(ສພຂ) – ວັນທີ 8 ກັນຍາຜ່ານມາ, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກຳມະການສູນກາງພັກ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ), ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງທ່າພະບາດ, ການນໍາຂອງເມືອງ ແລະ ພະນັກງານຊ່ວຍວຽກຈໍານວນໜຶ່ງ ໄດ້ລົງພົບປະປະຊາຊົນບ້ານນາຄໍາ ແລະ ກໍາລັງປ້ອງກັນຄວາມສະຫງົບເມືອງທ່າພະບາດ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ IV ໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂອງແຂວງ ທັງເປັນການຢ້ຽມຢາມ-ຖາມຂ່າວ, ຮັບຟັງຄໍາຄິດເຫັນ ແລະ ຄໍາສະເໜີຂອງຜູ້ມີສິດເລືອກຕັ້ງ.
ໃນການພົບປະ, ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ການຊີ້ນໍານຳພາຂອງອົງການປົກຄອງ ແລະ ການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ ພ້ອມທັງຄຳສະເໜີທີ່ພົວພັນກັບຫຼາຍບັນຫາ ເພື່ອຂໍທິດຊີ້ນໍາ ແລະ ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂຊ່ວຍຕາມຄວາມເໝາະສົມ. ຈາກນັ້ນ, ສສຊ-ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສໍາເລັດຂອງ 2 ກອງປະຊຸມດັ່ງກ່າວ ໂດຍຍົກໃຫ້ເຫັນບັນຫາສໍາຄັນຕ່າງໆທີ່ໄດ້ຄົ້ນຄວ້າ, ພິຈາລະນາ, ຮັບຮອງເອົາ ແລະ ບັນດາເນື້ອໃນຕ່າງໆທີ່ສະມາຊິກສະພາໄດ້ສະເໜີຕໍ່ກອງປະຊຸມ ໂດຍສະເພາະບັນດາປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ກໍຄືແຂວງບໍລິຄໍາໄຊ; ພ້ອມດຽວກັນ, ຍັງໄດ້ຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີ ແລະ ຂໍ້ຂັດຂ້ອງໝອງໃຈຂອງຜູ້ມີສິດເລືອກຕັ້ງ; ຈາກນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ອະທິບາຍ-ຊີ້ແຈງ.
(ໂສລະຢ໋າ)
ປະທານ ກສຕສ ຢ້ຽມຢາມ-ຖາມຂ່າວຜູ້ມີສິດເລືອກຕັ້ງ
