ປະທານ ກວທສ ຕ້ອນຮັບກໍາມະການຂອງ ກໍາມາທິການສຸຂະພາບ ແລະ ສະຫວັດດີການສັງຄົມ

ມ.ຖ. 29, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ຕອນບ່າຍຂອງວັນອັງຄານທີ 26 ມີນາ 2024 ທີ່ຫ້ອງຮັບແຂກສະພາແຫ່ງຊາດ, ທ່ານ ນາງ ທຸມ ມາລີ ວົງພະຈັນ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການວັດທະນະທຳ-ສັງຄົມ (ກວທສ) ໄດ້ຕ້ອນຮັບ ທ່ານ ນາງ ຊູ ຈຸງ ຊຸກ (Suh Jung Sook) ກໍາມະການຂອງກໍາມາທິການສຸຂະພາບ ແລະ ສະຫວັດດີການສັງຄົມ, ສະພາ ແຫ່ງຊາດ ສາທາລະນະລັດເກົາຫຼີ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.
ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ, ສອງອົງການນິຕິບັນຍັດ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງ ສອງກຳມາທິການ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ເຂົ້າສູ່ລວງເລິກ ທັງເປັນການສືບຕໍ່ເສີມຂະຫຍາຍສາຍພົວ ພັນການທູດ ເຊິ່ງກໍໄດ້ມີການຜັດປ່ຽນຄະນະຜູ້ແທນຂັ້ນສູງໃນການໄປ-ມາ ເພື່ອຢ້ຽມຢາມ ແລະ ເຮັດວຽກຮ່ວມ ກັນມາແລ້ວຫຼາຍຄະນະ; ຕະຫຼອດໄລຍະທີ່ຜ່ານມາ ສ.ເກົາຫຼີ ກໍໄດ້ມີການຊ່ວຍເຫຼືອສະໜັບສະໜູນແກ່ ສປປລາວ ກໍຄືສະພາແຫ່ງຊາດລາວ ໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ທ່ານປະທານ ກວທສ ຍັງໄດ້ສະແດງຄວາມຂອບໃຈອີກຄັ້ງ ຕໍ່ລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີ່ ໃຫ້ການສະໜັບສະໜູນຊ່ວຍເຫຼືອດ້ານງົບປະມານປຸກສ້າງໂຮງໝໍຂອງມະຫາວິທະຍາໄລສຸຂະພາບ ຂອງ ສປປລາວ. ສ. ເກົາຫຼີ ເປັນປະເທດໜຶ່ງທີ່ຮອງຮັບແຮງງານລາວໃຫ້ໄດ້ໄປເຮັດວຽກ ໂດຍມີຄ່າແຮງງານທີ່ສູງ ແລະ ມີສະຫວັດດີການສັງ ຄົມທີ່ດີ ເຊິ່ງສາມາດແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນລາວໄດ້ພໍສົມຄວນ; ພ້ອມນັ້ນ, ຍັງໄດ້ປະກອບສ່ວນເຂົ້າໃນ ການພັດທະນາຊັບພະຍາກອນມະນຸດ ເປັນຕົ້ນແມ່ນຂົງເຂດສຶກສາ, ສາທາລະນະສຸກ, ແຮງງານ ແລະ ຂົງເຂດອື່ນໆ ຖືວ່າ ມີຜົນສຳເລັດທີ່ດີ.
ທ່ານ ນາງ ຊູ ຈຸງ ຊຸກ ໄດ້ສະແດງຄວາມຂອບໃຈຕໍ່ປະທານກຳມາທິການວັດທະນະທຳ-ສັງຄົມ ທີ່ໄດ້ໃຫ້ການ ຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄຳໝັ້ນວ່າຈະສືບຕໍ່ຊຸກຍູ້, ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ງາມລະຫວ່າງສອງປະເທດ ກໍຄືສອງອົງການນິຕິບັນຍັດ ທີ່ມີມາແລ້ວນັ້ນ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເປັນຮູບປະທຳຍິ່ງໆຂຶ້ນ ໂດຍສະເພາະຂົົງເຂດວັດທະນະທຳ-ສັງຄົມ ເປັນຕົ້ນ: ຂະແໜງການສຶກສາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ, ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ໄດ້ຮັບປະສິດທິຜົນສູງເປັນ ກ້າວໆ.
(ພາບ ແລະ ຂ່າວ: ນາງ ໄຊໂສພາພອນ ມິ່ງມຸງຄຸນ)