
ພິທີປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ສະພາປະຊາຊົນແຂວງ ເຊກອງ ປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 22 ພະຈິກ 2022 ທີ່ຫ້ອງປະຊຸມທາງໄກ ສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ນາງ ຄໍາເສັງ ທຸມມະວົງສາ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານ ຄະນະປະຈໍາ, ຄະນະກໍາມະການ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນກົມກອງເຂົ້າຮ່ວມ.

ກອງປະຊຸມ ແມ່ນໄດ້ເຊື່ອມຊຶມບັນດາເອກະສານທີ່ສຳຄັນ ທີ່ຕິດພັນກັບພະນັກງານ-ລັດຖະກອນ ເປັນຕົ້ນແມ່ນ ດຳລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017; ຄໍາແນະນໍາເລກທີ 06/ພນ, ລົງວັນທີ 02 ພຶດສະພາ 2018. ພ້ອມທັງຮັບຟັງຄໍາແນະນໍາກ່ຽວກັບການໃຫ້ຄະແນນຕົນເອງ ແລະ ໝູ່ຄະນະ.


#ໂດຍ: ນາລີວັນ.