(ສພຊ) – ວັນທີ 8 ພຶດສະພານີ້, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ເຊິ່ງທ່ານ ຄຳພັນ ສິດທິດຳພາ ໄດ້ລາຍງານກ່ຽວກັບຈຸດພິເສດຂອງແຂວງໃຫ້ຊາບ ເປັນຕົ້ນມີທ່າແຮງໃນການພັດທະນາເສດຖະກິດ-ສັງຄົມ, ມີເສັ້ນທາງລົດໄຟ, ມີເສັ້ນທາງດ່ວນ ແລະ ມີເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ຜ່ານ ເຮັດໃຫ້ມີຄວາມສະດວກໃນການໄປ-ມາ ແລະ ການຂົນສົ່ງສິນຄ້າ; ພ້ອມນີ້, ແຂວງວຽງຈັນ ຍັງມີທີ່ຕັ້ງປຽບເໝືອນເປັນປະຕູຂຶ້ນສູ່ບັນດາແຂວງພາກເໜືອຂອງລາວ, ເປັນແຂວງທີ່ມີທ່າແຮງໃນການຜະລິດກະສິກຳປູກຝັງ-ລ້ຽງສັດເປັນສິນຄ້າ ເຊິ່ງມີທົ່ງພຽງອັນກວ້າງໃຫຍ່, ມີສາຍນໍ້າຫຼາຍສາຍໄຫຼຜ່ານ ທັງເປັນແຂວງທີ່ມີທ່າແຮງດ້ານການທ່ອງທ່ຽວ ເດັ່ນແມ່ນເມືອງວັງວຽງ, ເມືອງເຟືອງ, ອ່າງນໍ້າງື່ມ 1 ເມືອງແກ້ວອຸດົມ.
ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ການລາຍງານຂອງທ່ານເຈົ້າແຂວງ; ນອກນີ້, ຄະນະຍັງໄດ້ເຄື່ອນໄຫວເຮັດວຽກຢູ່ບັນດາເມືອງພາຍໃນແຂວງຕື່ມອີກ.