ປະທານ ກສຕສ ເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ ແລະ ແຂວງຫຼວງພະບາງ

ພ.ພ. 16, 2025 | banner, SlideMobile, ຂ່າວ ສພຊ

(ສພຊ) – ວັນທີ 8-14 ພຶດສະພາຜ່ານມາ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍຄະນະຈາກສະພາ​ແຫ່ງ​ຊາດ ແລະ ຕາງໜ້າຈາກກົມທີ່ດິນ ແລະ ກົມກວດກາສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້; ກົມຂົນສົ່ງ ແລະ ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ; ກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ ກ່ຽວກັບບາງວຽກງານໃນຂົງເຂດເສດຖະກິດ ເປັນຕົ້ນ: ການອໍານວຍຄວາມສະດວກທາງດ້ານການຂົນສົ່ງສິນຄ້າພາຍໃນ, ລະຫວ່າງປະເທດ ແລະ ຜ່ານແດນ; ການຈັດຕັ້ງປະຕິບັດວຽກງານສົ່ງເສີມການຜະລິດເປັນສິນຄ້າ ເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ ເພື່ອຫຼຸດຜ່ອນການນໍາເຂົ້າ; ການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ, ການປະຕິບັດພັນທະຄ່າເຊົ່າ, ສໍາປະທານທີ່ດິນ ແລະ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ ຢູ່ແຂວງວຽງຈັນ ແລະ ແຂວງຫຼວງພະບາງ.
ທ່ານ ນາງ ປິ່ງຄຳ ລາຊະສິມມາ ພ້ອມດ້ວຍຄະນະ ໄດ້ເຂົ້າພົບເຈົ້າແຂວງໆວຽງຈັນ ແລະ ເຈົ້າແຂວງໆຫຼວງພະບາງ ເພື່ອແຈ້ງຈຸດປະສົງຂອງການເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບາງວຽກງານໃນຂົງເຂດເສດຖະກິດໃນຄັ້ງນີ້. ຈາກນັ້ນ, ໄດ້ຈັດກອງປະຊຸມຮ່ວມກັບຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ເຊິ່ງປະກອບມີ: ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະລັງງານ ແລະ ບໍ່ແຮ່, ກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ໂຍທາທິການ ແລະ ຂົນສົ່ງ, ການເງິນ ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ໂດຍສະເພາະຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ເຄື່ອນຍ້າຍສິນຄ້າ ຢູ່ ສປປລາວ; ກົດໝາຍວ່າ​ດ້ວຍ​ທີ່​ດິນ ແລະ ນິຕິກຳໃຕ້ກົດໝາຍທີ່ພົວພັນກັບວຽກງານທີ່ດິນ ລວມທັງການຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 57/ຄປຈ, ລົງວັນທີ 31 ພຶດສະພາ 2024 ວ່າດ້ວຍການ​ພິຈາລະນາ​ຮັບຮອງ​ເອົາ​ການ​ຮັບ​ຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້; ຄຳ​ສັ່ງຂອງ​ນາ​ຍົກ​ລັດຖະມົນຕີ ສະບັບ​ເລກທີ 20/ລບ, ລົງ​ວັນ​ທີ 05 ພະຈິ​ກ 2024 ໂດຍສະເພາະວຽກງານການຂຶ້ນ​ທະບຽນ​ອອກ​ໃບ​ຕາດິນ; ການຈັດຕັ້ງປະຕິບັດວຽກງານຂອງບັນດາໂຄງການລົງທຶນຈໍານວນໜຶ່ງ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ; ການຈັດຕັ້ງປະຕິບັດບັນດາປັດໄຈການຜະລິດທີ່ສໍາຄັນ ທີ່ເປັນການປະກອບສ່ວນຊຸກຍູ້ວຽກງານສົ່ງເສີມການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກ, ຫຼຸດຜ່ອນການນໍາເຂົ້າ. ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນດ້ານດີທີ່ຄວນເສີມຂະຫຍາຍ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ຊອກວິທີແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂົງເຂດດັ່ງກ່າວ ມີຄຸນນະພາບດີ, ຖືກຕ້ອງຕາມກົດໝາຍ.
ໂອກາດນີ້, ຫົວໜ້າຄະນະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມຂອງຂະແໜງການຕ່າງໆ ແລະ ມີຄໍາເຫັນຊີ້ນໍາໃຫ້ແຕ່ລະພະແນກການ ເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ວາງອອກຢ່າງເຂັ້ມງວດ ບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ.
ນອກຈາກນີ້, ຄະນະຍັງໄດ້ລົງຢ້ຽມຢາມສະຖານທີ່ຕົວຈິງ ເພື່ອຮັບຟັງການລາຍງານ, ຂໍ້ສະເໜີຕ່າງໆ ຂອງຜູ້ພັດທະນາໂຄງການ, ບັນດາບໍລິສັດ ເປັນຕົ້ນ: ໂຮງງານຜະລິດຢາງພາລາ ຂອງບໍລິສັດ ລາວ-ໄທຮົວ, ຈຸດຄ່ຽນຖ່າຍສິນຄ້າ ສະຖານີລົດໄຟ ລາວ-ຈີນ ຢູ່ເມືອງໂພນໂຮງ, ລານພັກແຮ່ຂອງບໍລິສັດ ຮຸຍຫົງ ເມືອງວັງວຽງ ແຂວງວຽງຈັນ; ຈຸດຄ່ຽນຖ່າຍສູນການຄ້າຫຼວງພະບາງ BLT ແລະ ສາງສິນຄ້າຈໍາກັດ ຂອງກຸ່ມບໍລິສັດ ສາກົນ ລາວ-ໄທ ແລະ ຮັບຟັງຄຳຄິດຄຳເຫັນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຂຸດຄົ້ນ ແລະ ປຸງແຕ່ງແຮ່ທອງ ຂອງບໍລິສັດ ແມ່ຂອງຣິເວີ ມາຍນິງ (ລາວ) ຈໍາກັດ ເມືອງຈອມເພັດ ແຂວງຫຼວງພະບາງ.