(ສພຊ)ວັນທີ 16 ກັນຍາ 2021 ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ (ກຕທ) ໄດ້ພົບປະແລະ ເຮັດວຽກກັບທະນາຄານໂລກ ໂດຍແມ່ນທ່ານ Mr. Alexander Kremer ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປລາວ.
ຈຸດປະສົງຂອງການພົບປະ ແລະ ເຮັດວຽກໃນຄັ້ງນີ້ ເພື່ອປຶກສາຫາລືເຖິງຄວາມເປັນໄປໄດ້ໃນການຂົນຂວາຍທຶນຮອນມາຮັບໃຊ້ໃນການເຄື່ອນໄຫວວຽກງານຂອງ ກຕທ ກໍຄືກຳມາທິການກ່ຽວຂ້ອງຕ່າງໆຂອງສະພາແຫ່ງຊາດ ໂດຍມີການກຳນົດກອບເນື້ອໃນທີ່ຈະນຳມາປຶກສາຫາລືຄື: ດ້ານການຄຸ້ມຄອງອາກອນມູນຄ່າເພີ່ມ, ການຄຸ້ມຄອງອາກອນສິ່ງແວດລ້ອມ, ການແຈ້ງບໍລິການຜ່ານປະຕູດຽວ ຂອງການລົງທຶນພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງພັດທະນາທີ່ດິນ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.

(ພາບ ແລະ ຂ່າວ: ອານຸສອນ ພູມມີທອນ)