍພັກສະພາປະຊາຊົນແຂວງໜ່ວຍພັກສະພາປະຊາຊົນແຂວງລວມມີສະມາຊິກພັກທັງໝົດ 40 ສະຫາຍ, ຍິງ 18 ສະຫາຍ, ສະມາຊິກພັກສໍາຮອງ 4 ສະຫາຍ, ຮຽນສະໜັບສະໜູນພັກ 4 ສະຫາຍ.

ໃນ 1 ປີຜ່ານມາຄະນະໜ່ວຍພັກໄດ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດໃຫ້ຄະນະສະມາຊິກພັກໂດຍການຮ່ວມຊີວິດປະຈຳເດືອນເປັນປົກກະຕິ ແລະ ພະນັກງານລັດຖະກອນ , ພາຍໃຕ້ການຊີ້ນຳນຳພາຂອງຕົນໃຫ້ມີຄຸນທາດານເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີ,ເຊື່ອໝັ້ນຕໍ່ການນຳພາຂອງພັກ ປະຕິບັດໜ້າທີ່ວິຊາສະເພາະທີ່ຖືກຮັບມອບໝາຍໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ; ໃນນີ້ດ້ານຄຸນທາດການເມືອງປະຕິບັດໄດ້ 1,9; ດ້ານແນວຄິດ ປະຕິບັດໄດ້ 1,5 ຄະແນນ, ດ້ານການຈັດຕັ້ງປະຕິບັດປະຕິບັດໄດ້ 1,5 ຄະແນນ, ດ້ານແບບແຜນນຳພາປະຕິບັດໄດ້ 1,9 ຄະແນນ, ລວມປະເມີນຜົນສະມາຊິກພັກແຂງທັງໝົດ 36 ສະຫາຍ, ຍິງ 14 ສະຫາຍ, ກວມເອົາ 100%, ໜ່ວຍພັກມີຄະແນນລວມໄດ້ 9,6 ຄະແນນ, ຈັດປະເພດແຂງ ຜ່ານການຕີລາຄາປະເມີນແຕ່ລະດ້ານຂອງໜ່ວຍໃນກອງປະຊຸມໄດ້ເຫັນດີເປັນເອກະພາບສະເໜີໃຫ້ຄະນະປະຈຳພັກແຂວງພິຈາລະນາເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2024 ສໍາລັບທິດທາງແຜນການປີ 2025 ນີ້ຄະນະພັກສະພາປະຊາຊົນແຂວງຈະສືບຕໍ່ສ້າງສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໂດຍສືບຕໍ່ເອົາໃຈໃສ່ຈັດຕັ້ງເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໃຫ້ສະມາຊິກພັກພະນັກງານລັດຖະກອນພາຍໃນສະພາປະຊາຊົນແຂວງໃຫ້ກວ້າງຂວາງເລີກເຊິ່ງ, ດ້ານຄຸນທາດການເມືອງສູ້ຊົນໃຫ້ໄດ້ 2 ຄະແນນ, ດ້ານແນວຄິດໃຫ້ໄດ້ 1,5 ຄະແນນ, ການຈັດຕັ້ງໃຫ້ໄດ້ 1,5 ຄະແນນ, ແບບແຜນນຳພາໃຫ້ໄດ້ 2 ຄະແນນ; ພ້ອມດຽວກັນ ຜູ້ແທນກອງປະຊຸມຍັງໄດ້ປະກອບຄຳຄິດເຫັນຕໍ່ຮ່າງບົດສະຫລຸບປະເມີນປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງໜ່ວຍພັກສະພາປະຊາຊົນແຂວງໜ່ວຍພັກສະພາປະຊາຊົນແຂວງ ຢ່າງມີຈຸສຸມ ເພື່ອເຮັດໃຫ້ມີເນື້ອໃນສົມບຸນຂຶ້ນກວ່າເກົ່າ ແລະ ໄດ້ພ້ອມກັນເຫັນດີຕົບມືຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2024.