ປະທານ ກບຜ ເຄື່ອນໄຫວວຽກງານຢູ່ຫຼວງນ້ຳທາ

ສ.ຫ. 14, 2025

(ສພຊ) – ວັນທີ 12-13 ສິງຫາຜ່ານມາ, ທ່ານ ຄຳຈັນ ໂສຕາປະເສີດ ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) , ປະທານກໍາມາທິການບັນດາເຜົ່າ (ກບຜ) ພ້ອມດ້ວຍຄະນະ ໄດ້ຕິດຕາມກວດກາໂຄງການພັດທະນາທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ຢູ່ແຂວງຫຼວງນ້ຳທາ ໂດຍໄດ້ເຂົ້າພົບທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງນ້ຳທາ ເພື່ອແຈ້ງຈຸດປະສົງໃນການເຄື່ອນໄຫວວຽກງານຄັ້ງນີ້ ແລະ ຮັບຟັງຈຸດພິເສດການພັດທະນາເສດຖະກິດຂອງແຂວງ ພ້ອມທັງເປີດກອງປະຊຸມຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ເຊິ່ງມີບັນດາທ່ານຕາງໜ້າພະແນກການຂອງແຂວງຄື: ກະສິກຳ ແລະ ສິ່ງແວດລ້ອມ, ອຸດສາຫະກຳ ແລະ ການຄ້າ, ແຮງງານ ແລະ ສະຫວັດດີການສັງຄົມ, ຄະນະຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕ່ນ, ສຳນັກງານເມືອງວຽງພູຄາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງແມ່ນເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດຂອງບັນດາໂຄງການພັດທະນາເສດຖະກິດ-ສັງຄົມ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນຜົນກະທົບຈາກໂຄງ ການຂຸດຄົ້ນແຮ່ທາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ເພື່ອເກັບກຳຂໍ້ມູນສະພາບຕົວຈິງຢູ່ຂົງເຂດທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ, ພື້ນທີ່ທຳການຜະລິດ, ນ້ຳກິນນ້ຳໃຊ້ບໍ່ພຽງພໍ, ນິເວດວິທະຍາ, ຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ ກໍຄືການທົດແທນຄ່າເສຍຫາຍ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ນຳມາວິເຄາະວິໄຈ ແລະ ສັງລວມລາຍງານຕໍ່ກອງປະຊຸມ ຄປຈສພຊ ເພື່ອສະເໜີທິດທາງ, ວິທີການ ແລະ ມາດຕະການ ໃຫ້ລັດຖະບານ ກໍຄືຂະແໜງການທີ່ກ່ຽວຂ້ອງ ປັບປຸງແກ້ໄຂ.
ກອງປະຊຸມໄດ້ຕີລາຄາຄືນການຈັດຕັ້ງປະຕິບັດມະຕິ ສພຊ ໃນວຽກງານກະສິກໍາປ່າໄມ້ ແລະ ສິ່ງແວດລ້ອມ, ອຸດສາຫະກໍາ ແລະ ການຄ້າ, ແຮງງານ ແລະ ສະຫວັດດີການສັງຄົມ, ການຄຸ້ມຄອງດ່ານສາກົນ, ການແກ້ໄຂຊົດເຊີຍຜົນກະທົບຈາກໂຄງການຂຸດຄົ້ນຖ່ານຫີນຢູ່ເມືອງວຽງພູຄາ, ການແກ້ໄຂຊ່ວຍເຫຼືອສຸກເສີນໄພນໍ້າຖ້ວມ ແລະ ແຜນການຊ່ວຍເຫຼືອໄລຍະຍາວ, ການແກ້ໄຂບັນຫາສາສະໜາ ເພື່ອໃຫ້ມີຄວາມປອງດອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.
ຈາກນັ້ນ, ຄະນະທີມງານຈາກ ສພຊ ແລະ ສພຂ ຍັງໄດ້ລົງເບິ່ງເຂດທີ່ໄດ້ຮັບຜົນກະທົບຈາກການຂຸດຄົ້ນຖ່ານຫີນ ຂອງບໍລິສັດ ບົວໄລ ມັງກອນທອງ ຢູ່ເມືອງວຽງພູຄາ.
(ນາງ ກຸກກິກ ບຸດດາໄຊ)