ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່

ທ.ວ. 15, 2025

ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ມີນໍ້າໃຈເສຍສະຫຼະສູງສົ່ງ, ນັກປະຕິວັດສຸດກົກສູດປາຍ ແລະ ຮັບໃຊ້ປະຊາຊົນໝົດຈິດໝົດໃຈ, ມີຄວາມດຸໝັ່ນພາກພຽນ ຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ, ມີທັດສະນະມະຫາຊົນ, ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີ ແລະ ມີນໍ້າໃຈສາກົນອັນຜ່ອງໃສ; ບັນດາແບບຢ່າງຄຸນສົມບັດຂອງປະທານ ໄກສອນ ພົມວິຫານ ເຊິ່ງພວກເຮົາຈະໄດ້ພ້ອມກັນສືບຕໍ່ສຶກສາຮໍ່າຮຽນດ້ວຍຄວາມຕັ້ງໜ້າ ແລະ ຮັບຜິດຊອບສູງ ດັ່ງນີ້:
1. ແບບແຜນວິທີເຮັດວຽກຢ່າງມີຫຼັກການ ເປັນຕົ້ນ: ແບບແຜນໃນການຊີ້ນໍາ-ນໍາພາ, ຢຶດໝັ້ນຫຼັກການຂອງພັກ, ການເຮັດວຽກມີການວາງແຜນ, ເຮັດວຽກມີລະບົບການແບ່ງງານ-ແບ່ງຄວາມຮັບຜິດຊອບ, ມີການສະຫຼຸບສ່ອງແສງ, ລາຍງານຢ່າງເປັນລະບົບ ແລະ ມີການຕິດຕາມກວດກາຢ່າງຮອບຄອບ ແລະ ຕໍ່ເນື່ອງ;
2. ແບບແຜນວິທີເຮັດວຽກທີ່ມີລັກສະນະວິທະຍາສາດ: ວິທະຍາສາດໝາຍເຖິງຄວາມຈິງ, ການເຮັດວຽກຕ້ອງສະແດງອອກຕາມຄວາມຈິງພາວະວິໄສ, ເຮັດວຽກຕ້ອງໄດ້ອີງໃສ່ມະຕິ, ມີມະຕິແລ້ວ ກໍຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເອກະພາບ, ທິດສະດີໄປພ້ອມກັບພຶດຕິກຳ, ພຶດຕິກຳຕ້ອງໄດ້ພິສູດເຖິງຄວາມຖືກຕ້ອງທາງດ້ານທິດສະດີ, ເວົ້າໄປຄຽງຄູ່ກັບການກະທຳ;
3. ຄຸນສົມບັດສິນທຳປະຕິວັດ, ເຝິກຝົນຫຼໍ່ຫຼອມນໍ້າໃຈຮັກຊາດ, ນໍ້າໃຈເສຍສະຫຼະອັນສູງສົ່ງ, ຈິດໃຈປະຕິວັດສຸດກົກສຸດປາຍ, ມານະຈິດປະຕິວັດອັນເດັດດ່ຽວໜຽວແໜ້ນ, ຮໍ່າຮຽນເອົາທັດສະນະມະຫາຊົນ, ເຄົາລົບນັບຖືປະຊາຊົນ, ຍົກສູງສະຕິຮັກຊາດເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ;
4. ຮໍ່າຮຽນເອົານໍ້າໃຈປະຢັດມັດທະຍັດ, ຄວາມດຸໝັ່ນໃນການອອກແຮງງານ, ຮໍ່າຮຽນເອົາຄວາມດຸໝັ່ນຂະຫຍັນພຽນ, ການຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ ດ້ວຍການຢຶດໝັ້ນທິດນໍາທີ່ວ່າ: “ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ”, ຮຽນນໍາຕຳລາຮຽນ, ຮຽນນໍາໝູ່ຄະນະ, ຜູ້ອາວຸໂສ, ນໍາປະຊາຊົນ, ນໍາພຶດຕິກຳຕົວຈິງ, ໝັ່ນຊອກຮູ້ຮໍ່າຮຽນ ແລະ ສະແຫວງຫາຄວາມຮູ້ບົດຮຽນໃໝ່ຢູ່ສະເໝີ;
5. ຖືເອົາແບບຢ່າງຄວາມສາມັກຄີເປັນບັນຫາໃຈກາງໃນການພັດທະນາອົງການ ແລະ ປະເທດຊາດ ດ້ວຍການເພີ່ມທະວີຄວາມສາມັກຄີພາຍໃນ ແລະ ຕ່າງປະເທດໃຫ້ແໜ້ນແຟ້ນ, ເພື່ອສ້າງໄດ້ກໍາລັງທີ່ເຂັ້ມແຂງ ແນໃສ່ຮັບໃຊ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ ໃນປັດຈຸບັນ ແລະ ອະນາຄົດ.
ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດຂອງພັກເຮົາ ແລະ ຈະປະທັບຢູ່ໃນດວງໃຈຂອງປະຊາຊົນລາວ ຕະຫຼອດໄປ!
❖ ຄັດຈາກ: ເອກະສານໂຄສະນາ-ປາຖະກະຖາ ເນື່ອງໃນວັັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.