ປະເມີນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກ

ມ.ສ. 23, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 23 ເມສານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມວຽກງານກວດການ, ປະເມີນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ສະພາແຫ່ງຊາດ ຄັ້ງທີ III ໂດຍການເປັນປະທານຮ່ວມຂອງສະຫາຍ ທັນຕາ ກອງຜາລີ ກຳມະການຄະນະບໍລິຫານງານພັກສະພາແຫ່ງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ສະຫາຍ ສຸລິຍາ ແກ້ວພິລາວົງ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າກົມອົບຮົມຊາວໜຸ່ມ ແລະ ສະຫາຍ ໄກມະນິນ ເທບບົວລີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາສະຫາຍໃນຄະນະບໍລິຫານງານຊາວໜຸ່ມ, ເລຂາ-ຮອງເລຂາຊາວໜຸ່ມຮາກຖານພາຍໃນ ສພຊ ແລະ ແຂກຖືກເຊີນ.
ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມສະພາແຫ່ງຊາດ ປະຈຳປີ 2023 ແລະ ບົດລາຍງານຊາວໜຸ່ມຕົວແບບ; ຈາກນັ້ນ, ກໍໄດ້ມີການຄົ້ນຄວ້າຖາມ-ຕອບ, ມີຄຳເຫັນແລກປ່ຽນເຊິ່ງກັນແລະກັນ ເພື່ອກວດກາ, ປະເມີນການຈັດຕັ້ງປະຕິບັດຂໍ້ແຂງຂັນດັ່ງກ່າວ.
ກ່ອນໜ້ານັ້ນ ຄືວັນທີ 22 ເມສາຜ່ານມາ ທີ່ສະພາແຫ່ງຊາດ ກໍໄດ້ມີພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລາວ) ຄົບຮອບ 70 ປີ (14/4/1955-14/4/2025) ໂດຍການເປັນປະທານຂອງສະຫາຍ ບຸນຕາ ເທບພະວົງ ກຳມະການສຳຮອງສຸນກາງພັກ, ກຳມະການຄະນະບໍລິຫານງານພັກສະພາແຫ່ງຊາດ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ; ມີບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມ, ເລຂາ-ຮອງເລຂາຊາວໜຸ່ມຮາກຖານ ແລະ ສະມາຊິກຊາວໜຸ່ມພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ. ນອກນັ້ນ, ຍັງໄດ້ມີກິດຈະກຳບານເຕະ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງ ຄຊປປລາວ ຄົບຮອບ 70 ປີ ແລະ ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມສະພາແຫ່ງຊາດ ສະໄໝທີ V ທີ່ຈະໄຂຂຶ້ນໃນມໍ່ໆນີ້ ອີກດ້ວຍ.
(ນາງ ອາລິນ ສຸພິມມະປະດິດ)