loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະທານ ກສຕສ ຕ້ອນຮັບທູດ ສ.ເກົາຫລີ ປະຈຳ ສປປລາວ

​ກ.ກ. 24, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 23 ກໍລະກົດຜ່ານມາ ທີ່ສະພາແຫ່ງຊາດ, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ປະທານກຳມາ ທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະລັດຖະທູດແຫ່ງສາທາລະນະລັດເກົາຫຼີ ປະຈຳ ສປປລາວ.
ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ສະແດງຄວາມຍິນດີຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ການພົບປະຄັ້ງນີ້ ເປັນໂອກາດດີໃນການປຶກສາຫາລືກັນກ່ຽວກັບການພົວພັນຮ່ວມມືກັບສະພາແຫ່ງຊາດ ກໍຄື ສ.ເກົາຫຼີ ໂດຍສະເພາະ ແມ່ນຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເຊິ່ງ ສ.ເກົາຫຼີ ມີບົດຮຽນລໍ້າຄ່າຫຼາຍທີ່ສາມາດບິແບ່ງ ໃຫ້ແກ່ສະພາແຫ່ງຊາດລາວ ກໍຄືກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງໃນຮູບແບບການ ພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ເຝິກອົບຮົມ-ທັດສະນະສຶກສາ ແລະ ອື່ນໆ. ທ່ານປະທານ ກສຕສ ຍັງແຈ້ງໃຫ້ ຊາບການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ກັບ ສະພາແຫ່ງຊາດ ສ.ເກົາຫຼີ ທີ່ມີການພົວພັນ ແລະ ຮ່ວມ ມືນຳກັນເປັນຢ່າງດີ ແລະ ຕໍ່ເນື່ອງໃນຫຼາຍລະດັບ ເຊິ່ງໃນໄລຍະປີ 2019 ມານີ້, ສອງຝ່າຍມີການພົບປະທາງໄກລະ ຫວ່າງ 2 ປະທານສະພາແຫ່ງຊາດ, 2 ຄະນະມິດຕະພາບ, ບັນດາກຳມາທິການ ແລະ ຄະນະມິດຕະພາບລັດຖະສະ ພາຂອງສະພາແຫ່ງຊາດ ລາວ-ສ.ເກົາຫຼີ ກໍແລກປ່ຽນຢ້ຽມຢາມ ເຊິ່ງກັນແລະກັນ, ພິເສດໃນເດືອນມິຖຸນາ 2023 ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ຜູ້ເກົ່າ) ໃນນາມປະທານຄະນະມິດຕະພາບ ລັດຖະສະພາ ລາວ-ເກົາຫຼີ ກໍໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ.ເກົາຫຼີ; ນອກນີ້, ສອງສະພາແຫ່ງຊາດ ກໍມີ ການຮ່ວມມືສະໜັບສະໜູນເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ທ່ານ ຈອງ ຢອງ ຊູ ໄດ້ສະແດງຄວາມຂອບໃຈຕໍ່ນາງ ປິ່ງຄຳ ລາຊະສິມມາ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມຢ່າງສຸດຄວາມສາມາດ ເພື່ອຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສ.ເກົາຫຼີ-ສປປລາວ ກໍຄືການຊຸກຍູ້ການພົວພັນຮ່ວມມືຂອງສອງອົງ ການນິຕິບັນຍັດ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໃຫ້ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)