ໃນລະຫວ່າງວັນທີ 29-30 ພຶດສະພາ 2025 ທີ່ຜ່ານມາ, ທ່ານ ປອ ລີເບີ ລີບົວປາວ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX ແລະ ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປະຈໍາປີ 2025 ຢູ່ທີ່ແຂວງສາລະວັນ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ມີທ່ານປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ຄະນະເລຂາທິການ, ບັນດາທ່ານຕາງໜ້າຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມຢູ່ຫ້ອງປະຊຸມສະພາປະຊາຊົນແຂວງໃນຄັ້ງນີ້;
ໃນທີ່ປະຊຸມ ໄດ້ຮັບຟັງການລາຍງານວຽກງານຈາກ 7 ພາກສ່ວນພະແນກການຂອງແຂວງ ກ່ຽວກັບ ຜົນສໍາເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ສາມາດຖອດຖອນໄດ້ ໃນການຈັດຕັ້ງຜັນຂະຫຍາຍການຈັດຕັ້ງປະຕິບັດ 5 ວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພາຍໃນແຂວງ; ຜົນໄດ້ຮັບ ຄວາມຄືບໜ້າຂອງບັນດາຄາດໝາຍເສດຖະກິດມະຫາພາກ ແລະ ຂອງຂະແໜງການ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈໍາປີ 2025 ຕາມມະຕິກອງປະຊຸມ ທີ່ສະພາປະຊາຊົນແຂວງຮັບຮອງ; ສະພາບການ ຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ທິດທາງ ແລະ ວິທີແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ ແຜນງົບປະມານປະຈຳປີ 2025 ຂອງແຂວງ;
ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມໃນທີ່ປະຊຸມໄດ້ສົນທະນາແລກປ່ຽນ, ເຈາະຈິ້ມ ແລະ ໃຫ້ຂໍ້ມູນ ເພື່ອຊອກໃຫ້ເຫັນດ້ານດີ ທີ່ຄວນເສີມຂະຫຍາຍ, ຊຸກຍູ້ສົ່ງເສີມ ແລະ ດ້ານອ່ອນ ຂໍ້ຄົງຄ້າງ ທີ່ຈະຕ້ອງຊອກຫາວິທີການແກ້ໄຂ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແນ່ໃສ່ໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ; ທັງເປັນຂໍ້ມູນພື້ນຖານໃຫ້ແກ່ການຄົ້ນຄວ້າລາຍງານໃຫ້ແກ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ທັງເປັນຂໍ້ມູນສໍາຄັນກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X;
ການເຄື່ອນໄຫວຄັ້ງນີ້ ທ່ານປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ພ້ອມດ້ວຍຄະນະໄດ້ເດີນທາງເຄື່ອນໄຫວເຮັດວຽກຮ່ວມກັບອົງການປົກຄອງເມືອງສະໝ້ວຍ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແລະ ຮັບຟັງການລາຍງານ ວຽກງານການບໍລິຫານ-ຄຸ້ມຄອງ ຂອງດ່ານສາກົນລະໄລ ໂດຍຫຍໍ້ ກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານສາກົນລະໄລ, ການເກັບລາຍຮັບພາສີອາກອນ ໃນໄລຍະ 6 ເດືອນ ຕົ້ນປີ 2025 ແລະ ໂຄງການກໍ່ສ້າງສ້ອມແປງເສັ້ນທາງໄປດ່ານໂກຕາຍ ຊາຍແດນລາວ-ຫຽດນາມ; ຈາກນັ້ນ, ຄະນະໄດ້ລົງຕິດຕາມກວດກາ ເບິ່ງພື້ນທີ່ຕົວຈິງ ສະຖານທີ່ຈຸດຄ່ຽນຖ່າຍຖ່ານຫີນ ສົ່ງອອກໄປ ສສ ຫວຽດນາມ ຂອງກຸມບໍລິສັດພອນສັກ ແລະ ສືບຕໍ່ເດີນທາງໄປເຄື່ອນໄຫວເຮັດວຽກຮ່ວມກັບອົງການປົກຄອງເມືອງລະຄອນເພັງ ເພື່ອຮັບຟັງການ ສະພາບພົ້ນເດັ່ນ ຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ຮັບຟັງການລາຍງານ ໂດຍຫຍໍ້ ວຽກງານການບໍລິຫານ-ຄຸ້ມຄອງ ຂອງດ່ານສາກົນປາກຕະພານ ແລະ ລົງຕິດຕາມກວດກາສະພາບຄວາມຄືບໜ້າຂອງ ໂຄງການກໍ່ສ້າງຕາຝັ່ງກັນເຈື່ອນ ລະຫວ່າງ ເຂດຊາຍແດນ ດ່ານສາກົນປາກຕະພານ ເມືອງລະຄອນເພັງ ແຂວງສາລະວັນ ສປປລາວ ແລະ ດ່ານຖາວອນບ້ານປາກແຊງ ອໍາເພີນາຕານ ຈັງຫວັດອຸບົຣາຊະທານີ ລາຊະອານາຈັກໄທ;
ບັນນາທິການຂ່າວ ຄົງສະໄໝ ວົງພັນห
ພາບ-ຂ່າວ ດີລໍາພົນ ພົມມະຈັນ