loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະເມີນເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2024 ຂອງໜ່ວຍຮາກຖານຊາວໜຸ່ມ ສະພາປະຊົນແຂວງ

ຕ.ລ. 9, 2024 | ເຂດ 2 ຜົ້ງສາລີ

ວັນທີ 9 ຕຸລາ 2024 ໜ່ວຍຮາກຖານ ສະພາປະຊົນແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປະເມີນເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2024 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ½ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄໍາດາ ໂສລະພົມ ຮອງເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີບັນດາຄະນະໜ່ວຍຮາກຖານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງ ສະຫາຍ ຮອງເລຂາໜ່ວຍຮາກຖານຊາວໜຸ່ມສະພາປະຊາຊົນແຂວງ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 3 ເດືອນ ແລະ ທິດທາງແຜນການ ປະຈໍາ 3 ເດືອນທ້າຍປີ 2024 ຂອງໜ່ວຍຮາກຖານຊາວໜຸ່ມສະພາປະຊາຊົນແຂວງ ພ້ອມທັງຮັບຟັງການປະກອບຄໍາຄິດເຫັນ ຈາກສະມາຊິກ ຕໍ່ບົດສະຫຼຸບດັ່ງກ່າວ. ວາລະທີ 2, ກອງປະຊຸມໄດ້ຮັບຟັງ ສະຫາຍ ເລຂາໜ່ວຍຮາກຖານຊາວໜຸ່ມສະພາປະຊາຊົນແຂວງ ຜ່ານບົດສະຫຼຸບຕີລາຄາ ການຊີ້ນໍາ-ນໍາພາ ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຈາກນັ້ນ, ຄະນະໜ່ວຍຮາກຖານ ແລະ ສະມາຊິກຊາວໜຸ່ມ ກໍ່ໄດ້ດໍາເນີນການປະເມີນ ໃນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2024

ຕອນທ້າຍ, ປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມຕື່ມ ເຊິ່ງກ່ອນອື່ນສະຫາຍ ໄດ້ຍ້ອງຍໍຊົມເຊີຍ ແລະ ເອກະພາບຕໍ່ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ແລະ ການຊີ້ນໍາ-ນໍາພາ ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຮາກຖານຊາວໜຸ່ມ ພ້ອມກັນນີ້, ສະຫາຍໄດ້ເນັ້ນຕື່ມ ຕໍ່ກັບບັນດາສະມາຊິກ ກໍ່ຄໍຄະນະໜ່ວຍຮາກຖານ ນໍາເອົາເນື້ອໃນຂອງການປະເມີນໃນຄັ້ງນີ້ ແລະ ຄໍາຕໍານິສົ່ງຂ່າວ ຈາກບັນດາສະມາຊິກ ເພື່ອເປັນທິດທາງສືບຕໍ່ປັບປຸງໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນຕໍ່ໜ້າ ໃນຖານະເປັນແຂນຂວາຂອງພັກ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງ ມີຜົນສໍາເລັດຕາມແຜນການທີ່ວາງໄວ້ ແລະ ມີປະສິດຕິຜົນທີ່ດີຂຶ້ນເທື່ອລະກ້າວ

ພາບ-ຂ່າວ: ສູນທອງ