loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານ (ຄຍປປ) ສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ສານປະຊາຊົນແຂວງຄໍາມ່ວນ.

ກ.ຍ. 18, 2024 | ເຂດ 12 ຄຳມ່ວນ

    ໃນຕອນເຊົ້າຂອງວັນທີ 18 ກັນຍາ 2024 ທີ່ສານປະຊາຊົນແຂວງຄໍາມ່ວນ ທ່ານ ຄໍາສຸກ ວັນທະວົງສາ ກຳມະການຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ປະທານຄະນະກຳມະການ ຍຸຕິທຳ ແລະ ປກຊ-ປກສ ( ຄຍປປ) ສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ ສານປະຊາຊົນແຂວງຄໍາມ່ວນ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງ ທ່ານ ໜູການ ສຸວັນນະລາດ ຮອງປະທານສານປະຊາຊົນແຂວງຄໍາມ່ວນ, ມີຜູ້ພິພາກສາ, ຜູ້ຊ່ວຍພິພາກສາ, ສານປະຊາຊົນເຂດ 1 ແລະ ພະນັກງານຂອງສານປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມ.
ທ່ານ ໜູການ ສຸວັນນະລາດ ໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບລວມຂອງສານປະຊາຊົນແຂວງຄໍາມ່ວນ ໂດຍໃຫ້ຮູ້ວ່າ: ສານປະຊາຊົນແຂວງມີກົງຈັກການຈັດຕັ້ງ ມີ 06 ຄະນະສານ 01 ຫ້ອງການ 01 ຂະແໜງ ແລະ ສານເຂດ 02 ເຂດທີ່ຂຶ້ນກັບ ສານປະຊາຊົນທົ່ວແຂວງ ມີພະນັກງານທັງໝົດ 72 ຄົນ ຍິງ 29 ຄົນ ສັງກັດຢູ່ສານປະຊາຊົນແຂວງຄໍາມ່ວນ 34 ຄົນ ຍິງ 16 ຄົນ, ເຂດ 1 ມີ 17 ຄົນ ຍິງ 05 ຄົນ, ເຂດ 2 ມີ 21 ຄົນ, ຍິງ 8 ຄົນ, ຜູ້ພິພາກສາທົ່ວສານປະຊາຊົນແຂວງຄໍາມ່ວນ 25 ຄົນ, ຍິງ 07 ຄົນ, ສະເພາະສານປະຊາຊົນແຂວງ 15 ຄົນ ຍິງ 04 ຄົນ, ເຂດ I ມີ 05 ຄົນ, ຍິງ 02 ຄົນ, ເຂດ II ມີ 05 ຄົນ, ຍິງ 01 ຄົນ, ຜູ້ຊ່ວຍຜູ້ພິພາກສາສານແຂວງ 02 ຄົນ, ຍິງ 01 ຄົນ, ເຂດ I ມີ 04 ຄົນ, ຍິງ 01 ຄົນ, ເຂດ II ມີ 02 ຄົນ, ຍິງ 01 ຄົນ, ການຈັດຕັ້ງປະຕິບັດວຽກງານສະເພາະສານປະຊາຊົນແຂວງຄໍາມ່ວນ ໄລຍະ 6 ເດືອນຕົ້ນປີ 2024: ມີຄະດີຂັ້ນຕົ້ນ, ຂັ້ນອຸທອນຄ້າງມາ 22 ເລື່ອງ, ເຂົ້າໃໝ່ 260 ເລື່ອງ, ລວມທັງໝົດ ຈໍານວນ 282 ເລື່ອງ, ພິຈາລະນາຕັດສິນ 221 ເລື່ອງ, ພິພາກສາ 11 ເລື່ອງ, ໄກ່ເກັ່ຍ 01 ເລື່ອງ, ຊີ້ຂາດ 01 ເລື່ອງ, ສົ່ງກັບຄືນອົງການໄອຍະການປະຊາຊົນແຂວງ 12 ເລື່ອງ, ສົ່ງບ່ອນອື່ນ 01 ເລື່ອງ, ລວມການແກ້ໄຂ 247 ເລື່ອງ ເທົ່າກັບ 87,59% ( ທຽບໃສ່ແຜນການປີແມ່ນລື່ນຄາດໝາຍ 2,59% ) ຄາດໝາຍທີ່ວາງໄວ້ແມ່ນ 85% ຍັງຄ້າງ 35 ເລື່ອງ ເທົ່າກັບ 12,41%, ຂໍອຸທອນ 20 ເລື່ອງ, ຂໍລົບລ້າງ 03 ເລື່ອງ ເທົ່າກັບ 9,31% (ຖ້າທຽບໃສ່ເພດານການຂໍອຸທອນ ແລະ ຂໍລົບລ້າງແມ່ນບໍ່ໃຫ້ເກີນ 15% ຂອງຄະດີທີ່ແກ້ໄຂໄດ້ທັງໝົດ ), ຖືວ່າເກີນຄາດ ໝາຍ 5,69%; ພ້ອມນີ້, ຍັງໄດ້ສະເໜີຂໍ້ສະດວກ-ຫຍຸ້ງຍາກພ້ອມທັງ, ທິດທາງແຜນການແກ້ໄຂ ແລະກອງປະຊຸມໄດ້ແລກປ່ຽນຄໍາຄິດ-ຄໍາເຫັນ ແລະ ມີຄໍາຊັກຖາມເຈາະຈີ້ມທີ່ມີຄວາມສົນໃຈເພື່ອເປັນຂໍ້ມູນຮອບດ້ານນຳໄປຄົ້ນຄວ້າຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
   ໃນຕອນທ້າຍກອງປະຊຸມ ທ່ານ ຄໍາສຸກ ວັນທະວົງສາ ໄດ້ມີຄໍາເຫັນໂອ້ລົມ ແລະສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະປະທານສານປະຊາຊົນແຂວງຄໍາມ່ວນ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຜູ້ພິພາກສາ ແລະ ພະນັກງານສານໃຫ້ກຳແໜ້ນ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ໜ້າທີ່ການເມືອງ ທີ່ພັກ-ລັດມອບໝາຍໃຫ້ໃນການປົກປ້ອງແນວທາງນະໂຍບາຍ, ອິດທິພົນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ຮັບປະກັນຄວາມຍຸຕິທຳ; ຕ້ອງມີຄວາມເປັນແບບຢ່າງນຳໜ້າໃນການປະຕິບັດກົດໝາຍ, ການຄົ້ນຄວ້າພິຈາລະນາ ແລະ ແກ້ໄຂຄະດີ ຕ້ອງມີທັດສະນະເບິ່ງບັນຫາຢ່າງຮອບດ້ານ, ຮອບຄອບ, ພາວະວິໄສ ແລະ ເບິ່ງຫຼັກຖານໂຕຈິງ; ຍົກສູງຄຸນນະພາບຂອງການດໍາເນີນຊີວິດການເມືອງ ຕິດພັນກັບການກວດກາ, ຕີລາຄາຄວາມເປັນແບບຢ່າງນໍາໜ້າ ກໍຄືການປະຕິບັດໜ້າທີ່ຂອງສະມາຊິກພັກ-ພະນັກງານ ຢູ່ສານປະຊາຊົນ ໂດຍສະເພາະຜູ້ທີ່ມີສ່ວນກ່ຽວຂ້ອງກັບການດຳເນີນຄະດີເຊັ່ນ: ຈ່າສານ, ຜູ້ຊ່ວຍຜູ້ພິພາກສາ ແລະ ຜູ້ພິພາກສາ, ຕ້ອງມີມາດຕະການເຂັ້ມງວດ-ເດັດຂາດຕໍ່ສະມາຊິກພັກ-ພະນັກງານທີ່ລະເມີດກົດໝາຍ, ມີການສວຍໃຊ້ໜ້າທີ່ຕໍາແໜ່ງ ແລະ ຄວາມຮັບຜິດຊອບກົດໜ່ວງຖ່ວງດຶງການດຳເນີນຄະດີໃຫ້ຊັກຊ້າ, ສວຍໃຊ້ຊ່ອງຫວ່າງຂອງກົດໝາຍ, ເຊື່ອງອໍາຂໍ້ມູນຫຼັກຖານເພື່ອຊອກຫາຜົນປະໂຫຍດທີ່ບໍ່ຊອບທໍາ, ບໍ່ມີຄວາມໂປ່ງໃສໃນການປະຕິບັດໜ້າທີ່ວຽກງານ ກໍຄືການຄົ້ນຄວ້າພິຈາລະນາຕັດສິນ ຫຼື ພິພາກສາຄະດີ ເພື່ອເຮັດໃຫ້ການສະເໜີຂໍອຸທອນ, ຂໍລົບລ້າງ ຫຼື ຂໍຮື້ຟື້ນຄະດີ ມີອັດຕາສ່ວນຫຼຸດໜ້ອຍຖອຍລົງ; ເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ໂດຍສະເພາະລາຍຮັບ-ລາຍຈ່າຍຄ່າບໍລິການວິຊາການ ແລະ ຄ່າທຳນຽມ ໃຫ້ຖືກຕ້ອງຕາມກົດໝາຍທີ່ໄດ້ກຳນົດ; ຕ້ອງມີຄວາມບຸກບືນສູ້ຊົນຝຶກຝົນຫຼໍ່ຫຼອມຕົນເອງ ແລະ ອອກແຮງຄົ້ນຄວ້າຮ່ຳຮຽນຍົກລະດັບໃນທຸກດ້ານໂດຍສະເພາະແມ່ນວິຊາສະເພາະທາງດ້ານກົດໝາຍ ແລະ ມີຄວາມສາມາດໝູນໃຊ້ແນວຄິດທິດສະດີ ເຂົ້າໃສ່ພາກປະຕິບັດໂຕຈິງ, ສ້າງໃຫ້ມີການຫັນປ່ຽນໃໝ່ໃນການພິຈາລະນາແກ້ໄຂຄະດີ ເພື່ອນຳເອົາຄວາມຍຸຕິທຳມາໃຫ້ສັງຄົມ.
ໂດຍ: ເອື້ອ ມະໂນສິງ