loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະເມີນການປະຕິບັດກົດໝາຍແຮງງານ

ກ.ຍ. 19, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານ ຈັດຂຶ້ນໃນວັນທີ 18 ກັນຍານີ້ ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະ ພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານປະທານກໍາມາທິການວັດທະນະທໍາ-ສັງຄົມ, ບັນດາທ່ານຜູ້ຕາງໜ້າຈາກກຳມາທິການຂອງ ສພຊ ແລະ ພະນັກງານ-ລັດ ຖະກອນຈາກພາກສ່ວນທີ່ກ່ຽວຂ້ອງ.
ທ່ານຮອງປະທານສະພາແຫ່ງຊາດ ກ່າວວ່າ: ກົດໝາຍວ່າດ້ວຍແຮງງານ ໄດ້ປະກາດໃຊ້ ແລະ ຈັດຕັ້ງປະຕິບັດເປັນໄລຍະເວລາ 10 ປີກວ່າແລ້ວ, ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຫັນວ່າກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ໄດ້ມີການ​ຕິດ​ຕາມກວດກາ ​ແລະ ​ປະ​ເມີນ​ຜົນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍສະບັບນີ້​, ໄດ້ຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີກ່ຽວກັບຂໍ້ຂັດແຍ່ງທາງດ້ານແຮງງານ, ເຈົ້າໜ້າທີ່ກວດກາແຮງງານ ກໍໄດ້ມີການດຳເນີນການກວດກາສະຖານທີ່ເຮັດວຽກເປັນປົກກະຕິ ເຊິ່ງການກວດການັ້ນ ແມ່ນໄດ້ເນັ້ນໃສ່ຫຼາຍດ້ານ ລວມທັງເງື່ອນໄຂການເຮັດວຽກ, ຄ່າຈ້າງ, ຊົ່ວ ໂມງເຮັດວຽກ ແລະ ມາດຕະຖານຄວາມປອດໄພຂອງອາຊີບ ແລະ ສຸຂະພາບ; ພ້ອມດຽວກັນນີ້, ກໍໄດ້ມີການ​ເກັບ​ກຳ​ຂໍ້​ມູນ​ຢ່າງ​ປົກ​ກະ​ຕິ ເພື່ອຮັບປະກັນໃຫ້ນາຍຈ້າງ ແລະ ລູກຈ້າງ ປະຕິບັດຕາມກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດໄວ້. ແຕ່ຄຽງຄູ່ກັບດ້ານດີທີ່ກ່າວມານັ້ນ, ກໍເຫັນວ່າການປະຕິບັດກົດໝາຍສະບັບດັ່ງກ່າວ ຍັງມີຂໍ້ ຄົງຄ້າງ ແລະ ສິ່ງທ້າທາຍບາງດ້ານ ເປັນຕົ້ນ: ການຄຸ້ມຄອງແຮງງານຕ່າງປະເທດທີ່ເຂົ້າມາອອກແຮງງານຢູ່ ສປປລາວ ແລະ ການສົ່ງແຮງງານລາວໄປອອກແຮງງານຢູ່ຕ່າງປະເທດ ລວມທັງການພັດທະນາສີມືແຮງງານ ແລະ ອື່ນໆ ຍັງພົບກັບຄວາມຫຍຸ້ງຍາກຫຼາຍບັນຫາ ແລະ ຂາດການຕິດຕາມກວດກາປະເມີນຢ່າງຕໍ່ເນື່ອງ, ນາຍຈ້າງຈຳນວນຫຼາຍບໍ່ປະຕິບັດຕາມກົດໝາຍ ຫຼື ລະເມີດກົດໝາຍ ແລະ ອື່ນໆ.
ທ່ານ ຄໍາໃບ ດໍາລັດ ກ່າວອີກວ່າ: ຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງໃຫ້ຄະນະຮັບຜິດຊອບປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຈັດກອງປະຊຸມຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຮັບຟັງການລາຍງານຜົນການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານໃນໄລຍະຜ່ານມາ ເພື່ອເປັນການສະຫຼຸບ, ຖອດຖອນບົດຮຽນ ໃຫ້ແກ່ການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ໂດຍຍົກໃຫ້ເຫັນດ້ານຕັ້ງໜ້າ, ດ້ານຄົງຄ້າງ, ສາ ເຫດທີ່ພາໃຫ້ມີຜົນກະທົບຕໍ່ການຈັດຕັ້ງປະຕິບັດກົດໝາຍ ເພື່ອຍົກສູງຄຸນນະພາບຂອງການຈັດຕັ້ງປະຕິບັດກົດໝາຍ, ເຮັດໃຫ້ສະຕິເຄົາລົບກົດໝາຍທົ່ວສັງຄົມສູງຂຶ້ນເທື່ອລະກ້າວ ແລະ ການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍໃນຄັ້ງນີ້ ເປັນຄັ້ງທຳອິດທີ່ໄດ້ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອນຳເອົາບັນຫາ, ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ໄປລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ນຳເຂົ້າລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ພິຈາ ລະນາ ແລະ ອອກມະຕິເພື່ອຮັບຮອງ.
ທີ່ກອງ​ປະຊຸມ, ທ່ານຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານ; ຈາກນັ້ນ, ​ບັນດາ​ຜູ້ເຂົ້າ​ຮ່ວມ​ໄດ້ພ້ອມກັນ​ຄົ້ນຄວ້າ ແລະ ປະກອບ​ຄຳຄິດ​ຄຳ​ເຫັນຢ່າງ​ກົງ​ໄປ-ກົງ​ມາ, ມີ​ລັກສະນະ​ສ້າງສັນ ເພື່ອຊອກ​ໃຫ້​ເຫັນ​ໄດ້​ດ້ານ​ດີ, ຜົນງານ, ຂໍ້ຄົງ​ຄ້າງ, ສາ​ເຫດ ​ແລະ ວິທີ​ແກ້​ໄຂ​ໃນ​ຕໍ່ໜ້າ ເພື່ອໃຫ້ກະຊວງດັ່ງກ່າວ ນຳໄປຄົ້ນຄວ້າພິຈາລະນາປັບປຸງ ເພື່ອກະກຽມລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
(ສອນສັກ ວັນວິໄຊ)