loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະເມີນການປະຕິບັດກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ກ.ຍ. 20, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ຈັດຂຶ້ນໃນວັນທີ 19 ກັນຍານີ້ ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານປະທານກໍາມາທິການວັດທະນະທໍາ-ສັງຄົມ, ບັນດາທ່ານຜູ້ຕາງໜ້າຈາກກຳມາທິການຂອງ ສພຊ ແລະ ພະນັກງານ-ລັດຖະກອນຈາກພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ຄໍາໃບ ດໍາລັດ ກ່າວວ່າ: ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໄດ້ປະກາດໃຊ້ ແລະ ຈັດ ຕັ້ງປະຕິບັດເປັນໄລຍະເວລາເກືອບ 10 ປີ ແລະ ຍັງບໍ່ທັນໄດ້ຮັບການປັບປຸງ ຫຼື ດໍາເນີນການປະເມີນຈັກຄັ້ງ ແລະ ໃນຊຸມປີຜ່ານມາ, ເຫັນວ່າສະພາບການຄວບຄຸມ, ຄຸ້ມຄອງ ແລະ ບໍລິໂພກເຄື່ອງດື່ມທີ່ມີທາດເຫົ້ຼາ ພົບກັບຄວາມຫຍຸ້ງຍາກຫຼາຍບັນຫາ, ຂາດການຕິດຕາມກວດກາຢ່າງຕໍ່ເນື່ອງ ແລະ ເຄື່ອງດື່ມທີ່ມີທາດເຫຼົ້ານີ້ ເປັນເຄື່ອງດື່ມທີ່ມີສ່ວນປະສົມຂອງເອຕາໂນນ (Ethanol), ການບໍລິໂພກ ຫຼື ດື່ມເກີນຂອບເຂດ ຈະສົ່ງຜົນຮ້າຍ ແລະ ຜົນກະທົບໂດຍກົງ ແລະ ທາງອ້ອມ ຕໍ່ສຸຂະພາບ, ຮ່າງກາຍຂອງມະນຸດ ແລະ ສົ່ງຜົນກະທົບໂດຍກົງຕໍ່ຄອບຄົວ, ເສດຖະກິດ-ສັງຄົມຂອງຊາດ ແລະ ເປັນສາເຫດທີ່ກໍ່ໃຫ້ເກີດພະຍາດຊຳເຮື້ອ, ພາໃຫ້ເກີດອຸປະຕິເຫດ, ອາຊະຍາກຳ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ບັນຫາອື່ນໆ. ທ່ານກ່າວອີກວ່າ: ຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງໃຫ້ຄະນະຮັບຜິດຊອບປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຈັດກອງປະຊຸມຮ່ວມກັບກະຊວງສາທາລະນະສຸກ ເພື່ອຮັບຟັງການລາຍງານຜົນການປະເມີນຜົນການ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນໄລຍະຜ່ານມາ ເພື່ອເປັນການສະຫຼຸບ, ຖອດຖອນບົດຮຽນໃຫ້ແກ່ການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ໂດຍຍົກໃຫ້ເຫັນດ້ານຕັ້ງໜ້າ, ດ້ານຄົງຄ້າງ, ສາເຫດທີ່ພາໃຫ້ມີຜົນກະທົບຕໍ່ການຈັດຕັ້ງປະຕິບັດກົດໝາຍ ເພື່ອຍົກສູງຄຸນນະພາບຂອງການຈັດຕັ້ງປະຕິບັດກົດໝາຍ, ເຮັດໃຫ້ສະຕິເຄົາລົບກົດໝາຍທົ່ວສັງຄົມສູງຂຶ້ນເທື່ອລະກ້າວ ແລະ ການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິ ບັດກົດໝາຍໃນຄັ້ງນີ້ ເປັນຄັ້ງທຳອິດທີ່ໄດ້ຮ່ວມກັບກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອນຳເອົາບັນຫາ, ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ໄປລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ນຳເຂົ້າລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ພິຈາລະນາ ແລະ ອອກມະ ຕິເພື່ອຮັບຮອງ.
ທີ່ກອງ​ປະຊຸມ, ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ; ຈາກນັ້ນ, ​ບັນດາ​ຜູ້ເຂົ້າ​ຮ່ວມ​ໄດ້ພ້ອມກັນ​ຄົ້ນຄວ້າ ແລະ ປະກອບ​ຄຳຄິດ​ຄຳ​ເຫັນຢ່າງ​ກົງ​ໄປ-ກົງ​ມາ, ມີ​ລັກສະນະ​ສ້າງສັນ ເພື່ອຊອກ​ໃຫ້​ເຫັນ​ໄດ້​ດ້ານ​ດີ, ຜົນງານ, ຂໍ້ຄົງ​ຄ້າງ, ສາ​ເຫດ ​ແລະ ວິທີ​ແກ້​ໄຂ​ໃນ​ຕໍ່ໜ້າ ເພື່ອໃຫ້ກະຊວງດັ່ງກ່າວ ນຳໄປຄົ້ນຄວ້າພິຈາລະນາປັບປຸງ ເພື່ອກະກຽມລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
(ສອນສັກ ວັນວິໄຊ)