ປະທານ ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນ ນວ ລົງຕິດຕາມກວດກາ ແລະ ຊຸກຍູ້ວຽກງານຂົງເຂດກະສິກຳ ແລະ ປ່າໄມ້ ນວ

ພ.ຈ. 6, 2023

(ສປນວ) ໃນຕອນເຊົ້າ ວັນທີ 06 ພະຈິກ 2023, ທ່ານ ສົມບັດ ຈັນທະມາດ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນ ນວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2023 ຢູ່ພະແນກກະສິກຳ ແລະ ປ່າໄມ້ ນວ ໂດຍການຕ້ອນຮັບຂອງ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ແລະ ມີຮອງຫົວໜ້າພະແນກ, ບັນດາທ່ານຫົວໜ້າ-ຮອງຫົວໜ້າ ຂະແໜງການ ແລະ ວິຊາການຈຳນວນໜຶ່ງຂອງພະແນກ ໄດ້ໃຫ້ການເຂົ້າຮ່ວມ.

ໃນການລົງເຮັດວຽກຄັ້ງນີ້, ໄດ້ຮັບຟັງການລາຍງານ ໂດຍໃນໄລຍະ 9 ເດືອນຜ່ານມາ ການຈັດຕັ້ງປະຕິບັດຄາດໝາຍການເຕີບໂຕລວມຂອງຂະແໜງກະສິກຳ ຂະຫຍາຍຕົວ 4,07% ແລະ ກວມເອົາ 14,67% ຂອງ GDP. ລວມເປັນມູນຄ່າ ທັງໝົດ 10.073,61 ຕື້ກີບ. ໃນນັ້ນ ປູກຝັງຂະຫຍາຍຕົວ 4,02% ກວມເອົາ 41,68% ຂອງມູນຄ່າໃນຂະແໜງ, ລ້ຽງສັດຂະຫຍາຍຕົວ 3,87% ກວມເອົາ 43,01%  ແລະ ການປະມົງຂະຫຍາຍຕົວ 4,86% ກວມເອົາ 15,31%; ໃນນັ້ນ, ສາມາດສະໜອງສະບຽງອາຫານໃຫ້ສັງຄົມ ຄາດຄະເນຜົນຜະລິດເຂົ້າທັງໝົດໄດ້ 303.165 ໂຕນ ເທົ່າກັບ 96,5% ຂອງແຜນການປີ (ແຜນການປີໃຫ້ໄດ້ 312.283 ໂຕນ) ແລະ ການຜະລິດເປັນສິນຄ້າ ແມ່ນໄດ້ປະຕິບັດຕາມ 10 ໂຄງການ ທີ່ວາງອອກ ເຊິ່ງອັນພົ້ນເດັ່ນກວ່າໝູ່ແມ່ນໂຄງການປູກມັນຕົນເປັນສິນຄ້າ: ປະຕິບັດໄດ້ລື່ນແຜນ 49%, ໂຄງການປູກເຂົ້າອິນຊີ ປະຕິບັດລື່ນແຜນ 54%, ປູກພືດຜັກອິນຊີ ສາມາດຜະລິດໄດ້ລື່ນແຜນ 54%; ຜະລິດຕະພັນທີ່ກະສິກຳ ສາມາດສົ່ງອອກໄປຕ່າງປະເທດ ທັງໝົດ 127.936 ໂຕນ, 412.984 ລິດ, 34.100 ໂຕນ, ລວມມູນຄ່າທັງໝົດ 54.703.678$ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຫັນວ່າມູນຄ່າການສົ່ງອອກເພີ່ມຂື້ນ 34 ພັນກວ່າໂດລາສະຫະລັດ ເທົ່າກັບ 2,6 ເທົ່າ. ຄຽງຄູ່ກັບຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພະແນກກະສິກຳ ແລະ ປ່າໄມ້ ຍັງໄດ້ພົບພໍ້ກັບຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນ: ການຄຸ້ມຄອງການນຳເຂົ້າ ຜະລິດຕະພັນພືດ ແລະ ສັດ, ການວາງແຜນການຜະລິດ ຍັງບໍ່ທັນປະສານສົມທົບກັບຂະແໜງການກ່ຽວຂ້ອງຢ່າງເປັນລະບົບ ເຮັດໃຫ້ການຄຸ້ມຄອງລາຄາສິນຄ້າພາຍໃນບໍ່ໝັ້ນທ່ຽງ, ການນຳໃຊ້ຢາປາບສັດຕູພືດຍັງບໍ່ຖືກຕ້ອງຕາມຫຼັກວິຊາການເຮັດໃຫ້ພືດບາງປະເພດມີສານຕົກຄ້າງ ແລະ ການຫັນປ່ຽນດິນກະສິກຳໄປນຳໃຊ້ເຂົ້າໃນເປົ້າໝາຍອື່ນ ເຫັນວ່າຍັງມີຫຼາຍເຮັດໃຫ້ເນື້ອທີ່ການຜະລິດຫຼຸດລົງ.

ໃນໂອກາດດັ່ງກ່າວ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມໄດ້ມີຄໍາເຫັນແລກປ່ຽນ ແລະ ຊີ້ແຈງໃນບາງບັນຫາຍັງເປັນຂໍ້ຄົງຄ້າງໃນການປະຕິບັດວຽກງານຂອງພະແນກ ກະສິກຳ ແລະ ປ່າໄມ້ ໃນໄລຍະຜ່ານມາ ແລະ ໃນຕອນທ້າຍ ທ່ານ ສົມບັດ ຈັນທະມາດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ປະຕິບັດໄດ້ໃນໄລຍະຜ່ານມາ ແລະ ໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດຕໍ່ວຽກງານທີ່ຍັງຄົງຄ້າງ ໂດຍອີງໃສ່ປະຕິບັດຕາມມະຕິ ທີ່ຄະນະປະຈຳ ສະພາປະຊາຊົນ ນວ ໄດ້ຮັບຮອງໃຫ້ບັນລຸຕາມຄາດໝາຍ ທີ່ໄດ້ກຳນົດໄວ້.