ວັນທີ 07 ພຶດສະພາ 2023 ນີ້, ທ່ານ ຮສ.ປອ. ລິນຄຳ ດວງສະຫວັນ, ກຳມະການສຳຮອງສູນກາງພັກ, ກຳມະການຄະນະປະຈຳ ສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂອງບັນດາບໍລິສັດທີ່ມາລົງທຶນພັດທະນາຢູ່ແຂວງ ເຊກອງ ໂດຍສະເພາະການຈັດຕັ້ງປະຕິບັດນະໂຍບາຍ ແລະ ນິຕິກໍາ ກ່ຽວກັບການສົ່ງເສີມ; ການຄຸ້ມຄອງການນໍາເຂົ້າສິນຄ້າ, ລາຄາສິນຄ້າ ແລະ ການຟື້ນຟູປ່າໄມ້ ຂອງບໍລິສັດເຂື່ອນໄຟຟ້າເຊຂະໝານ 3; ໂຄງການໄຟຟ້າພະລັງງານລົມ ມອນຊູນ ແລະ ການຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່ປະຈໍາຢູ່ດ່ານສາກົນ ດ່ານດາກຕະອອກ ຢູ່ເມືອງ ດາກຈຶງ ແຂວງ ເຊກອງ ໂດຍມີທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງ 16, ສະມາຊິກສະພາປະຊາຊົນແຂວງ ຊຸດທີ II, ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຊິ່ງການເຄື່ອນໄຫວເຮັດວຽກໃນຄັ້ງນີ້, ແມ່ນໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງບໍລິສັດ ແລະ ເຈົ້າໜ້າທີ່, ພະນັກງານ-ລັດຖະກອນ ທີ່ປະຈໍາຢູ່ດ່ານສາກົນ ດ່ານດາກຕະອອກ ໂດຍສະເພາະດ້ານແບບແຜນວິທີເຮັດວຽກ, ການມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ-ຂອງເມືອງ, ການສົ່ງເສີມການຜະລິດກະສິກໍາຢູ່ເຂດທ້ອງຖິ່ນ, ການແກ້ໄຂບັນດາຜົນກະທົບຕ່າງໆຂອງໂຄງການຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ສິ່ງແວດລ້ອມ, ການຟື້ນຟູປ່າໄມ້ໃນເຂດສໍາປະທານຂອງບໍລິສັດ, ການປະຕິບັດນະໂຍບາຍ ແລະ ຈັດສັນຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ, ການຄຸ້ມຄອງການນໍາເຂົ້າສິນຄ້າ ແລະ ລາຄາສິນຄ້າ ແລະ ວຽກງານຕ່າງໆທີ່ຕິດພັນ. ພ້ອມນັ້ນ, ກໍໄດ້ມີການສົນທະນາແລກປ່ຽນໃນຫຼາຍບັນຫາດ້ວຍກັນ ໂດຍຊອກໄດ້ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ປັບປຸງແກ້ໄຂ.

ໂອກາດດັ່ງກ່າວ, ທ່ານ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກໍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາບໍລິສັດ ທີ່ໄດ້ເອົາໃຈໃສ່ໃນການແກ້ໄຂບັນດາຜົນກະທົບຕ່າງໆ ໂດຍສະເພາະຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສິ່ງແວດລ້ອມ ເຊິ່ງກໍໄດ້ມີການຊົດເຊີຍຄ່າເສຍຫາຍຕ່າງໆໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ ແລະ ໄດ້ສ້າງອາຊີບໃຫ້ພໍ່ແມ່ປະຊາຊົນໄດ້ມີລາຍໄດ້ ແລະ ຊົມເຊີຍ ຄະນະຮັບຜິດຊອບພາຍໃນດ່ານດາກຕະອອກ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຢ່າງຕັ້ງໜ້າ, ຮັກສາໄດ້ຄວາມສະຫງົບໂດຍພື້ນຖານ ແລະ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການແຜນທີ່ວາງໄວ້.

ພ້ອມນັ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ກໍຄືສະພາປະຊາຊົນແຂວງ ໃຫ້ການຮ່ວມມື, ຊ່ວຍຊຸກຍູ້ ຕິດຕາມກວດກາ, ໃຫ້ຄໍາແນະນໍາບັນດາບໍລິສັດທີ່ມາລົງທຶນພັດທະນາຢູ່ແຂວງ ເຊກອງ ກໍຄືເມືອງດາກຈຶງ ຢ່າງເປັນປົກກະຕິຕໍ່ເນື່ອງ. ພ້ອມນີ້, ກໍສະເໜີໃຫ້ບັນດາບໍລິສັດຮີບຮ້ອນປັບປຸງ, ສ້ອມແປງ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນເມື່ອກ່ອນໃຫ້ສໍາເລັດ ແລະ ມີມາດຕະຖານກວ່າເກົ່າ; ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດຕາມສັນຍາ-ຊື້ຂາຍໄຟຟ້າ ແລະ ເອົາໃຈໃສ່ຕິດຕາມຊ່ວຍເຫຼືອ ພໍ່ແມ່ປະຊາຊົນທີ່ຖືກຜົນກະທົບ ໂດຍສົ່ງເສີມດ້ານການຜະລິດກະສິກໍາ, ຫັດຖະກໍາ ທີ່ເປັນທ່າແຮງຂອງທ້ອງຖິ່ນ ແລະ ອາຊີບອື່ນໆ ເຮັດໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງ, ມີລາຍໄດ້ ທີ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ຊ່ວຍເປັນທ່າແຮງໃນການພັດທະນາທ້ອງຖິ່ນໃຫ້ດີຂຶ້ນເປັນກ້າວໆ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາປ່າໄມ້, ເຂດນໍ້າແດນດິນ, ຟື້ນຟູປ່າ ແລະ ປູກປ່າທົດແທນຄືນໃນພື້ນທີ່ປ່າໄມ້ທໍາມະຊາດທີ່ໄດ້ຮັບອະນຸມັດໃຫ້ຫັນປ່ຽນນັ້ນ ແລະ ປະຕິບັດພັນທະຕ່າງໆທາງດ້ານທີ່ດິນ ແລະ ປ່າໄມ້ຕາມກົດໝາຍສັນຍາສໍາປະທານ, ເອກະສານຊ້ອນທ້າຍຂອງສັນຍາ ແລະ ມະຕິ ຂອງຄະນະປະຈໍາສະພາແຫ່ງຊາດຢ່າງຄົບຖ້ວນ ເພື່ອປະກອບສ່ວນເຮັດໃຫ້ເນື້ອທີ່ການປົກຫຸ້ມຂອງປ່າ ບັນລຸ 70 % ຂອງເນື້ອທີ່ທັງໝົດ ຕາມແຜນທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ.
