loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານ ສພຂ ຫົວພັນ ເຄື່ອນໄຫວ ແລະ ຢ້ຽມຢາມນັກສຶກສາ ແຂວງຫົວພັນ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. …………..

​ກ.ກ. 14, 2023 | ເຂດ 8 ຫົວ​ພັນ

             ວັນທີ 12 ກໍລະກົດ 2023 ນີ້, ສະຫາຍ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມ ນັກສຶກສາ ແຂວງຫົວພັນ ທີ່ກຳລັງສຶກສາ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.ໃນໂອກາດດັ່ງກ່າວ ສະຫາຍ ຍັງໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວ ຂອງຄະນະນັກສຶກສາ ໃນໄລຍະຜ່ານມາ ໂດຍຫຍໍ້ ເຊິ່ງຍົກໃຫ້ເຫັນດ້ານດີຜົນງານ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການ ສຶກສາຮ່ຳຮຽນ ແລະ ດຳລົງຊີວິດ ໃນຊ່ວງໄລຍະຜ່ານມາໃຫ້ຄະນະຜູ້ແທນໄດ້ຮັບຊາບ ເຊິ່ງນັກສຶກສາ ແຂວງຫົວພັນ ມີທັງໝົດ 21 ສະຫາຍ, ຍິງ 3 ສະຫາຍ ປະກອບມີ 3 ລະບົບຄື: ຂັ້ນສູງ 9 ເດືອນ ມີ 7 ສະຫາຍ ຍິງ 2 ສະຫາຍ; ລະບົບປະລິນຍາໂທ ມີ 7 ສະຫາຍ ຍິງ 2 ສະຫາຍ ແລະ ລະບົບປະລິນຍາຕີ ມີ 7 ສະຫາຍ ຍິງ 3 ສະຫາຍ.
         ໃນໂອກາດດຽວກັນນີ້, ສະຫາຍ ນາງ ອຳໄພວອນ ລ້ອມບຸນແພງ ໄດ້ສະແດງຄວາມຍ້ອງຍໍຊົມຊົມ ຕໍ່ຄະນະນັກສຶກສາ ແຂວງຫົວພັນ ທີ່ມີຄວາມຕັດສິນໃຈສູງ, ພ້ອມກັນເອົາໃຈໃສ່ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຮ່ຳຮຽນຢ່າງຮອບດ້ານ, ມີຄວາມອົດທົນພະຍາຍາມ ມີຄຸນສົມບັດ, ສິນທຳປະຕິວັດ ສາມາດຝຶກຝົນຕົນເອງໄດ້ຫລາຍໆດ້ານ ເພື່ອສືບຕໍ່ສຶກສາຄົ້ນຄວ້າຮ່ຳຮຽນ ໃຫ້ສົມກັບວ່າ ເປັນບຸກຄະລາກອນຜູ້ສືບທອດຂອງພັກຂອງລັດ ກໍຄືຂອງທ້ອງຖິ່ນ, ກົມກອງທີ່ໄດ້ສົ່ງເສີມ ແລະ ກໍ່ສ້າງ ຈາກນັ້ນ; ສະຫາຍຍັງໄດ້ ເນັ້ນໜັກໃຫ້ຄະນະນັກສຶກສາແຂວງຫົວພັນ ກໍຄືບັນດາສະຫາຍທີ່ກຳລັງສຶກສາຢູ່ສະຖາບັນດັ່ງກ່າວ ຈົ່ງຍົກສູງສະຕິຄວາມເປັນເຈົ້າການໃນການນຳພາ-ຊີ້ນຳ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ເອົາໃຈໃສ່ຄົ້ນຄວ້າສຶກສາຄົ້ນຄວ້າຮໍ່າຮຽນນຳຄູອາຈານໃຫ້ມີຜົນສຳເລັດຕາມແຜນການ, ຈັດຕັ້ງປະຕິບັດລະບຽບວິໄນ ສມປຊ ວາງອອກໃຫ້ເຂັ້ມງວດ; ສ້າງຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນ ແລະ ກວ້າງຂວາງກວ່າເກົ່າ, ປຶກສາຫາລື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນທຸກໆດ້ານ; ນຳເອົາບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳຈາກບັນດາຄູອາຈານທີ່ສົ່ງຄວາມຮູ້ ນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ໜ້າທີ່ວຽກງານ ຢູ່ພາຍໃນກົມກອງ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄື ແຂວງຫົວພັນ ໃຫ້ນັບມື້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.
ພາບ ແລະ ຂ່າວໂດຍ ນັກຂ່າວ ສພຂ ຫົວພັນ