ປະທານ ກປຊສ ຜົນສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ

ພ.ພ. 13, 2025 | banner, SlideMobile, ຂ່າວ ສພຊ

(ສພຊ) – ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ພົຕ. ປອ. ວົງສັກ ພັນທະວົງ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ກປຊສ) ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກກຳປູເຈຍ ໃນລະຫວ່າງວັນທີ 6-11 ພຶດສະພາ 2025; ຈຸດປະສົງຂອງການໄປຢ້ຽມຢາມຄັ້ງນີ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງສອງອົງການນິຕິບັນຍັດ ກໍຄືສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດກຳປູເຈຍ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດລາວ ແລະ ກຳມາທິການພາຍໃນ, ປ້ອງກັນຊາດ, ບໍລິການພົນລະເຮືອນ ແລະ ວຽກງານຊາຍແດນ ສະພາແຫ່ງຊາດກໍາປູເຈຍ ທັງເປັນການຜັນຂະຫຍາຍບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດ ລາວ-ກຳປູເຈຍ ສະບັບປີ 2022 ໃນການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນການຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ກໍຄືກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືຂອງຄະນະມິດຕະພາບລັດຖະສະພາ ລາວ-ກຳປູເຈຍ, ກຳປູເຈຍ-ລາວ.
ວັນທີ 6 ພຶດສະພາ, ທ່ານ ພົຕ. ປອ. ວົງສັກ ພັນທະວົງ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກສອງຝ່າຍກັບທ່ານ ແກັບ ຈຸຕິມາ ປະທານກໍາມາທິການ (ທີ 4) ກຳມາທິການພາຍໃນ, ປ້ອງກັນຊາດ, ບໍລິການພົນລະເຮືອນ ແລະ ວຽກງານຊາຍແດນ ພ້ອມດ້ວຍຄະນະ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ, ສະໜິດສະໜົມຖານສະຫາຍອ້າຍນ້ອງບ້ານໃກ້ເຮືອນຄຽງທີ່ດີ; ທ່ານ ພົຕ. ປອ. ວົງສັກ ພັນທະວົງ ໃນນາມເປັນປະທານຄະນະມິດຕະພາບລັດຖະສະພາ ລາວ-ກຳປູເຈຍ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກກັບທ່ານ ສັນຕິບັນດິດ ລອຍ ໂສພາດ ປະທານກໍາມາທິການແຜນການ, ການລົງທຶນ, ກະສິກໍາ, ພັດທະນາຊົນນະບົດ, ສິ່ງແວດລ້ອມ ແລະ ຊັບພະຍາກອນທາງນໍ້າ ທັງເປັນປະທານຄະນະມິດຕະພາບລັດຖະສະພາ ກໍາປູເຈຍ-ລາວ ພ້ອມດ້ວຍຄະນະ ເຊິ່ງເຕັມໄປດ້ວຍບັນຍາກາດອັນຮັກແພງ ແລະ ຄວາມສາມັກຄີ. ໃນວັນດຽວກັນ, ທ່ານປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄຸນ ສຸດາຣີ ປະທານສະພາແຫ່ງຊາດກໍາປູເຈຍ ເຊິ່ງສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ, ຕີລາຄາສູງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງພັກປະຊາຊົນປະຕິວັດລາວ ກັບ ພັກປະຊາຊົນກຳປູເຈຍ ກໍຄືສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລາວ-ກຳປູເຈຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ທ່ານປະທານສະພາແຫ່ງຊາດກໍາປູເຈຍ ຍັງໄດ້ໃຫ້ທິດຊີ້ນໍາໃນການພົວພັນຮ່ວມມືໃນຕໍ່ໜ້າລະຫວ່າງອົງການນິຕິບັນຍັດຂອງສອງປະເທດ ເປັນຕົ້ນແມ່ນປະຕິບັດຕາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຂອງສອງສະພາແຫ່ງຊາດ ທີ່ໄດ້ຮ່ວມກັນລົງນາມ; ເພີ່ມທະວີການຮ່ວມມືໃຫ້ເລີກເຊິ່ງກວ່າເກົ່າ, ຮ່ວມກັນຕິດຕາມກວດກາ ແລະ ຊຸກກຍູ້ການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ທີ່ສອງປະເທດໄດ້ລົງນາມຮ່ວມກັນ ໂດຍສະເພາະຊຸກຍູ້ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການກຳນົດຊາຍແດນປະເທດ ລະຫວ່າງລັດຖະບານ ກຳປູເຈຍ-ລາວ; ພ້ອມກັນສະກັດກັ້ນບັນຫາອາຊະຍາກຳຂ້າມຊາດ, ຢາເສບຕິດ ແລະ ການຄ້າຂາຍເຖື່ອນ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ; ຮ່ວມກັນກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາລຽບຕາມບໍລິເວນຊາຍແດນຂອງສອງປະເທດ ໃຫ້ກາຍເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະ ການພັດທະນາ ເພື່ອຄວາມເປັນຢູ່ທີ່ດີຂອງປະຊາຊົນລຽບຕາມຊາຍແດນ ກໍຄືການພັດທະນາຂອງສອງປະເທດ.
ວັນທີ 9-11 ພຶດສະພາ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເດີນທາງໄປຢ້ຽມຢາມແຂວງສີຫານຸວິນ ໂດຍໄດ້ພົບປະເຮັດວຽກກັບຄະນະພັກຄະນະນໍາຂອງແຂວງ ເຊິ່ງໄດ້ຮັບຟັງລາຍງານການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ບົດຮຽນກ່ຽວກັບການຂົນສົ່ງທາງທະເລ, ທາງບົກ ແລະ ທາງອາກາດ ອັນເປັນທ່າ ແຮງການພັດທະນາຂອງແຂວງ; ຄະນະຜູ້ແທນຍັງໄດ້ຢ້ຽມທ່າເຮືອກຳປັ່ນ, ເຂດພັດທະນາເສດຖະກິດພິເສດຂອງແຂວງ ທີ່ສຳປະທານໂດຍນັກລົງທຶນຕ່າງປະເທດ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທຳ ຈໍານວນໜຶ່ງ ຂອງແຂວງອີກດ້ວຍ.